ລັດຖະມົນຕີກໍາປູເຈຍ ກ່າວເຫດຕຶກຫັກເພທັບຄົນເສຍຊີວິດ ຍ້ອນຄວາມປະໝາດບໍລິສັດກໍ່ສ້າງ

72

ສົມເດັດຮຸນເຊນ ນາຍົກລັດຖະມົນຕີກໍາປູເຈຍ ເປີດເຜີຍກໍລະນີອາຄານກໍ່ສ້າງຫັກເພຖະຫຼົ່ມ ໃນເມືອງສີຫະນຸວິລ ຈົນເປັນເຫດໃຫ້ມີແຮງງານເສຍຊີວິດ 17 ຄົນ ເປັນຍ້ອນຄວາມປະໝາດຂອງບໍລິສັດກໍ່ສ້າງ ໂດຍຈ່າຍເງິນຊົດເຊີຍໃຫ້ຄອບຄົວຜູ້ເສຍຊີວິດ ຄົນລະ 10 ພັນໂດລາ (ປະມານ 86 ລ້ານກີບ).

ສໍານັກຂ່າວເອເອັຟພີລາຍງານຈາກປະເທດກໍາປູເຈຍ ເມື່ອວັນອາທິດ ທີ 23 ມິຖຸນາ ວ່າ ສົມເດັດຮຸນເຊນ ນາຍົກລັດຖະມົນຕີກໍາປູເຈຍ ກ່າວເຖິງເຫດການອາຄານກໍ່ສ້າງຫັກເພຖະຫຼົ່ມ ໃນເມືອງຕິດທ່ານໍ້າ ສີຫະນຸວິລ ເມື່ອເຊົ້າວັນເສົາ ທີ 22 ມິຖຸນາ ຜ່ານມາ ວ່າ ເປັນຍ້ອນຄວາມປະໝາດຂອງບໍລິສັດກໍ່ສ້າງ ເຊິ່ງຕົວອາຄານສູງ 7 ຊັ້ນ ທີ່ກໍ່ສ້າງແລ້ວ ປະມານ 80% ເທົ່ານັ້ນ ຈົນເປັນເຫດໃຫ້ມີແຮງງານເສຍຊີວິດ 17 ຄົນ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน และสถานที่กลางแจ้ง

ນາຍົກລັດຖະມົນຕີກໍາປູເຈຍ ກ່າວອີກວ່າ ຄອບຄົວຂອງເຫຍື່ອຜູ້ເຄາະຮ້າຍຈະໄດ້ຮັບເງິນຊົດເຊີຍ ຄອບຄົວລະ 10 ພັນ ໂດລາ (ປະມານ 86 ລ້ານກີບ) ແລະ ເຫດໂສກນາຕະກໍາທີ່ເກີດຂຶ້ນຈາກອາຄານຫັກເພຖະຫຼົ່ມໃນແຂວງພຣະສີໜຸເປັນເລື່ອງທີ່ເຈັບປວດສໍາລັບປະເທດຂອງພວກເຮົາ ໂດຍສະເພາະຄອບຄົວຂອງຜູ້ສູນເສຍ.

ในภาพอาจจะมี 2 คน, ไฟ และสถานที่กลางแจ้ง

ດ້ານການເຮັດວຽກຂອງເຈົ້າໜ້າທີ່ກູ້ໄພ ເຊິ່ງມີກໍາລັງປະມານ 1 ພັນຄົນ ທັງທະຫານ, ຕໍາຫຼວດ, ເຈົ້າໜ້າທີ່ແພດ ແລະ ຜູ້ຊ່ຽວຊານກໍ່ສ້າງຂອງຈີນ ສາມາດຊ່ວຍເຫຼືອແຮງງານຂຶ້ນມາຈາກກ້ອງຊາກອາຄານໄດ້ 1 ຄົນ ເມື່ອວັນເສົາ ທີ່ຜ່ານມາ ຫຼັງຜ່ານ 12 ຊົ່ວໂມງ ແຕ່ຈົນເຖິງໄລຍະເຊົ້າວັນອາທິດ ນັ້ນ ທີມກູ້ໄພໄດ້ກວດຄົ້ນຫາຢ່າງລະອຽດພາຍໃນກ້ອງຊາກອາຄານດ້ວຍຄວາມຫວັງ ວ່າ ອາດຈະພົບຜູ້ສູນຫາຍ ໂດຍສະຫຼຸບຈໍາຜູ້ເສຍຊີວິດ 17 ຄົນ ແລະ ບາດເຈັບ 24 ຄົນ.

ในภาพอาจจะมี หนึ่งคนขึ้นไป และสถานที่ในร่ม

ในภาพอาจจะมี 4 คน, ผู้คนกำลังนั่ง, ตาราง และสถานที่ในร่ม

ເມືອງຕິດທ່ານໍ້າສີຫະນຸວິລ ເຊິ່ງເຄີຍເປັນໝູ່ບ້ານຊາວປະມົງ ແຕ່ປັດຈຸບັນໄດ້ຮັບຄວາມນິຍົມຈາກ ນັກທ່ອງທ່ຽວ ເພາະມີທັງສະຖານທີ່ຄາສິໂນຫຼາຍແຫ່ງ ເຮັດໃຫ້ທຸລະກິດເຕີບໂຕມີວຽກໂຄງການກໍ່ສ້າງຕາມມາ ແຕ່ການພັດທະນາໃນປະເທດທີ່ຍັງຂາດມາດຕະຖານຄວາມປອດໄພ ຈຶ່ງເກີດບັນຫາຕາມມາ ສ່ວນຊາວຈີນ 3 ຄົນ ແລະ ເຈົ້າຂອງທີ່ດິນຊາວກໍາປູເຈຍຖືກຄວບຄຸມຕົວໄວ້ສອບສວນແລ້ວ.

ในภาพอาจจะมี 1 คน, กำลังเดิน, ฝูงชน และสถานที่กลางแจ้ง