ຮ່ວມເຊຍ ສາວ ແພັດ ເພັດດາວອນ ມື້ແລງນີ້ ທີ່ລາຍການ ສຶກວັນດວນເພງ

110

ຮ່ວມລຸ້ນ ແລະ ໃຫ້ກໍາລັງໃຈ ສາວ ແພັດ ເພັດດາວອນ ກຸນລາວົງ ນັກຮ້ອງສາວລາວສຽງຊົງພະລັງ ໃນລາຍການ ສຶກວັນດວນເພງ ໂຄດແຊັມ ສາຍ 7

ມື້ແລງນີ້ (22 ມິຖຸນາ 2019) ໃນຮອບສົງຄາມແຊ້ມ ເວລາ 18:20 ທາງຊ່ອງ ONE31 ເດີ້ ຢ່າລືມ ຢ່າພາດ

ສາວແພັດ ເພັດດາວອນ ນັກຮ້ອງສາວລາວ ທີ່ໄປສ້າງຊື່ສຽງໂດ່ງດັງທີ່ປະເທດໄທ ໃນລາຍການ ເສິກວັນດວນເພງ ຄວ້າແຊ້ມ 21 ສະໄໝ ເປັນຄົນທໍາອິດຂອງປະເທດລາວ ທີ່ຫອບເງິນກັບບ້ານຈາກການແຂ່ງຂັນນີ້ 1 ລ້ານບາດ ໃນປີກາຍນີ້, ເຊິ່ງກ່ອນໜ້ານີ້ ສາວແພັດ ໄດ້ໄປແຂ່ງຂັນອີກຄັ້ງ ໃນລາຍການ ເສິກວັນດວນເພງສົງຄາມແຊ້ມ 2019 ໃນເດືອນມີນາ ຜ່ານມາ ໄດ້ແຊ້ມສາຍ 8 ແຕ່ບໍ່ສາມາດເປັນແຊ້ມໃນລາຍການ ເສິກວັນດວນເພງສົງຄາມແຊ້ມ 2019 ໄດ້ ແລະ ມາຮ່ວມລຸ້ນນໍາກັນອີກມື້ແລງນີ້ ວ່າຜົນຈະເປັນແນວໃດ.