ຮ່າງກົດໝາຍວ່າດ້ວຍທີ່ດິນ ຈະຊ່ວຍແກ້ໄຂຂໍ້ຂັດແຍ່ງການບຸກລຸກທີ່ດິນ

132

ປັດຈຸບັນເກີດມີຂໍ້ຂັດແຍ່ງກ່ຽວກັບເລື່ອງທີ່ດິນຂຶ້ນຢ່າງຫຼວງຫຼາຍທົ່ວສັງຄົມ ເນື່ອງຈາກການພັດທະນາຂອງປະເທດທີ່ວ່ອງໄວ, ຄຸ້ມຄອງດ້ານລະບຽບກົດໝາຍຍັງບໍ່ຮັດກຸມເທົ່າທີ່ຄວນ ເຮັດໃຫ້ມີການຈັບຈອງທີ່ດິນແບບຊະຊາຍ, ເຮັດໃຫ້ເກີດປາກົດການຂໍ້ຂັດແຍ່ງກ່ຽວກັບທີ່ດິນໃນກໍລະນີຕ່າງໆ. ດັ່ງນັ້ນ, ເພື່ອເຮັດໃຫ້ການຄຸ້ມຄອງທີ່ດິນມີ ຄວາມຮັດກຸມ, ທັນສະໄໝ ແລະ ສາມາດນຳໄປປະຕິບັດໄດ້ ສະພາແຫ່ງຊາດຈຶ່ງຜ່ານຮ່າງກົດໝາຍທີ່ດິນ.

ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ຄັ້ງວັນທີ 21 ມິຖຸນາ 2019 ພາຍໃຕ້ການເປັນປະທານຂອງ ທ່ານ ສົມພັນ ແພງຄໍາມີ ຮອງປະທານສະພາແຫ່ງຊາດ ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍທີ່ດິນ ພາຍຫຼັງທີ່ໄດ້ຜ່ານການທາບທາມໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII, ຜ່ານກອງເລຂາຄະນະປັບປຸງກົດໝາຍ ວ່າດ້ວຍທີ່ດິນຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ         ( ກຊສ ) ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການປັບປຸງເນື້ອໃນຮ່າງກົດໝາຍດັ່ງກ່າວຄືນ, ໃຫ້ກະຊວງຍຸຕິທຳກວດສອບ ຄວາມສອດຄ່ອງດ້ານກົດໝາຍຕໍ່ເນື້ອໃນ, ໄດ້ຜ່ານກອງປະຊຸມລັດຖະບານວິສາມັນປະຈຳເດືອນກຸມພາ 2019 ແລະ ຜ່ານກອງປະຊຸມທີ່ກ່ຽວຂ້ອງຕ່າງໆ.

ທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກຊສ ກ່າວວ່າ: ເນື້ອໃນຮ່າງກົດໝາຍ ວ່າດ້ວຍທີ່ດິນໄດ້ຜ່ານການທາບທາມໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ປະກອບມີ 15 ພາກ, 29 ໝວດ ແລະ 160 ມາດຕາ ແຕ່ການປັບປຸງຄືນໃນຄັ້ງນີ້ ປະກອບມີ 15 ພາກ, 29 ໝວດ ແລະ 190 ມາດຕາ ຖ້າທຽບໃສ່ສະບັບທາບທາມຄັ້ງກ່ອນໄດ້ເພີ່ມເຂົ້າໃໝ່ 36 ມາດຕາ, ປັບປຸງເນື້ອໃນຄືນໃໝ່ 47 ມາດຕາ ແລະ ຕັດອອກ 5 ມາດຕາ. ທັງນີ້, ມາດຕາທີ່ເພີ່ມເຂົ້າໃໝ່ໃນໝວດທີ 2 ການສໍາຫຼວດ, ການປົກປັກຮັກສາ ແລະ ການພັດທະນາທີ່ດິນໄດ້ເພີ່ມເຂົ້າ 1 ມາດຕາ; ໃນພາກທີ IV ການຄຸ້ມຄອງການນໍາໃຊ້ທີ່ດິນແຕ່ລະປະເພດໄດ້ເພີ່ມເຂົ້າ 30 ມາດຕາ; ໃນໝວດທີ 1 ການຄຸ້ມຄອງການນໍາໃຊ້ທີ່ດິນຂອງລັດ ຂອງພາກທີ່ການຄຸ້ມຄອງນຳໃຊ້ທີ່ດິນໄດ້ເພີ່ມເຂົ້າໃນ 1 ມາດຕາ; ພາກທີ VII ການເຊົ່າ, ການສຳປະທານທີ່ດິນ ໄດ້ປັບປຸງເອົາການຊື້  – ຂາຍສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດເຂົ້າຕື່ມໃນພາກນີ້ ໂດຍໄດ້ເພີ່ມອີກໝວດ 1 ເປັນໝວດທີ 3 ການຊື້ – ຂາຍສິດນໍາໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດ ປະກອບມີ 4 ມາດຕາ.

ທ່ານ ນາງ ວາລີ ເວດສະພົງ ສສຊ ເຂດ 1 ນະຄອນຫຼວງວຽງຈັນ ປະກອບຄຳເຫັນໃນ ມາດຕາ 123 ການຊື້ – ຂາຍສິດນຳໃຊ້ທີ່ດິນຂອງລັດທີ່ໄດ້ຈັດສັນຂອງລັດແບບມີກຳນົດ ວ່າ: ໃນດ້ານເສດຖະກິດແລ້ວ ການຊື້ – ຂາຍສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດໃຫ້ຄົນຕ່າງປະເທດບໍ່ເກີນ 50 ປີ ແລະ ສາມາດຊື້ຕໍ່ໄດ້ ເພື່ອພັດທະນາຕົວເມືອງໃໝ່, ສ້າງຄອນໂດມີນຽມ, ອາພາດເມັນ ປາກົດວ່ານະໂຍບາຍນີ້ຈະເນັ້ນສ້າງສິ່ງດັ່ງກ່າວນີ້ເພາະໄດ້ມີການເຈາະຈົງ ແລະ ທີ່ຜ່ານມາບໍ່ວ່າຈະເປັນເຂດເສດຖະກິດພິເສດ ຫຼື ເຂດທີ່ໄດ້ຮັບສຳປະທານແລ້ວໃນການສ້າງເມືອງໃໝ່, ສ້າງຕຶກອາຄານ, ສ້າງອາພາດເມັນ ພວກເຮົາໄດ້ວິເຄາະ, ວິໄຈ, ປະເມີນຄືນບໍ່ວ່າຜົນໄດ້ເປັນແນວໃດ ແລະ ການກຳນົດແຕ່ລະຄັ້ງ ມີນັກເສດຖະເສດເຂົ້າຮ່ວມນຳບໍ່? ເພື່ອວິເຄາະເບິ່ງວ່າການລົງທຶນປະເພດນີ້ໃນບ້ານເຮົາ, ໃນປະຊາກອນເທົ່ານີ້ຄວາມກຸ້ມຄ່າຈະເປັນແນວໃດ, ໃນຖານະເປັນນັກລົງທຶນ ຂ້າພະເຈົ້າເຫັນວ່າຕະຫຼາດບ້ານເຮົາຍັງນ້ອຍ. ສະນັ້ນ, ໃນມາດຕາດັ່ງກ່າວນີ້ແມ່ນບໍ່ເຫັນດີ.

ນອກຈາກນັ້ນ, ດ້ານບັນດາສະມາຊິກສະພາແຫ່ງຊາດ ກໍໄດ້ສຸມໃສ່ປະກອບຄຳຄິດເຫັນ ເປັນຕົ້ນແມ່ນ ມາດຕາ 30 ການຄຸ້ມຄອງການນຳໃຊ້ທີ່ດິນ, ມາດຕາ 37 ການກຳນົດເນື້ອທີ່ການນຳໃຊ້ທີ່ດິນກະສິກຳ, ມາດຕາ 77 ການກຳນົດຂອບເຂດສິດນຳໃຊ້ທີ່ດິນປຸກສ້າງ, ມາດຕາ 83 ການຈັດສັນທີ່ດິນປຸກສ້າງຂອງລັດເພື່ອເປັນທີ່ຢູ່ອາໄສຂອງພະນັກງານ, ມາດຕາທີ 101 ຂັ້ນຕອນການຂຶ້ນໃບທະບຽນອອກໃບຕາດິນ, ມາດຕາ 109 ການປະເມີນລາຄາທີ່ດິນ, ມາດຕາ 123 ການຊື້ – ຂາຍສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດ, ມາດຕາ 124 ການຈັດສັນທີ່ດິນປຸກສ້າງເພື່ອການພັດທະນາ, ມາດຕາ 125 ອົງການທີ່ດິນມີສິດຕົກລົງຂາຍສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດ ແລະ ມາດຕາອື່ນໆ ເຊິ່ງໂດຍລວມແລ້ວແມ່ນເຫັນດີເປັນເອກະພາບທາງດ້ານໂຄງສ້າງ ແລະ ເນື້ອໃນ ແຕ່ຍັງມີບາງເນື້ອໃນທີ່ເຫັນວ່າຍັງບໍ່ທັນສອດຄ່ອງໃຫ້ຕັດອອກ ແລະ ຕື່ມໃສ່ບາງຄຳສັບທີ່ເຫັນວ່າຍັງບໍ່ຈະແຈ້ງ, ຖືກຕ້ອງ, ຮັດກຸມ ແນໃສ່ເຮັດໃຫ້ຮ່າງກົດໝາຍສະບັບດັ່ງກ່າວຖືກຕ້ອງ ແລະ ສາມາດນຳໄປປະຕິບັດໄດ້ຕາມສະພາບ ຄວາມເປັນຈິງ.

ສສຊ ເຫັນດີຮັບຮອງເອົາຮ່າງກົດໝາຍດັ່ງກ່າວຈຳນວນ 74 ທ່ານ ໃນຈຳນວນທີ່ມີໜ້າທັງໝົດ 115 ທ່ານ ບໍ່ເຫັນດີ 41 ທ່ານ ບໍ່ອອກສຽງ 0 ທ່ານ.

( ຂ່າວ: ສັນຕິ, ຮູບ: ວິລະສັກ )