ເອກະຊົນສຳປະທານ 100 ກວ່າເຮັກຕາ ປູກພືດ ແລະ ໄມ້ກິນໝາກຢູ່ເມືອງເລົ່າງາມ

124

ແຂວງສາລະວັນ ອະນຸຍາດໃຫ້ບໍລິສັດເອກະຊົນດຳເນີນໂຄງການສຳປະທານດິນປູກພືດ ແລະ ໄມ້ກິນໝາກ ໃນເນື້ອທີ່ 126,22 ເຮັກ ຢູ່ເຂດບ້ານນາທັນ ມີພິມີເຊັນສັນຍາເປັນທີ່ຮຽບຮ້ອຍແລ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ວິຊຽນ ນະວິກຸນ ຮອງເຈົ້າແຂວງໆສາລະວັນ ຜູ້ຊີ້ນຳວຽກງານເສດຖະກິດ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

 

ການເຊັນສັນຍາສຳປະທານດິນ ເພື່ອດຳເນີນໂຄງການປູກພືດ ແລະ ໄມ້ໃຫ້ໝາກ ໃນເນື້ອທີ່ທັງໝົດ 126,22 ເຮັກຕາ ໂດຍແມ່ນບໍລິສັດ ເອບີ ກໍ່ສ້າງຂົວ-ທາງ ແລະ ສ້ອມແປງເຄຫະສະຖານ ຈຳກັດຜູ້ດຽວ ເປັນຜູ້ລົງທຶນ 100%, ການດຳເນີນງານໂຄງການແບ່ງອອກເປັນ 2 ໄລຍະຄື: ໄລຍະທີ 1 ແມ່ນເລີ່ມກະກຽມບຸກເບີກເນື້ອທີ່ດິນ, ກໍ່ສ້າງພື້ນຖານໂຄງລ່າງການປູກພືດ ແລະ ອຸປະກອນຮັບໃຊ້ຕ່າງໆ ຈະໃຊ້ເວລາ 2 ປີ ( 2019-2020); ໄລຍະທີ 2 ແມ່ນຈະໄດ້ດໍາເນີນການປູກພຶດ, ບົວລະບັດ ແລະ ຈຳໜ່າຍຜົນຜະລິດ 28 ປີ ( 2020-2039) ມູນຄ່າການລົງທຶນທັງໝົດ 25 ຕື້ກີບ.

 

 

ໂຄງການດັ່ງກ່າວຕັ້ງຢູ່ເຂດບ້ານນາທັນ ເມືອງ ເລົ່າງາມ ແຂວງ ສາລະວັນ ໄລຍະການສຳປະທານແມ່ນ 20 ປີ ນັບແຕ່ອອກຂໍ້ຕົກລົງອະນຸມັດເປັນຕົ້ນໄປ, ໂຄງການປູກພືດ ແລະ ໄມ້ກິນໝາກ ຈະໄດ້ດຳເນີນແຕ່ປີ 2019-2039 ແລະ ສາມາດຕໍ່ອາຍຸໄດ້ຕາມການຕົກລົງເຫັນດີຈາກຂະແໜງການທີ່ກ່ຽວຂ້ອງ ໂດຍສະຕ້ອງສະເໜີລ່ວງໜ້າກ່ອນ 1 ປີ. ໂຄງການດັ່ງກ່າວເປັນການລົງທຶນໂດຍຮູບແບບສໍາປະທານ ໂດຍເສຍພັນທະໃຫ້ລັດ ຈຳນວນ 10 ໂດລາສະຫະລັດຕໍ່ເຮັກຕາຕໍ່ປີ ຫຼື 1.500 ໂດລາສະຫະລັດຕໍ່ປີ.

 

ພິທີລົງນາມໃສຳປະທານທີ່ດິນຈັດຂຶ້ນ ໃນວັນທີ 29 ມິຖຸນາຜ່ານມາ ລະຫວ່າງ ທ່ານ ບຸນເຮັ່ງ ໄຊຍະເສນ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ກັບ ທ່ານ ນາງ ສຸພາພອນ ບຸນທະວີສານ ປະທານບໍລິສັດ ແລະ ພະແນກການທີ່ກ່ຽວຂ້ອງ ໂດຍຊ້ອງໜ້າຂອງ ທ່ານ ວິຊຽນ ນະວິກຸນ ຮອງເຈົ້າແຂວງໆສາລະວັນ ພ້ອມດ້ວຍພາກສ່ວນທີ່ເຂົ້າຮ່ວມເປັນສັກຂີພິຍານ.

 

 

ຂໍ້ມູນ: ໜັງສືພິມ“ສາລະວັນ“