ເປັນພໍ່ແມ່ຄວນຮູ້ໄວ້ ເມື່ອຢ່າຮ້າງຈະຂໍຄ່າລ້ຽງດູລູກແນວໃດ

48

ບໍ່ມີໃຜ ຫຼື ຄອບຄົວໃດ ທີ່ປາຖະໜາຕ້ອງການຈະແຕກແຍກ ຫຼື ສິ້ນສຸດຄວາມສຳພັນ ຫາກວ່າໃຈຄົນປ່ຽນໄດ້ຄວາມຮັກມີຈືດຈາງ ເມື່ອສອງຄົນໄດ້ຕັດສິນໃຈທີ່ຈະໃຊ້ຊີວິດຮ່ວມກັນແລ້ວ ຕ່າງກໍ່ພະຍາຍາມປະຄັບປະຄອງ ຖະນຸຖະໜອມຄວາມສຳພັນສາຍໄຍຄອບຄົວໃຫ້ໜັ້ນຄົງທະນົງແກ່ນໄປຕະຫຼອດການ ແຕ່ເມື່ອເຖິງວິນາທີສຸດທ້າຍຖ້າບໍ່ສາມາດຮັກສາສຳພັນຖານຄອບຄົວ ຫຼື ໝົດຫົນທາງທີ່ຈະປະຄັບປະຄອງຊີວິດຄູ່ໃຫ້ຍືນຍົງຢູ່ໄດ້ແລ້ວກໍ່ຕ້ອງໄດ້ຢ່າຮ້າງ ເຊິ່ງຄູ່ຜົວເມຍທີ່ມີລູກແລ້ວຈະມີບັນຫາຢູ່ຫຼາຍກວ່າເພາະເລື່ອງການຂໍລ້ຽງດູລູກນີ້ລະ!!!!

 

 

ຄວາມເປັນຈິງແລ້ວ ຫາກຜົວ ຫຼື ເມຍ ສິ້ນສຸດສະຖານະກັນແລ້ວກໍ່ຕາມ ຕ້ອງມີຝ່າຍໃດຝ່າຍໜຶ່ງເສຍຄ່າລ້ຽງດູລູກຈົນກວ່າຈະຮອດກະສຽນອາຍຸຄົບ 18 ປີ ຕາມກົດໝາຍວ່າດ້ວຍຄອບຄົວໄດ້ກ່າວໄວ້ໃນມາດຕາ 23 ການຮັກສາ ແລະ ລ້ຽງດູລູກ: ຖ້າວ່າຜົວເມຍ ຫາກບໍ່ເຫັນດີນໍາກັນກ່ຽວກັບການຮັກສາ ແລະ ລ້ຽງດູລູກ ພາຍຫຼັງການຢ່າຮ້າງກັນແລ້ວ ສານຕ້ອງຕັດສິນມອບເດັກໃຫ້ຢູ່ນຳພໍ່ ຫຼື ນຳແມ່ ໂດຍເອົາຜົນປະໂຫຍດຂອງເດັກ ແລະ ຕາມລະບຽບກົດໝາຍ.

 

 

ຜົວເມຍທີ່ໄດ້ຢ່າງຮ້າງກັນແລ້ວ ຕ້ອງໄດ້ເບິ່ງແຍງ, ລ້ຽງດູ ແລະ ສຶກສາອົບຮົມລູກ. ສານກຳນົດການໃຊ້ຈ່າຍ ໃນການລ້ຽງດູລູກ ຈົນຮອດກະສຽນອາຍຸ 18 ປີ ຕາມການຕົກລົງຂອງຜົວເມຍ ຫຼື ຕາມຄຳຕັດສິນຂອງສານ ໃນກໍລະນີທີ່ຜົວເມຍ ຫາກຕົກລົງກັນບໍ່ໄດ້.

 

 

ມາດຕາ 24 ການຮ້ອງຂໍຄ່າລ້ຽງລູກ: ພາຍຫຼັງການຢ່າຮ້າງກັນແລ້ວ ເມຍ ຫຼື ຜົວ ທີ່ເຈັບເປັນ ເນື່ອງຈາກສາຍພົວພັນຜົວເມຍ ໃນເມື່ອກ່ອນ ແລະ ຂາດເຂີນ ເຊິ່ງບໍ່ສາມາດຈະລ້ຽງຕົນເອງໄດ້ ກໍ່ມີສິດຮ້ອງຂໍ ໃຫ້ສານພິຈາລະນາຕັດສິນໃຫ້ຜົວ ຫຼື ເມຍ ຈ່າຍຄ່າລ້ຽງດູໄດ້ ໃນກໍລະນີທີ່ຝ່າຍຖືກຮ້ອງຂໍ ຫາກມີຄວາມສາມາດ ທາງດ້ານເສດຖະກິດ ແຕ່ການຈ່າຍຄ່າລ້ຽງດູນັ້ນ ບໍ່ໃຫ້ເກີນ 2 ປີ.

 

 

 

ຂໍ້ມູນ: ສານປະຊາຊົນສູງສຸດແຫ່ງ ສປປ ລາວ The People’s Supreme Court Lao PDR