ຕ່າງປະເທດລາຍງານ ລາວພົບການແຜ່ລະບາດຂອງອະຫາວາໝູອາຟຣິກາ ໃນສາລະວັນ

54

ສະຖານະການການແຜ່ລະບາດຂອງພະຍາດອະຫິວາໝູອາຟຣິກາ ໃນອາຊີ ຍັງເກີດຂຶ້ນຢ່າງຕໍ່ເນື່ອງ ໂດຍລາວເປັນປະເທດຫຼ້າສຸດ ທີ່ລາຍງານວ່າພົບການແຜ່ລະບາດຂອງພະຍາດອະຫິວາໝູອາຟຣິກທີ່ແຂວງສາລະວັນ ທາງພາກໃຕ້ຂອງປະເທດ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວຽງຈັນ ປະເທດລາວ ເມື່ອວັນເສົາ ທີ 21 ມິຖຸນາ ວ່າ ອົງການໂຣກລະບາດສັດລະຫວ່າງປະເທດ (OIE) ເຊິ່ງມີສໍານັກງານໃຫຍ່ ຕັ້ງຢູ່ນະຄອນຫຼວງປາຣີສ ປະເທດຝຣັ່ງ ໄດ້ອອກຖະແຫຼງການ ເມື່ອວັນພະຫັດ ທີ່ໄດ້ຮັບແຈ້ງຈາກກະຊວງກະສິກໍາຂອງລາວ ກ່ຽວກັບການກວດພົບການແຜ່ລະບາດຂອງພະຍາດອະຫິວາໝູອາຟຣິກາ (ASF: African Swine Fever) ເປັນກໍລະນີທໍາອິດ ທີ່ໝູ່ບ້ານແຫ່ງໜຶ່ງ ໃນແຂວງສາລະວັນ ທາງພາກໃຕ້ຂອງປະເທດ ສົ່ງຜົນໃຫ້ຕ້ອງມີການຂ້າໝູໄປແລ້ວຢ່າງໜ້ອຍ 973 ໂຕ.

ไม่มีคำอธิบายรูปภาพ

ທັງນີ້ ເຊື້ອພະຍາດເອເອັສເອັຟ ຫຼື ອະຫິວາໝູອາຟຣິກາ ແຜ່ລະບາດຢ່າງວ່ອງໄວ ນັບຕັ້ງແຕ່ມີການກວດພົບການແຜ່ລະບາດເປັນຈຸດທໍາອິດ ທີ່ຟາມແຫ່ງໜຶ່ງ ໃນມົນທົນຫຼຽວໜິງ ທາງພາກຕາເວັນອອກສຽງເໜືອຂອງປະເທດຈີນ ສະເພາະໃນຄັ້ງນັ້ນ ລັດຖະບານຈີນໄດ້ຂ້າໝູໃນພື້ນທີ່ແຜ່ລະບາດຫຼາຍກວ່າ 38.000 ໂຕ ແລະ ອອກມາດຕະການເຂັ້ມງວດຈໍາກັດການເຄື່ອນຍ້າຍໝູ ທັງທີ່ຍັງມີຊີວິດຢູ່ ແລະ ເປັນຜະລິດຕະພັນທຸກຊະນິດ ໃນພື້ນທີ່ສ່ວນໃຫຍ່ຂອງປະເທດ ແຕ່ກໍ່ບໍ່ສາມາດຄວບຄຸມສະຖານະການໄດ້ ຈົນເຊື້ອດັ່ງກ່າວໄດ້ແຜ່ລະບາດໄປທົ່ວປະເທດ ແລະ ຂ້າມຊາຍແດນໄປປະເທດເກົາຫຼີເໜືອ ສົ່ງຜົນໃຫ້ເກົາຫຼີໃຕ້ເພິ່ມມາດຕະການເຝົ້າລະວັງຕາມແລວຊາຍແດນເຊັ່ນກັນ.

ในภาพอาจจะมี หนึ่งคนขึ้นไป, สถานที่กลางแจ้ง, อาหาร และธรรมชาติ
ຂະນະດຽວກັນ ຍັງມີລາຍງານການແຜ່ລະບາດຂອງອະຫິວາໝູອາຟຣິກາ ໃນປະເທດຮົງກົງ, ໄຕ້ຫວັນ, ມອງໂກເລຍ ແລະ ບາງປະເທດໃນເອີຣົບ. ແຕ່ສໍາລັບສະຖານະການໃນອາຊີຕາເວັນອອກສຽງໃຕ້ນັ້ນ ກໍ່ມີລາຍງານການແຜ່ລະບາດໃນປະເທດກໍາປູເຈຍຄັ້ງໜຶ່ງ ເມື່ອໄລຍະເດືອນເມສາ ຜ່ານມາ ເຊິ່ງເຈົ້າໜ້າທີ່ໄດ້ຂ້າໝູ ຫຼາຍກວ່າ 500 ໂຕ ແລະ ໃນໄລຍະນັ້ນ ລັດຖະບານຈີນໄດ້ລະງັບການນໍາເຂົ້າຜະລິດຕະພັນໝູທຸກປະເພດທີ່ສົ່ງອອກຈາກກໍາປູເຈຍໄວ້ກ່ອນ ຈຶ່ງຍັງບໍ່ເປັນທີ່ຊັດເຈນວ່າ ການແຜ່ລະບາດຄັ້ງນີ້ ເກີດຂຶ້ນທີ່ປະເທດໃດເປັນແຫ່ງທໍາອິດກັນແທ້. ເຖິງວ່າອົງການອາຫານ ແລະ ກະສິກໍາແຫ່ງສະຫະປະຊາຊາດ (FAO) ລາຍງານວ່າ ສາຍພັນຂອງເຊື້ອພະຍາດເອເອັສເອັຟ ໃນຄັ້ງນີ້ ເປັນສາຍພັນດຽວກັບທີ່ເຄີຍແຜ່ລະບາດໃນປະເທດຣັສເຊຍ ເມື່ອປີ ຜ່ານມາ ແຕ່ຍັງບໍ່ມີລາຍງານຢ່າງເປັນທາງການ ໃນເລື່ອງນີ້ ຈາກລັດຖະບານມອສໂກ.

ในภาพอาจจะมี หนึ่งคนขึ้นไป

ຕອນນີ້ ຫວຽດນາມເປັນປະເທດທີ່ຜະເຊີນກັບວິກິດການແຜ່ລະບາດຂອງເຊື້ອພະຍາດອະຫິວາໝູອາຟຣິກາຮຸນແຮງທີ່ສຸດ ໃນພາກພື້ນ ໂດຍນັບຕັ້ງແຕ່ກາງເດືອນພຶດສະພາ ທີ່ຜ່ານມາ ລັດຖະບານຮາໂນ່ຍ ມີຄໍາສັ່ງຂ້າໝູຫຼາຍກວ່າ 2 ລ້ານໂຕ ແລະ ມີການປະເມີນວ່າ ຜົນຜະລິດເນື້ອໝູຂອງຫວຽດນາມ ໃນປີນີ້ ຈະຫຼຸດລົງຫຼາຍເຖິງ 10% ຈາກປີຜ່ານມາ ເພາະມີການກວດພົບໂຣກລະບາດໃນແຂວງດົ່ງນາຍ ທາງພາກຕາເວັນອອກສຽງໃຕ້ ແລະ ເປັນແຫຼ່ງເພາະລ້ຽງ ສົ່ງອອກໝູລາຍໃຫຍ່ທີ່ສຸດຂອງຫວຽດນາມ.

ในภาพอาจจะมี 1 คน, กำลังยิ้ม

ເຖິງວ່າຍັງບໍ່ມີຫຼັກຖານຢືນຢັນຊັດເຈນ ວ່າ ພະຍາດອະຫິວາໝູ ຫຼື ເອເອັສເອັຟ ສາມາດແຜ່ລະບາດຈາກໝູສູ່ຄົນ ຫຼື ລະຫວ່າງ ຄົນ ກັບ ຄົນ ໄດ້ ຫຼື ບໍ່. ແຕ່ຈະສົ່ງຜົນກະທົບຢ່າງໜັກຕໍ່ອຸດສາຫະກໍາເນື້ອໝູໃນຕະຫຼາດໂລກ ແລະ ນັກວິທະຍາສາດຍັງບໍ່ປະສົບຄວາມສໍາເລັດໃນການພັດທະນາຢາປ້ອງກັນພະຍາດອະຫິວາໝູ.

ไม่มีคำอธิบายรูปภาพ