ຫາລືຄວາມຄືບໜ້າການແກ້ໄຂຂໍ້ບົກຜ່ອງວຽກງານ ຄຕຟງ

41

ຄະນະກໍາມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ( ຄຕຟງ ) ໄດ້ຈັດກອງປະຊຸມສະໄໝສາມັນ ຄັ້ງທີ I ປະຈໍາປີ 2019 ເພື່ອປຶກສາຫາລືຫຼາຍບັນຫາທີ່ຕິດພັນກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ໃນວັນທີ 21 ມິຖຸນາ 2019 ທີ່ທະນາຄານ ແຫ່ງ ສປປ ລາວ ( ທຫລ ) ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ປະທານ ຄຕຟງ. ພ້ອມນີ້, ກໍມີ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທຫລ, ຮອງປະທານ ຄຕຟງ ແລະ ມີສະມາຊິກ ຄຕຟງ ທີ່ມາຈາກບັນດາກະຊວງ – ອົງການຕ່າງໆເຂົ້າຮ່ວມ.

ກອງປະຊຸມໄດ້ປຶກສາຫາລືຫຼາຍບັນຫາທີ່ມີຄວາມສໍາຄັນຕິດພັນກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ເປັນຕົ້ນແມ່ນຄວາມຄືບໜ້າໃນການແກ້ໄຂຂໍ້ບົກຜ່ອງ ແລະ ແຜນການກະກຽມການປະເມີນຮອບດ້ານ ສປປ ລາວ ໃນປີ 2020 – 2021. ພ້ອມນັ້ນ, ຍັງລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃນຄັ້ງກ່ອນໂດຍສະເພາະການສ້າງກົນໄກສືບສວນ – ສອບສວນທາງດ້ານການເງິນ; ການດໍາເນີນການປະເມີນຄຸ້ມຄອງ ຕາມຄວາມສ່ຽງດ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ແລະ ການພົວພັນສາກົນ ກ່ຽວກັບວຽກງານການຕ້ານການຟອກເງິນ ແລະ ສະໜອງທຶນແກ່ການກໍ່ການຮ້າຍ ( AML/CFT ). ນອກນັ້ນ, ຍັງຮັບຮອງເອົາແຜນການກະກຽມການປະເມີນຮອບດ້ານຂອງວຽກງານຕ້ານການຟອກເງິນ ແລະ ສະໜອງທຶນແກ່ການກໍ່ການຮ້າຍໃນປີ 2020 ຂອງ ສປປ ລາວ; ແຜນການປະກອບການຮ່ວມມືກັບຜູ້ຄຸ້ມຄອງ ແລະ ພາກສ່ວນດໍາເນີນຄະດີ ໂດຍສະເພາະຂະແໜງການທີ່ມີ ຄວາມສ່ຽງຕໍ່ວຽກງານການຕ້ານການຟອກເງິນ ແລະ ການຊ່ວຍເຫຼືອຈາກສາກົນໃນການສະໜອງແຫຼ່ງທຶນເຂົ້າໃນການສ້າງຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງກັບວຽກງານການຕ້ານການຟອກເງິນ ແລະ ສະໜອງທຶນແກ່ການກໍ່ການຮ້າຍ.

ຜ່ານມາລັດຖະບານລາວ ໄດ້ມີຄວາມພະຍາຍາມເລັ່ງໃສ່ຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃນຫຼາຍຮູບແບບ ແລະ ຮັບຜົນຄືບໜ້າດ້ວຍດີຕະຫຼອດມາ ເຮັດໃຫ້ ສປປ ລາວ ໄດ້ອອກຈາກບັນຊີສີເທົາມາຢູ່ໃນບັນຊີປົກກະຕິຂອງອົງການຕ້ານການຟອກເງິນສາກົນ ແລະ ໃນກອງປະຊຸມສະໄໝສາມັນ ຄັ້ງທີ II ປະຈໍາປີ 2018 ຄັ້ງຜ່ານມາ ໄດ້ຕີລາຄາສູງຕໍ່ຜົນສຳເລັດວຽກງານການປະເມີນຄວາມສ່ຽງລະດັບຊາດຕ້ານການຟອກເງິນ ແລະ ສະໜອງທຶນແກ່ການກໍ່ການຮ້າຍຄັ້ງທຳອິດຂອງ ສປປ ລາວ, ພ້ອມທັງຮັບຮອງເອົາແຜນປະຕິບັດງານ ເພື່ອແກ້ໄຂຄວາມສ່ຽງຈາກຜົນການປະເມີນທີ່ໄດ້ຮັບ ແລະ ຮັບຮູ້ຜົນຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ສະໜອງທຶນແກ່ການກໍ່ການຮ້າຍ ໂດຍສະເພາະການຂະຫຍາຍກົນໄກການຮ່ວມມືລະຫວ່າງອົງການສືບສວນ – ສອບສວນ, ຜູ້ຄຸ້ມຄອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ແລະ ສໍານັກງານຂໍ້ມູນຕ້ານການຟອກເງິນ ເພື່ອໃຫ້ສາມາດມີຂໍ້ມູນ ແລະ ການເຂົ້າເຖິງແຫຼ່ງຂໍ້ມູນຂອງບັນດາພາກສ່ວນຕ່າງໆ ນຳໄປເຖິງການດຳເນີນຄະດີອາດຊະຍາກຳທີ່ເປັນຄວາມຜິດຕົ້ນຂອງການຟອກເງິນໃຫ້ມີປະສິດທິຜົນຍິ່ງຂຶ້ນ ພ້ອມກັບການສ້າງເຄືອຂ່າຍການຮ່ວມມືລະຫວ່າງອົງກອນທີ່ກ່ຽວຂ້ອງໃຫ້ກວ້າງອອກ.

ທັງໝົດນີ້ກໍເພື່ອຮັບປະກັນບໍ່ໃຫ້ ສປປ ລາວ ຕົກຢູ່ໃນການຕິດຕາມຂອງສາກົນກ່ຽວກັບວຽກງານ AML/CFT ແລະ ກະກຽມໃຫ້ແກ່ການປະເມີນ ສປປ ລາວ ຮອບດ້ານ ກ່ຽວກັບວຽກງານ AML/CFT ( Mutual Evaluation “ ME ” ) ໃນປີ 2020. ທັງນີ້, ກໍເພື່ອເຮັດໃຫ້ລະບົບເສດຖະກິດ – ການເງິນ ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມເຂັ້ມແຂງ, ໝັ້ນຄົງ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

( ຂ່າວ – ຮູບ: ຣັດສະໝີ ດວງສັດຈະ )