ຢ່າຖິ້ມກັນ! ຊາວເຢເມນສ່ຽງອົດຕາຍ ຫຼັງ WFP ລະງັບຄວາມຊ່ວຍເຫຼືອ

66

ໂຄງການອາຫານໂລກ ຫຼື ດັບເບິລຢູເອັຟພີ (WFP: World Food Program) ຂອງອົງການສະຫະປະຊາຊາດເລິ່ມລະງັບປະຕິບັດການສົ່ງຄວາມຊ່ວຍເຫຼືອດ້ານອາຫານບາງສ່ວນໃນພື້ນທີ່ພາກເໜືອຂອງປະເທດເຢເມນ ເຊິ່ງຢູ່ພາຍໃຕ້ການຄວບຄຸມຂອງກຸ່ມກະບົດຮູຕີ ສົ່ງຜົນໃຫ້ປະຊາຊົນໃນພື້ນທີ່ຫຼາຍພັນຄົນສ່ຽງອົດຕາຍ.

ທາງ ດັບເບິລຢູເອັຟພີ ທີ່ໃຫ້ຄວາມຊ່ວຍເຫຼືອປະຊາຊົນຫຼາຍກວ່າ 10 ລ້ານຄົນທົ່ວປະເທດ ລາຍງານເຖິງ “ອຸປະສັກ ແລະ ການບໍ່ໃຫ້ຄວາມຮ່ວມມື” ຂອງບັນດາຫົວໜ້າກຸ່ມກະບົດຮູຕີທີ່ເກີດຂຶ້ນຫຼາຍຄັ້ງ ໂດຍການເຂົ້າຂັດຂວາງການສົ່ງອາຫານເຂົ້າຊ່ວຍເຫຼືອປະຊາຊົນໃນພື້ນທີ່ທາງພາກເໜືອຂອງປະເທດ.

ในภาพอาจจะมี หนึ่งคนขึ้นไป และสถานที่กลางแจ้ง

ໃນໄລຍະບໍ່ເທົ່າໃດວັນ ທີ່ຜ່ານມາ ການປະທະທາງຄໍາເວົ້າລະຫວ່າງກະບົດຮູຕີ ແລະ ດັບເບິລຢູເອັຟພີ ຮຸນແຮງຂຶ້ນເລື່ອຍໆ ຈົນນໍາໄປສູ່ການລະງັບການສົ່ງຄວາມຊ່ວຍເຫຼືອບາງສ່ວນ ສົ່ງຜົນໃຫ້ຊາວເຢເມນຫຼາຍພັນຄົນຂາດອາຫານ.

ກຸ່ມກະບົດຮູຕີ ເປັນກອງກໍາລັງຕິດອາວຸດທີ່ໄດ້ຮັບການສະໜັບສະໜຸນໂດຍອິຣານເຂົ້າຢຶດນະຄອນຫຼວງຊານາ ແລະ ພື້ນທີ່ທາງພາກເໜືອຂອງເຢເມນ ເຊິ່ງມີປະຊາກອນໜາແໜ້ນ ຕັ້ງແຕ່ປີ 2015 ໂດຍ ຈໍານວນຄາດການຂອງຊາວເຢເມນທີ່ຈະໄດ້ຮັບຜົນກະທົບຢ່າງຮຸນແຮງຈາກການລະງັບຄວາມຊ່ວຍເຫຼືອ ໃນຄັ້ງນີ້ ປະມານ 8,5 ແສນຄົນ.

ในภาพอาจจะมี ท้องฟ้า และสถานที่กลางแจ้ง

ເຖິງວ່າ ໃນແຂວງທາງພາກໃຕ້ຂອງເຢເມນ ເຊິ່ງຢູ່ພາຍໃຕ້ການຄວບຄຸມຂອງລັດຖະບານກໍ່ຍັງໄດ້ຮັບຜົນກະທົບຈາກການລະງັບຄວາມຊ່ວຍເຫຼືອດັ່ງກ່າວ ເນື່ອງຈາກສໍານັກງານໃຫຍ່ຂອງດັບເບິລຢູເອັຟພີ ລ້ວນຢູ່ໃນນະຄອນຫຼວງຊານາທັງໝົ.

ບັນດາຄອບຄົວພັດຖິ່ນຕາມຊານເມືອງເອເດນ ກ່າວວ່າ ຄ້າຍລີ້ໄພຂອງພວກຕົນເລິ່ມຂາດອາຫານພຽງບໍ່ດົນຫຼັງຄວາມຊ່ວຍເຫຼືອຈາກອົງການຖືກລະງັບບາງສ່ວນ ແລະ ອົງກອນທ້ອງຖິ່ນເຊິ່ງກ່ຽວຂ້ອງກັບອົງການອາຫານໂລກໃນປະເທດຢຸດໃຫ້ຄວາມຊ່ວຍເຫຼືອທັງໝົດ ເຖິງວ່າ ຄອບຄົວພັດຊິ່ນສ່ວນຫຼາຍຢືນຢັນວ່າພວກເຂົາຍັງຕ້ອງການຄວາມຊ່ວຍເຫຼືອຈາກ ດັບເບິລເອັຟພີ ແລະ ອົງກອນອື່ນໆຕໍ່ໄປ ເມື່ອບັນຫາຄວາມຂັດແຍ່ງ ແລະ ຄວາມທຸກຍາກຂອງປະຊາຊົນຍັງບໍ່ເຫັນທາງອອກງ່າຍໆ.

ในภาพอาจจะมี 1 คน, กำลังนั่ง และสถานที่ในร่ม

ສົງຄາມຍັງຄົງດໍາເນີນຕໍ່ເນື່ອງ ແລະ ທະວີຄວາມຮຸນແຮງໃນຫຼາຍພື້ນທີ່ຂອງປະເທດ ສົ່ງຜົນໃຫ້ປະຊາຊົນຫຼາຍພັນຄົນຕ້ອງຫຼົບໜີໄປຢູ່ຄ່າຍລີ້ໄພ ເຊິ່ງຂາດປັດໄຈຕ່າງໆໃນການດໍາລົງຊີວິດເຊັ່ນອາຫານ ແລະ ນ້ໍາດື່ມ.

ສະເຕເຟນ ດູຈາຣິກ (Stephane Dujarric) ໂຄສົກເລຂາທິການແຫ່ງສະຫະປະຊາຊາດ ກ່າວວ່າ ການຕັດສິນໃຈລະງັບຄວາມຊ່ວຍເຫຼືອບາງສ່ວນນີ້ ເປັນ “ທາງເລືອກສຸດທ້າຍ” ຫຼັງບໍ່ສາມາດເຈລະຈາກັບກຸ່ມກະບົດຮູຕີໃຫ້ຢຸດຂັດຂວາງການສົ່ງອາຫານໄປເຖິງຊາວເຢເມນ ທີ່ຢູ່ທາງພາກເໜືອຂອງປະເທດໄດ້.

ในภาพอาจจะมี 5 คน, ผู้คนกำลังนั่ง และเด็ก

ເມື່ອວັນທີ 16 ມິຖຸນາ ຜ່ານມາ ທ່ານເດວິດ ບີສລີ ຫົວໜ້າດັບເບິລຢູເອັຟພີແຫ່ງເຢເມນ ໄດ້ກ່າວພາດພິງເຖິງກຸ່ມກະບົດຮູຕີ ທາງພາກເໜືອຂອງເຢເມນ ກ່ຽວກັບການຂັດຂວາງການສົ່ງຄວາມຊ່ວຍເຫຼືອໂດຍໄດ້ກ່າວກັບຄະນະລັດຖະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ວ່າ “ສະຖານະການທາງມະນຸດສະທໍາຂອງເຢເມນຕົກຕໍ່າຫຼາຍ ເຖິງວ່າຈະມີຊາວເຢເມນຫຼາຍກວ່າ 20 ລ້ານຄົນ ທີ່ກໍາລັງອົດຢາກ ແຕ່ກະບົດຮູຕີກໍ່ຍັງຕໍ່ຕ້ານພວກເຮົາຢ່າງຮຸນແຮງ ເຖິງວ່າພວກເຮົາພຽງເຮັດໜ້າທີ່ໃນການຊ່ວຍເຫຼືອໃຫ້ປະຊາຊົນມີຊີວິດເທົ່ານັ້ນ.

ในภาพอาจจะมี 4 คน, คนที่ยิ้ม, ผู้คนกำลังยืน, เด็ก, รองเท้า และสถานที่กลางแจ้ง

ໃນຂະນະດຽວກັນ, ກະບົດຮູຕີກໍ່ກ່າວຫາດັບເບິລຢູເອັຟພີ ວ່າ “ໄດ້ສົ່ງອາຫານໝົດອາຍຸ ແລະ ບູດເນົ່າ ໃຫ້ກັບຊາວເຢເມນ” ເຊິ່ງທາງ ດັບເບິລຢູເອັຟພີ ໄດ້ປະຕິເສດຢ່າງໜັກແໜ້ນ ເມື່ອວັນທີ 19 ມິຖຸນາ ຜ່ານມາ ໂດຍກ່າວວ່າ ທາງອົງກອນມີມາດຕະການຄວບຄຸມຄຸນນະພາບອາຫານທີ່ເຂັ້ມງວດ ແລະ ບໍ່ມີທາງສົ່ງອາຫານທີ່ບໍ່ໄດ້ມາດຕະຖານຄວາມປອດໄພສູງສຸດໄປຢ່າງແນ່ນອນ.

ในภาพอาจจะมี หนึ่งคนขึ้นไป, ท้องฟ้า และสถานที่กลางแจ้ง

ໃນວັນພະຫັດ ທີ 20 ມິຖຸນາ ຜ່ານມາ ທ່ານມາອີີນ ອັບດຸລມາຣິກ ຊາອີດ (Maeen Abdulmalik Saeed) ນາຍົກລັດຖະມົນຕີເຢເມນ ກ່າວວ່າ ເຖິງວ່າທາງລັດຖະບານບໍ່ໄດ້ເຫັນດີກັບການລະງັບຄວາມຊ່ວຍເຫຼືອ ແຕ່ກໍ່ຮຽກຮ້ອງໄປເຖິງປະຊາຄົມລະຫວ່າງປະເທດ ໃຫ້ຮ່ວມກົດດັນກະບົດຮູຕີ ຢຸດຂັດຂວາງການສົ່ງອາຫານ ແລະ ຄວາມຊ່ວຍເຫຼືອຈາກສະຫະປະຊາຊາດ.

ในภาพอาจจะมี สถานที่กลางแจ้ง

ອີກປະການໜຶ່ງ ປະເທດເຢເມນ ຢູ່ໃນພາວະສົງຄາມກາງເມືອງ ຕັ້ງແຕ່ກະບົບຮູຕີ ເອົາຊະນະກອງທັບຫຼາຍພື້ນທີ່ຂອງປະເທດ ໃນປີ 2014 ແລະ ເຂົ້າຢຶດພາກເໜືອຂອງເຢເມນ ລວມເຖິງນະຄອນຫຼວງຊານາ ແລະ ໃນປີ 2015 ປະເທດຊາອຸດິ ອາຣະເບຍ ໄດ້ນໍາກໍາລັງພັນທະມິດອາຣັບເຂົ້າແຊກແຊງຄວາມຂັດແຍ່ງໃນເຢເມນ ເພື່ອສະໜັບສະໜຸນປະທານາທິບໍດີອັບດຸລ ຣັບບູ ມານຊູ ຮາດີ ເຊິ່ງຖືກບັນດາກະບົດຮູຕີຂັບໄລ່.

ຄວາມຂັດແຍ່ງທາງທະຫານນີ້ ສົ່ງຜົນໃຫ້ຊາວເຢເມນຈໍານວນຫຼາຍຕ້ອງລີ້ໄພ ແລະ ຢູ່ໃນພາວະອົດຢາກ ກາຍເປັນວິກິດທາງມະນຸດສະທໍາທີ່ຮ້າຍແຮງທີ່ສຸດໃນໂລກ.

ຮູບຈາກ: China Xinhua News