ພາບເຫຼົ່ານີ້ສຳຄັນ ຫາເງິນເກັ່ງກໍຕ້ອງອາໄສໂຊກເສີມ

117

ຖ້າເຮົາລອງສັງເກດ ຕາມເຮືອນຫຼາຍໆຄົນມັກຈະມີພາບຕ່າງໆ ແຂວນໄວ້ຝາ ເຊິ່ງຮູບພາບຕ່າງໆນັ້ນມັນມີຄວາມໝາຍໃນໂຕຂອງມັນ ທ່ານຜູ້ອ່ານອາດຍັງບໍ່ຮູ້ ຕາມຄວາມເຊື່ອສ່ວນບຸກຄົນ ກ່ຽວກັບຮູບພາບ ບໍ່ວ່າຈະເປັນພາບຖ່າຍ ຫຼື ພາບແຕ້ມມັນສາມາດສື່ຄວາມໝາຍໃນໂຕພາບໄດ້ ນອກຈາກຄວາມສວຍງາມ ໜ້າສົນໃຈແລ້ວ ຮູບພາບຕ່າງໆເຫຼົ່ານັ້ນຍັງເປັນສິ່ງບົ່ງບອກ ຫຼື ເອີ້ນຊັບສິນ, ເງິນຄໍາ ຄວາມໂຊກດີມາໃຫ້ເຮົາ ໃຫ້ບໍລິສັດ ຫຼື ອົງກ່ອນຕ່າງໆໄດ້!!!

ໂດຍສະເພາະບັນດານັກທຸລະກິດ, ຊາວຄ້າຂາຍ ຫຼື ເຮືອນເຮົາ ຕ້ອງລອງມີໄວ້ເລີຍ ຕາມຄວາມເຊື່ອນີ້ ພາບແຂວນຝາເອີ້ນຊັບສິນ ເງິນຄໍາ ໂຊກລາບກັບ 9 ພາບນີ້:
1 ພາບປາຄ໊າບ: ຫຼີ່ ຈາກພາສາຈີນ ໝາຍເຖິງຜົນກໍາໄລ ຫຼື ປະໂຫຍດ ປາຄ໊າບ ຈຶ່ງເປັນລັກສະນະຂອງຄວາມປະນີປະນອມທີ່ໄດ້ຜົນກໍາໄລຈາກການເຮັດທຸລະກິດ ຍິ່ງຖ້າເປັນພາບປາຄ໊າບລອຍທວນນໍ້າແຫ່ງດີ ແລະ ເປັນທີ່ນິຍົມ ເພາະປາຄ໊າບເປັນປາທີ່ມັກລອຍທວນກະແສນໍ້າ ປຽບດັ່ງຄົນທີ່ບໍ່ຍອມແພ້ກັບອຸປະສັກຕ່າງໆ ກໍຈະເຮັດໃຫ້ເຮົາປະສົບຜົນສໍາເລັດໄດ້ໃນທີ່ສຸດ.

2 ພາບເຮືອໃຫຍ່ ຄວາມໝາຍຕາມປະເພນີຈີນ ເຊື່ອກັນວ່າ ເຮືອໃຫຍ່ ຫຼື ເຮືອທີ່ໃຊ້ຄ້າຂາຍທາງນໍ້າ ເປັນສິ່ງມຸງຄຸນທີ່ສື່ເຖິງ ການທໍາມາຫາກິນ ຄ້າຂາຍ ແລະ ປະສົບຄວາມສໍາເລັດ ຫາກທຸລະກິດຮ້ານຄ້າໃດ ມີຮູບເຮືອໃຫຍ່ໄວ້ ຈະຫາກິນໄດ້ດີ ສະດວກສະບາຍ ບໍ່ມີອຸປະສັກ ສ່ວນການແຂວນຝາ ແມ່ນໃຫ້ແຂວນໄວ້ ທິດຕາເວັນອອກສຽງໃຕ້ ເພື່ອຊ່ວຍເສີມສ້າງພະລັງຂອງຮວງຈຸ້ຍ ໃນມຸມນັ້ນໆດີຂຶ້ນໄປນັ້ນເອງ.

3 ພາບກະຕ່າໝາກໄມ້: ປົກກະຕິແລ້ວຫາກເຮືອນໃດບໍ່ມີຮູບພາບ ກໍຈະຈັດກະຕ່າໃສ່ໝາກໄມ້ໄວ້ໂຕະອາຫານ ເພາະຈະຊ່ວຍໃນເລື່ອງຄວາມອຸດົມສົມບູນຂອງເຮືອນນັ້ນ ແຕ່ຖ້າເປັນບໍລິສັດ ຫຼື ຮ້ານຄ້າ ອາດຈະໃຊ້ຮູບແທນ.
ຮູບກະຕ່າໝາກໄມ້ທີ່ນໍາມາແຂວນໄວ້ຕ້ອງເປັນໝາກໄມ້ມຸງຄຸນເຊັ່ນ ໝາກກ້ວຍ ສື່ເຖິງການເອີ້ນໂຊກລາບເຂົ້າມາ , ໝາກແອັບເປິ້ນ ສື່ເຖິງຄວາມສັນຕິສຸກ, ສັນຕິພາບ, ໝາກຊ່າລີ້ ໝາຍເຖິງ ໂຊກລາບ ເງິນທອງ, ໝາກກ້ຽງ ສື່ເຖິງຄວາມມຸງຄຸນ ເງິນທອງ ຈະເລີນຮຸ່ງເຮືອງ, ໝາກລະແຊງ ໝາຍເຖິງ ຄວາມຄູນຊັບເງິນທອງ …

4 ພາບມ້າ 8 ໂຕ : ເພາະເລກ 8 ຖືວ່າເປັນເລກມຸງຄຸນ ມ້າເປັນສັດທີ່ເຄື່ອນໄຫວວ່ອງໄວ, ແຂງແຮງ, ມັກເດີນທາງ ເຄື່ອນໄຫວຢູ່ຕະຫຼອດ ສື່ເຖິງຄວາມກ້າວໜ້າຮຸ່ງເຮືອງຈະສໍາເລັດຢ່າງໄວ ຫຼື ເປັນການຄວ້າໂຊກລາບ ໂອກາດຕ່າງໆທາງທຸລະກິດໄດ້ໄວ.

5 ພາບແຕ້ມໂຕເສືອ : ເສືອ ເປັນສັນຍາລັກ ຂອງຜູ້ນໍາ ຫ້ອງຂອງຜູ້ບໍລິຫານຈຶ່ງເໝາະທີ່ຈະແຂວນພາບ ຫຼື ຮູບປັ້ນເສືອ ເພື່ອເພີ່ມບາລະມີ ແຕ່ຄວນເລືອກລັກສະນະຂອງເສືອພ້ອມ ເພາະເສືອເປັນສັດທີ່ດຸຮ້າຍ ຫາກຮູບເສືອໂຫດອາດຈະເຮັດໃຫ້ພະນັກງານຢ້ານ ແລະ ກົດດັນຫຼາຍກວ່າເຄົາລົບ. ແຖມ ເສືອຍັງຊ່ວຍສົ່ງເສີມໃຫ້ທຸລະກິດຂອງເຈົ້າປະສົບຜົນສໍາເລັດ ແລະ ເປັນໄປດ້ວຍດີ.

6 ພາບນໍ້າຕົກ: ສໍາລັບຮ້ານຄ້າ ແນະນໍາວ່າ ໃຫ້ຕິດພາບທີ່ເປັນຮູບນໍ້າຕົດຕາດທີ່ສວຍງາມ, ນໍ້າທະເລ ຫຼື ແມ່ນໍ້າ ໄວ້ຫຼັງໂຕະບ່ອນເກັບເງິນ ເພື່ອໃຫ້ສາຍນໍ້າເອີ້ນໂຊກລາບເງິນທອງເຂົ້າຮ້ານ ແຕ່ຕ້ອງສັງເກດກະແສນໍ້າໃນພາບວ່າໄຫຼເຂົ້າໂຕະຫຼືໄຫຼເຂົ້າຫ້ອງນັ້ນຫຼືບໍ່ ຫ້າມຫັນນໍ້າໄຫຼອອກຈາກປະຕູເດັດຂາດ ເພາະເງິນຈະໄຫຼອອກໝົດ

7 ພາບມັງກອນ ມັງກອນຊ່ວຍເສີມສ້າງ ໂຊກລາບ ຄວາມຮຸ່ງເຮືອງ ຖືເປັນສັດທີ່ສໍາຄັນທີ່ສຸດຂອງຄົນຈີນ ແລະ ເປັນສັດທີ່ສັກສິດ ສາມາດບິນໄດ້ ແລະ ລອຍນໍ້າໄດ້ ມັງກອນຈຶ່ງເໜາະສໍາລັບການສົ່ງເສີມທຸລະກິດການຄ້າ ໃຫ້ຮຸ່ງເຮືອງໂດຍສະເພາະສໍານັກງານ ຫຼື ຮ້ານຄ້າຈະຊ່ວຍໃນເລື່ອງຄວາມໂຊກດີ, ໂຊກລາບດີຫຼາຍ
ການວາງພາບ ຕ້ອງຫັນໜ້າເຂົ້າສູ່ສໍານັກງານ ຫຼື ຮ້ານຄ້າ ໂດຍຍຶດປະຕູເຂົ້າອອກເປັນຫຼັກ ການນໍາລັກສະນະມັງກອນເປັນຮູບປັ້ນ, ຮູບແຕ້ມ ບໍ່ວ່າຈະເປັນມັງກອນຫຍັງ ກໍສື່ເຖິງຄວາມແຂງແກ່ນ ທົນທານ ຄວາມພະຍາຍາມ ກ້າການ ອົດທົນ …

8 ພາບຕົ້ນໄຜ່ ຕົ້ນໄຜ່ ຖືເປັນລັກສະນະແຫ່ງຄວາມກ້າວໜ້າ ການຍຶດໝັ້ນ ໝັ້ນຄົງ ທົນທານ ອາຍຸຍືນ ແລະ ເປັນຕົ້ນໄມ້ມຸງຄຸນ ນັກທຸລະກິດຈຶ່ງນິຍົມນໍາພາບແຕ້ມ ຫຼື ຕົ້ນໄຜ່ແທ້ມາປະດັບຕັ້ງໄວ້ທີ່ໂຕະເຮັດວຽກ ຕົ້ນໄຜ່ສື່ເຖິງຄວາມຮົ່ມເຢັນ ທຸລະກິດເປັນໄປດ້ວຍດີ ລູກນ້ອງຮັກ …

9 ພາບນົກຍຸງ ສໍາລັບຄົນຄ້າຂາຍບອກເລີຍວ່າຕ້ອງມີໄວ້ ເພາະນອກຈາກຄວາມສວຍງາມຂອງນົກຍຸງແລ້ວ ມັນຍັງສື່ເຖິງ ຄວາມຈະເລີນກ້າວໜ້າຂອງທຸລະກິດທາງການເງິນຂອງເຮົາ ແບບຈະເຮັດຫຍັງ ຄ້າຂາຍຫຍັງກໍດີ ໄດ້ກໍາໄລງາມ…

ແນວໃດກໍຕາມ ນີ້ເປັນພຽງຄວາມເຊື່ອສ່ວນບຸກຄົນ ທີ່ເຮົາສາມາດລອງມາແຂວນໄວ້ໄດ້ ແລະ ອາດພົບການປ່ຽນແປງທາງການເງິນ ສັບສິນ ວາດສະໜາທີ່ດີຂຶ້ນຢ່າງໜ້າປະຫຼາດໃຈ ແຕ່ກໍຕ້ອງບວກກັບຄວາມຕັ້ງໃຈ ລົງມືລົງແຮງເຮັດໃນສິ່ງນັ້ນໆພ້ອມຈິ່ງຈະສົມປະຖະໜາ.