ຫັນຈາກການເຮັດໄຮ່ມາລ້ຽງງົວເປັນອາຊີບ ສ້າງລາຍຮັບໄດ້ຫຼາຍກວ່າ 50 ລ້ານກີບຕໍ່ປີ

44

ການສ້າງເສດຖະກິດຄອບຄົວຂອງພໍ່ແມ່ປະຊາຊົນຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ສ່ວນໃຫຍ່ແມ່ນການປູກຝັງ – ລ້ຽງສັດ ເຊິ່ງເຂົາເຈົ້າເຄີຍມີມູນເຊື້ອມາແຕ່ດົນນານ ບວກກັບເງື່ອນໄຂສະພາບແວດລ້ອມຂອງທ້ອງຖິ່ນ. ຍາມໃດພັກ – ລັດກໍໄດ້ຊຸກຍູ້ສົ່ງເສີມໃຫ້ພໍ່ແມ່ປະຊາຊົນຫັນມາລ້ຽງສັດໃຫ້ກາຍເປັນອາຊີບຕົ້ນຕໍ ໃນການສ້າງລາຍຮັບໃຫ້ແກ່ຄອບຄົວ ໂດຍສະເພາະແມ່ນການລ້ຽງງົວ ຄືກັບຄອບຄົວຂອງ ທ່ານ ເຢຍໄກ່ໄຊຢີລີ ທີ່ຢູ່ບ້ານມົກແຫວນ ເມືອງປາກແບງ ແຂວງອຸດົມໄຊ ເຊິ່ງເປັນຄອບຄົວໜຶ່ງທີ່ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງຂອງພັກ – ລັດ ແລະ ໄດ້ຮັບການຊຸກຍູ້ສົ່ງເສີມຈາກຂະແໜງການທີ່ກ່ຽວຂ້ອງເປັນທຶນຮອນເພື່ອນຳໃຊ້ເຂົ້າໃນການລ້ຽງ

ທ່ານ ເຢຍໄກ່ ໄຊຢີລີ ໄດ້ໃຫ້ຮູ້ວ່າ: ໃນເມື່ອກ່ອນຄອບຄົວຂອງຕົນເອງແມ່ນເຮັດອາຊີບການຖາງປ່າເຮັດໄຮ່ ປູກເຂົ້າ, ປູກພືດຜັກຈຳນວນໜຶ່ງ ແລະ ລ້ຽງສັດປີກ ເພື່ອເປັນສະບຽງອາຫານ ຊີວິດການເປັນຢູ່ແມ່ນພົບຄວາມຫຍຸ້ງຍາກຂາດເຂີນ ໂດຍສະເພາະແມ່ນການຂາດເຂົ້າກິນຍ້ອນສະພາບດິນຟ້າອາກາດບໍ່ອຳນວຍຄວາມສະດວກ ເຮັດໃຫ້ຜົນຜະລິດບໍ່ໄດ້ຕາມຄາດໝາຍ. ມາຮອດຊຸມປີ 2014 – 2015 ຈຶ່ງໄດ້ຫັນມາລ້ຽງງົວ ໃນເບື້ອງຕົ້ນມີງົວພຽງແຕ່ 10 ກວ່າໂຕ ຜ່ານການລ້ຽງເຫັນວ່າໄດ້ຮັບຜົນ ຈຶ່ງໄດ້ສືບຕໍ່ຂະຫຍາຍການລ້ຽງ ແລະ ໄດ້ມີການປູກຫຍ້າເພື່ອເປັນອາຫານສັດ, ຕໍ່ມາກໍໄດ້ນຳງົວອອກຂາຍໂດຍສະເລ່ຍ 6 – 8 ໂຕຕໍ່ປີ ສ້າງລາຍຮັບໃຫ້ຄອບຄົວໄດ້ຫຼາຍກວ່າ 50 ລ້ານກີບຕໍ່ປີ. ມາຮອດປັດຈຸບັນຄອບຄົວຂອງ ທ່ານ ເຢຍໄກ່ ມີງົວທັງໝົດປະມານ 70 ໂຕ.

ພາຍຫຼັງໄດ້ຫັນມາລ້ຽງງົວຊີວິດການເປັນຢູ່ຂອງຄອບຄົວເຫັນວ່ານັບມື້ດີຂຶ້ນ, ມີເງິນແຮເກັບໄວ້ໃນຄອບຄົວ ສາມາດຕັ້ງເຮືອນເຄິ່ງຖາວອນຢູ່ 1 ຫຼັງ, ມີໂຮງສີເຂົ້າ, ຊື້ພາຫະນະ ແລະ ເຄື່ອງຮັບໃຊ້ໃນຊີວິດປະຈຳວັນທີ່ຈຳເປັນ ເປັນຕົ້ນແມ່ນ: ລົດຈັກ, ມີໂທລະພາບ, ມີເງິນແຮເພື່ອປິ່ນປົວສຸຂະພາບ.

ທ່ານ ເຢຍໄກ່ ໄຊຢີລີ ໃຫ້ຮູ້ຕື່ມວ່າ: ການລ້ຽງງົວເປັນອາຊີບທີ່ມີຄວາມໝັ້ນຄົງ, ມີ ຄວາມສະດວກສະບາຍຫຼາຍ ຖ້າປຽບທຽບກັບການເຮັດໄຮ່ຄືແຕ່ກ່ອນ. ນອກຈາກນັ້ນ, ຍັງສາມາດສ້າງລາຍຮັບໄດ້ດີ ເໝາະສົມກັບຫຼາຍໆຄອບຄົວທີ່ຢູ່ຊົນນະບົດຫ່າງໄກສອກຫຼີກໃນການສ້າງອາຊີບ, ສ້າງລາຍຮັບ. ສະນັ້ນ, ຈຶ່ງຢາກແນະນຳໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າທີ່ກຳລັງຊອກຫາອາຊີບໃນການທຳມາຫາກິນໃຫ້ຫັນມາລ້ຽງງົວ ເພື່ອເປັນສິນຄ້າ, ສ້າງລາຍຮັບໃຫ້ແກ່ຄອບຄົວເຮັດໃຫ້ຊີວິດຄອບຄົວນັບມື້ດີຂຶ້ນ.

ສຳລັບແຜນຕໍ່ໜ້າແມ່ນຈະສືບຕໍ່ຂະຫຍາຍການລ້ຽງໃຫ້ຫຼາຍຂຶ້ນອີກຕື່ມ ໂດຍສະເພາະແມ່ນຂະຫຍາຍເນື້ອທີ່ການປູກ ຫຍ້າເພື່ອເປັນອາຫານງົວໃຫ້ຫຼາຍຂຶ້ນ.