ເກີດແຜ່ນດິນໄຫວ ຮຸນແຮງ 7,5 ແມັກນິຈູດ ນອກຝັ່ງ ຕີມໍ-ອິນໂດເນເຊຍ

41

ເກີດແຜ່ນດິນໄຫວຮຸນແຮງ 7,5 ແມັກນິຈູດ ແຕ່ຢູ່ເລິກນອກຝັ່ງຕີມໍຕາເວັນອອກ ແລະ ອິນໂດເນເຊຍ ເມື່ອວັນຈັນ ທີ 24 ມິຖຸນາ ແຕ່ຮັບຮູ້ໄດ້ໄກເຖິງປະເທດອົສຕຣາລີ ແລະ ບໍ່ໄດ້ເຮັດໃຫ້ເກີດຄື້ນສຶນາມິ.

ສໍານັກຂ່າວຣອຍເຕີ ລາຍງານເມື່ອວັນຈັນ ທີ 24 ມິຖຸນາ ວ່າ ເກີດແຜ່ນດິນໄຫວຮຸນແຮງ 7,5 ແມັກນິຈູດສ້າງແຮງສັ່ນສະເທືອນ ແລະ ສັນຍານເຕືອນໄພໄປເຖິງນະຄອນຫຼວງດິລິ ປະເທດຕີມໍຕາເວັນອອກ ປະຊາຊົນຕ່າງແຕກຕື່ນແລ່ນໜີອອກຈາກອາຄານບ້ານພັກອາໄສ ແຕ່ເບື້ອງຕົ້ນ ຍັງບໍ່ມີລາຍງານຄວາມເສຍຫາຍ, ຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບ.

ທ່ານ ຄຣິສ ເຄນທ໌ ແຫ່ງສໍານັກງານອຸຕຸນິຍົມວິທະຍາຂອງອົສຕຣາລີ ເປີດເຜີຍກັບເອບີຊີ ເຣດິໂອ ດາວິນ ວ່າ ອາດຈະເປັນແຜ່ນດິນໄຫວຮຸນແຮງທີ່ສຸດເທົ່າທີ່ເຄີຍຮູ້ສຶກໄດ້ໃນເມືອງດາວິນ ເຮັດໃຫ້ຕົນຕ້ອງແລ່ນໜີອອກມາຢູ່ນອກອາຄານ ດົນ 15 ນາທີ ເພື່ອຄວາມປອດໄພ.

ສໍານັກງານສໍາຫຼວດທໍລະນີວິທະຍາສະຫະລັດ ແຈ້ງເຫດແຜ່ນດິນໄຫວຮຸນແຮງ ວັດແທກຄັ້ງທໍາອິດໄດ້ 7,2 ແມັກນິຈູດ ເມື່ອເວລາ 11:53 ໂມງ ຕາມເວລາທ້ອງຖິ່ນຂອງອິນໂດ ໃນວັນຈັນ ທີ 24 ມິຖຸນາ ສູນກາງຢູ່ເລິກລົງໄປໃຕ້ດິນ 220 ກິໂລແມັດ ນອກຝັ່ງຕີມໍຕາເວັນອອກ ແລະ ອິນໂດເນເຊຍ ແຕ່ສູນກາງແຜ່ນດິນໄຫວຢູ່ເລິກຫຼາຍ ຈຶ່ງບໍ່ກໍ່ໃຫ້ເກີດຄື້ນສຶນາມິ ຕາມລາຍງານຂອງສູນເຕືອນໄພສຶນາມິແຫ່ງປາຊິຟິກ.

ສໍານັກງານທໍລະນີຟິສິກຂອງອິນໂດເນເຊຍລາຍງານອັຟເຕີຊັອກວັດແທກໄດ້ 1-4 ຕາມມາດຕາວັດແທກຣິກເຕີ ແຮງສັ່ນສະເທືອນຍັງຮັບຮູ້ໄດ້ເຖິງເກາະບາຫຼີ ແຫຼ່ງທ່ອງທ່ຽວສໍາຄັນຂອງອິນໂດເນເຊຍ ຍັງບໍ່ມີລາຍງານຄວາມເສຍຫາຍ ແລະ ຜູ້ບາດເຈັບ ແຕ່ກ່ອນໜ້ານີ້ ໃນວັນດຽວກັນມີແຜ່ນດິນໄຫວ 6,1 ແມັກນິຈູດ ໃນແຂວງປາປົວ ທາງພາກຕາເວັນອອກຂອງອິນໂດເນເຊຍ ບໍ່ມີລາຍງານຜູ້ເສຍຊີວິດ.