ແຂວງ ໄຊຍະບູລີ-ຈັ່ງຫວັດ ນ່ານ ຈັດກອງປະຊຸມຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ

119

ເພື່ອເປັນການສືບຕໍ່ສ້າງສາຍພົວພັນ ລາວ-ໄທ ໃນໄລຍະໃໝ່ ໂດຍມີການພັດທະນາຢ່າງວ່ອງໄວ ແລະ ນັບມື້ນັບດີຂຶ້ນເລື້ອຍໆ, ເສີມສ້າງຄວາມຜາສຸກຮົ່ມເຢັນໃຫ້ແກ່ປະຊາຊົນທັງສອງຝ່າຍ ເຮັດໃຫ້ຊາຍແດນ ລະຫວ່າງປະເທດ ມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ເພື່ອເອື້ອອໍານວຍໃຫ້ແກ່ວຽກງານເສດຖະກິດ, ວັດທະນະທໍາ – ສັງຄົມ ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ ແລະ ເພື່ອເປັນການສ້າງໃຫ້ຊາຍແດນຂອງສອງປະເທດ, ລາວ – ໄທ, ໄທ-ລາວ ເວົ້າລວມ, ເວົ້າສະເພາະກໍຄືສອງແຂວງ ໄຊຍະບູລີ – ຈັງຫວັດນ່ານ ໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ມີຄວາມສາມັກຄີ, ຮ່ວມມືຮອບດ້ານ ແລະ ຮັກສາໄດ້ຜົນປະໂຫຍດຂອງປະຊາຊົນທັງສອງຝ່າຍນັ້ນ ແຂວງ ໄຊຍະບູລີ ສປປ ລາວ ແລະ ຈັ່ງຫວັດ ນ່ານ ຣາສະອານາຈັກໄທ ຈຶ່ງໄດ້ຈັດກອງປະຊຸມຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ຄັ້ງທີ 11 ຂຶ້ນໃນວັນທີ 21 ມິຖຸນາ ປີນີ້, ທີ່ຫ້ອງປະຊຸມ ບໍລິສັດໄຟຟ້າ ຫົງສາ ເມືອງ ຫົງສາ, ແຂວງ ໄຊຍະບູລີ, ໂດຍການເປັນປະທານຮ່ວມຂອງ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ປະທານປ້ອງກັນຊາດ – ປ້ອງກັນຄວາມສະຫງົບຂັ້ນແຂວງ ແລະ ທ່ານ ວໍລະກິດຕິ ສຣີທິພາກອນ ຜູ້ວ່າຣາຊະການຈັ່ງຫວັດນ່ານ ພ້ອມດ້ວຍຄະນະກຳມະການຈາກພາກສ່ວນກ່ຽວຂ້ອງທັງສອງແຂວງເຂົ້າຮ່ວມ.

ໃນກອງປະຊຸມແມ່ນໄດ້ທົບທວນຄືນຜົນຂອງການຮ່ວມມື ໃນການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກກອງປະຊຸມຄະນະກໍາມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ແຂວງໄຊຍະບູລີ-ຈັງຫວັດນ່ານ ຄັ້ງທີ 10 ຜ່ານມາ, ເຊິ່ງມີຜົນສໍາເລັດໃນການຮ່ວມມືຫຼາຍດ້ານເປັນຕົ້ນແມ່ນ: ຮັກສາໄດ້ຄວາມສະຫງົບຮຽບຮ້ອຍຕາມຊາຍແດນແຂວງ-ຈັງຫວັດ, ປະຊາຊົນທັງສອງແຂວງແມ່ນມີການໄປມາຫາສູ່ກັນເປັນປົກກະຕິ, ມີການແລກປ່ຽນ, ຊື້-ຂາຍສິນຄ້າເຊິ່ງກັນ ແລະ ກັນ.

ນອກນີ້, ຍັງໄດ້ແລກປ່ຽນສິລະປະວັດທະນະທໍາ, ກິລາມິດຕະພາບ ແລະ ແລກປ່ຽນຂໍ້ມູນຂ່າວສານ ເພື່ອສະກັດກັ້ນກຸ່ມຄົນບໍ່ດີ ທີ່ສວຍໂອກາດນໍາໃຊ້ຊາຍແດນເຄື່ອນໄຫວໃນທາງທີ່ກົດໝາຍເກືອດຫ້າມ, ສໍາລັບເນື້ອໃນການຮ່ວມມືກັນຄັ້ງນີ້ ຕົ້ນຕໍແມ່ນ: ຮ່ວມມືກັນສະກັດກັ້ນການຄ້າຂາຍແຮງງານຜິດກົດໝາຍ ແລະ ແລກປ່ຽນຂໍ້ມູນຂ່າວສານນຳກັນ, ຮ່ວມມືກັນສະກັດກັ້ນການຄ້າຂາຍຢາເສບຕິດ ແລະ ປາບປາມຢາເສບຕິດ, ຮ່ວມມືໃນການຮັກສາເສັ້ນຊາຍແດນ ລາວ-ໄທ, ຮ່ວມມືໃນກໍລະນີບຸກຄົນຂອງແຕ່ລະຝ່າຍຖືກຈັບກຸມຄຸມຂັງ, ແລະ ພ້ອມກັນ ຊຸກຍູ້ສົ່ງເສີມໃຫ້ມີການຄ້າຂາຍ, ການລົງທຶນເພີ້ມຂຶ້ນ, ສົ່ງເສີມໃຫ້ປະຊາຊົນຕາມຊາຍແດນ ໄດ້ມີການຊື້-ຂາຍ, ການໄປມາຫາສູ່ກັນ, ການທ່ອງທ່ຽວ, ຢ້ຽມຢາມພີ່ນ້ອງ ແລະ ການປິ່ນປົວສຸຂະພາບໃຫ້ເປັນປົກກະຕິ ແລະ ຖືກຕ້ອງ; ຊຶ່ງເວົ້າລວມແມ່ນເຮັດໃຫ້ການເຂົ້າ-ອອກຊາຍແດນມີຄວາມຖືກຕ້ອງຕາມລະບຽບກົດໝາຍທີ່ລັດຖະບານ 2 ປະເທດວາງໄວ້ ແລະ ມີບັນຍາກາດທີ່ດີ.

ຈາກນັ້ນຄະນະຜູ້ແທນທັງສອງຝ່າຍກໍ່ໄດ້ລົງນາມເຊັນບົດບັນທຶກຮ່ວມກັນຕາງໜ້າຝ່າຍແຂວງ ໄຊຍະບູລີ ເຊັນໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ , ຝ່າຍຈັ່ງຫວັດນ່ານ ໂດຍແມ່ນ ທ່ານ ວໍລະກິດຕິ ສຣີທິພາກອນ ຜູ້ວ່າຣາຊະການຈັງຫວັດ, ໂດຍມີຄະນະກຳມະການທີ່ກ່ຽວຂ້ອງທັງ 2 ຝ່າຍເຂົ້າຮ່ວມເປັນສັກຂີພິຍານ, ຕອນທ້າຍແມ່ນໄດ້ມີການມອບຂອງທີ່ລະນຶກເຊິ່ງກັນ ແລະ ກັນ ແລະ ຖ່າຍຮູບຮ່ວມກັນຕື່ມອີກ.

ນັກຂ່າວ: ອຸ່ນເຮືອນ ໂພທິລັກ, ຫ້ອງວ່າການແຂວງ ໄຊຍະບູລີ