ຫາມາກິນເລີຍ!!! ແກ່ນໝາກມີ້ຊ່ວຍແມ່ມີນ້ຳນົມ

108

ຖ້າເວົ້າເຖິງໝາກມີ້ແລ້ວ ຖືເປັນໝາກໄມ້ທີ່ກິນໄດ້ຕັ້ງແຕ່ໃບອ່ອນ ໝາກອ່ອນ ຫຼື ພາສາພື້ນບ້ານວ່າ ໝາກຫໍາມີ້ ຈໍ້າແຈ່ວເຂົ້າຂົ້ວກໍແຊບດີ ພໍໃຫຍ່ຊໍ່າໜຶ່ງກໍນໍາມາເຮັດແກງ ເຮັດຊຸບກິນເປັນອາຫານໄດ້ ແລະ ພໍມັນສຸກມາກໍກິນນວນອັນແຊບໆອີກ (ໝາກມີ້ມີ 2 ພັນຄື ໝາກມີ້ໜັງ ແລະ ໝາກມີ້ຝ້າຍ).

 

 

ນອກນັ້ນແກ່ນຂອງໝາກມີ້ກໍຍັງນໍາມາໜຶ້ງ ຫຼື ຕົ້ມກິນຫຼິ້ນໆກໍໄດ້ ແຊບມັນໄປອີກແບບ ແຖມແກ່ນຂອງໝາກມີ້ນີ້ຍັງມີປະໂຫຍດຫຼາຍ ອຸດົມໄປດ້ວຍປະໂຫຍດຕໍ່ຮ່າງກາຍເຊັ່ນ:

ຊ່ວຍບໍາລຸງນໍ້ານົມຂອງແມ່ລູກອ່ອນໃຫ້ມາດີ ເພີ່ມນໍ້ານົມໃຫ້ຫຼາຍຂຶ້ນ, ຊ່ວຍບໍາລຸງເລັບໃຫ້ສວຍງາມ ແຂງແຮງ, ບໍາລຸງຜົມ ເຮັດໃຫ້ຜົມດົກດໍາໜາຂຶ້ນ, ຊ່ວຍຢັບຢັ້ງຄວາມແກ່ເຮັດໃຫ້ນານເຖົ້າ, ບໍາລຸງສາຍຕາ, ປະສາດ.

ແລະ ຍັງຊ່ວຍກະຕຸ້ນການໄຫຼວຽນຂອງເລືອດ ຊ່ວຍໃນເລື່ອງຄວາມຕຶງຄຽດ ໃຫ້ຮູ້ສຶກຜ່ອນຄາຍ, ຫຼຸດຄວາມສ່ຽງຂອງການເປັນໂລກຫົວໃຈ, ຄວບຄຸມຄວາມດັນເລືອດ, ສາມາດຕ້ານເບົາຫວານໄດ້.

ທີ່ສໍາຄັນ ຍັງຊ່ວຍຫຼຸດນໍ້າໜັກ ຫຼຸດຜ່ອນຄວາມຕຸ້ຍໄດ້ອີກ, ປ້ອງກັນແຂ້ວແມງ ແລະ ສ້າງພູມຄຸມກັນໃຫ້ຮ່າງກາຍເຮົາໄດ້ອີກ ວ້າວຄຸນປະໂຫຍດຫຼາຍອີ່ຫຼີ່ ແບບນີ້ຕ້ອງໄດ້ເກັບແກ່ນໄວ້ຕົ້ມໄວ້ໜຶ້ງກິນທຸກເທື່ອທີ່ກິນນວນແລ້ວ.

ຈາກ : kaijeaw