ບໍ່ງໍ້ຢາສີດຍຸງ ໃຊ້ພຽງກະປ໋ອງນີ້ໄລ່ຍຸງໄດ້ຫາຍຫ່ວງ

188

ສັດໂຕນ້ອຍ ແຕ່ສາມາດຈົບຊີວິດຄົນໄດ້ ເຮົາເອງບໍ່ຄວນເບິ່ງຂ້າມ ໂດຍສະເພາະຍາມຝົນແບບນີ້ ມັກຈະມີຍຸງມາກວນໃຈ ມາກັດເຮົາຫຼາຍກວ່າຍາມປົກກະຕິ ແລະ ໜັກໜ່ວງໄປກວ່ານັ້ນແມ່ນນຳເຊື້ອໄຂ້ຍຸງມາໃຫ້ອີກບໍ່ດີເລີຍ ເພື່ອປ້ອງກັນບັນຫາຈາກຍຸງ ມື້ນີ້ທາງທີມຂ່າວເສດຖະກິດການຄ້າ ກໍໄດ້ນໍາເອົາວິທີໄລ່ຍຸງແບບງ່າຍໆມາໃຫ້ທ່ານໄດ້ລອງປະຕິບັດ ແບບບໍ່ຕ້ອງໃຊ້ຍາສີດຍຸງ, ບໍ່ຕ້ອງໃຕ້ຢາໄລ່ຍຸງເລີຍ.

ໂດຍການກຽມ ຖ້ວຍ 1 ໃບ, ນໍ້າຕານຂາວ, ນໍ້າສົ້ມສາຍຊູ, ສະບູ(ຕັດໃຫ້ໝຸ່ນໆ), ໄມ່ທູ່ຫຼືບ່ວງໄວ້ຄົນ ແລະ ກະປ໋ອງເຄື່ອງດື່ມເປົ່າຊະນິດໃດກໍໄດ້
ເມື່ອກຽມອຸປະກອນແລ້ວໆກໍເລີ່ມເລີຍ!!!

ເອົານໍ້າຕານຊາຍລົງໄປໃນຖ້ວຍພໍປະມານລົງໃນຖ້ວຍ ແລ້ວເອົານໍ້າສົ້ມສາຍຊູູເທລົງໄປ, ເອົາສະບູລົງໃສ່ ຄົນໃຫ້ເຂົ້າກັນ ຈາກນັ້ນກໍເທລົງກະປ໋ອງທີກຽມໄວ້ ແລ້ວນໍາເອົາກະປ໋ອງໄປວາງໄວ້ກ້ອງຕຽງ ຮັບຮອງຍຸງຈະບໍ່ມາກວນໃຈທ່ານຢ່າງແນ່ນອນ ແຖມປະຍັດອີກ.