ສະເໜີຮ່າງກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ, ສສຊ ເນັ້ນໜັກຂໍການເຕືອນໄພລ່ວງໜ້າ

40

ໄພພິບັດແມ່ນເຫດການທີ່ອັນຕະລາຍຮ້າຍແຮງ ອັນເກີດຈາກທຳມະຊາດ ຫຼື ມະນຸດສ້າງຂຶ້ນ ເມື່ອເກີດຂຶ້ນແລ້ວຈະສົ່ງຜົນເສຍຫາຍຢ່າງຫຼວງຫຼາຍຕໍ່ສຸຂະພາບ, ຊີວິດ, ຊັບສິນ, ເສດຖະກິດ ແລະ ການດຳລົງຊີວິດຂອງຄົນໃນສັງຄົມທັງໄລຍະສັ້ນ ແລະ ໄລຍະຍາວ. ສະນັ້ນ, ເມື່ອມີກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ ບັນດາສະມາຊິກສະພາແຫ່ງຊາດແມ່ນເນັ້ນໜັກພິເສດກ່ຽວກັບລະບົບເຕືອນໄພລ່ວງໜ້າ ເພື່ອໃຫ້ປະຊາຊົນສາມາດລົບໜີທັນ ແລະ ເກັບສິ່ງຂອງທີ່ຈຳເປັນໄດ້.

 

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังนั่ง, ต้นไม้, สถานที่กลางแจ้ง และธรรมชาติ

ພາບໄພພິບັດເຂື່ອນແຕກ ທີ່ເມືອງສະໜາມໄຊ ແຂວງອັດຕະປື ຜ່ານມາ

 

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ນຳເອົາຮ່າງກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດຕໍ່ກອງປະຊຸມສະພາແຫ່ງຊາດເພື່ອພິຈາລະນາປະກອບຄຳຄິດເຫັນ ແລະ ຮັບຮອງເອົາໃນວັນທີ 24 ມິຖຸນາ 2019 ນີ້ປະກອບມີ 10 ພາກ, 8 ໝວດ ແລະ 76 ມາດຕາ.

ອີງໃສ່ສະພາບຄວາມເປັນຈິງຂອງປະເທດເຮົາ ແລະ ແນວທາງນະໂຍບາຍໃນການປະສານງານ, ຕິດຕາມ ຊຸກຍູ້ ແລະ ສົ່ງເສີມວຽກງານຄຸ້ມຄອງໄພພິບັດ ເຊິ່ງບ້ານເຮົາຜ່ານມານິຕິກຳທີ່ເປັນບ່ອນອີງໃນການຄຸ້ມຄອງໄພພິບັດ ມີພຽງແຕ່ດຳລັດວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດ ສະບັບເລກທີ 75/ນຍ ລົງວັນທີ 28 ກຸມພາ 2018 ເຊິ່ງຍັງບໍ່ທັນກຳນົດລະອຽດໃນສິ່ງທີ່ຈຳເປັນ ແລະ ບໍ່ທັນຕອບສະໜອງຕາມທິດທາງ ແລະ ນະໂຍບາຍເທົ່າທີ່ຄວນ ຈິ່ງໄດ້ສ້າງກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດຂຶ້ນມາ.

ในภาพอาจจะมี 1 คน, กำลังยืน และชุดสูท

 

ເພື່ອເຮັດໃຫ້ວຽກງານຄຸ້ມຄອງໄພພິບັດໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ທັນສະໄໝ ແນໃສ່ເຝົ້າລະວັງ, ຫຼຸດຜ່ອນຜົນກະທົບທີ່ເກີດຈາກໄພພິບັດຕໍ່ສຸຂະພາບ, ຊີວິດ ແລະ ຊັບສິນ, ໂຄງລ່າງພື້ນຖານ ພ້ອມບູລະນະ ແລະ ກໍ່ສ້າງຄືນໃໝ່ຫຼັງໄພພິບັດ ທີ່ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ການສ້າງກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດຂຶ້ນມາຈະສາມາດເປັນເຄື່ອງມີທາງນິຕິກຳທີ່ໜັກແໜ້ນ, ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງຕິດຕາມກວດກາການເຄື່ອນໄຫວວຽກງານຄຸ້ມຄອງໄພພິບັດໃຫ້ມີຄວາມກະຈ່າງແຈ້ງ, ຄົບຖ້ວນ ແລະ ຮັດກຸມຍິ່ງຂຶ້ນ.

ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ ເມື່ອຖືກຮັບຮອງ ແລະ ປະກາດໃຊ້ແລ້ວຈະເປັນເຄື່ອງມືທີ່ສຳຄັນໃຫ້ແກ່ຂະແໜງການແຮງງານ ແລະ ສະຫວັດດີການສັງຄົມ ກໍ່ຄືຂະແໜງການທີ່ກ່ຽວຂ້ອງ ເພື່ອນຳໃຊ້ໃນການຕິດຕາມກວດກາວຽກງານຄຸ້ມໄພພິບັດໃຫ້ມີປະສິດທິຜົນ, ໂປ່ງໃສ ແລະ ຍຸຕິທຳ ເຊິ່ງເປັນພື້ນຖານອັນສຳຄັນໃນການສ້າງລັດແຫ່ງກົດໝາຍ.

ในภาพอาจจะมี 1 คน, กำลังนั่ง, สถานที่กลางแจ้ง และธรรมชาติ

ພາບໄພພິບັດເຂື່ອນແຕກ ທີ່ເມືອງສະໜາມໄຊ ແຂວງອັດຕະປື ຜ່ານມາ

 

ແນວໃດກໍ່ຕາມໃນລະຫວ່າງການພິຈາລະນາປະກອບຄຳຄິດເຫັນບັນຫາສະມາຊິກສະພາແຫ່ງຊາດແມ່ນມີຄຳຄິດເຫັນທີ່ຫຼາກຫຼາຍ ໃນນັ້ນໄດ້ເນັ້ນໜັກພິເສດກ່ຽວກັບການແຈ້ງເຕືອນໄພລ່ວງໜ້າທີ່ບ້ານເຮົາຍັງບໍ່ທັນມີນອກຈາກພະຍາກອນອາກາດ ເຊິ່ງໃນຮ່າງກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ ໃນມາດຕາ 18 ໄດ້ເວົ້າເຖິງການເຕືອນໄພລ່ວງໜ້າທີ່ບໍ່ໄດ້ກຳນົດໄລຍະເວລາທີ່ຊັດເຈນ ສະມາຊິກສະພາຫຼາຍທ່ານຈິ່ງເຫັນວ່າຄວນລະບຸໃຫ້ລະອຽດຄວນເຕືອນໄພຢ່າງໜ້ອຍຈັກຊົ່ວໂມງກ່ອນເກີດເຫດ ທັ້ງນີ້ກໍ່ເພື່ອໃຫ້ປະຊາຊົນມີຄວາມກຽມພ້ອມ ແລະ ສາມາດຍັບຍ້າຍສິ່ງອອກຈາກສູ່ບ່ອນທີ່ປອດໄພ.

 

ในภาพอาจจะมี 22 คน, คนที่ยิ้ม, ผู้คนกำลังนั่ง, ตาราง, เด็ก และสถานที่ในร่ม

 

ນອກຈາກນີ້, ຄຳເຫັນຂອງສະມາຊິກສະພາຫຼາຍທ່ານຍັງຢາກໃຫ້ມີເນື້ອໃນລະບຸລະອຽດຫຼາຍຂຶ້ນກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ກອງທຶນເພື່ອໄພພິບັດ, ການໃຫ້ຂໍ້ມູນຂ່າວສານໃຫ້ສື່ນຳໄປເຜີຍແຜ່ເພື່ອໃຫ້ສັງຄົມໃຫ້ການຊ່ວຍເຫຼືອ ຫຼື ຮັບຊາບຂໍ້ມູນຂ່າວສານທີ່ເປັນຈິງຕໍ່ເນື່ອງ ຕະຫຼອດຮອດການຊ່ວຍເຫຼືອຄອບຄົວຂອງອາສາສະໝັກ, ເຈົ້າໜ້າທີ່ໆໄປເຮັດໜ້າທີ່ຊ່ວຍເຫຼືອໄພພິບັດແຕ່ເກີດການສູນເສຍຊີວິດ ຫຼື ຊັບສິນ ແລະ ອື່ນໆ.

 

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังนั่ง และสถานที่ในร่ม