ເສຍຊີວິດ 3 ຄົນ ເຫດໄຟໄໝ້ຫ້ອງເຊົ່າ ກາງນະຄອນຫຼວງປາຣີສ

44

ມີຜູ້ເສຍຊີວິດແລ້ວ 3 ຄົນ ແລະ ບາດເຈັບສາຫັດ 1 ຄົນ ຈາກເຫດໄຟໄໝ້ອາຄານທີ່ພັກອາໄສໃຈກາງນະຄອນຫຼວງປາຣີສ ປະເທດຝຣັ່ງ ເມື່ອເຊົ້າວັນເສົາ ທີ່ຜ່ານມາ.

ສໍານັກຂ່າວເອເອັຟພີລາຍງານຈາກນະຄອນຫຼວງປາຣີສ ປະເທດຝຣັ່ງ ເມື່ອວັນເສົາ ທີ 22 ມິຖຸນາ ວ່າ ໂຄສົກໜ່ວຍດັບເພີງນະຄອນຫຼວງປາຣີສ ຖະແຫຼງວ່າ ເກີດເຫດໄຟໄໝ້ເປັນອາຄານທີ່ພັກອາໄສແບບຫ້ອງພັກ ສູງ 6 ຊັ້ນ ຕັ້ງຢູ່ໃນເຂດທີ 11 ໃຈກາງນະຄອນຫຼວງປາຣີສ ແລ້ວຍັງເປັນທີ່ຕັ້ງຂອງຮ້ານອາຫານ ກັບ ຫ້ອງອາບນ້ໍາອຸ່ນ ເຫດເກີດເມື່ອເວລາປະມານ 05:00 ໂມງເຊົ້າ ວັນເສົາ ທີ 22 ມິຖຸນາ ຕາມເວລາທ້ອງຖິ່ນ ເຈົ້າໜ້າທີ່ດັບເພີງ 200 ຄົນ ໃຊ້ເວລາດົນ ເຖິງ 4 ຊົ່ວໂມງ ຈຶ່ງສາມາດຄວບຄຸມໄຟ ໄດ້ ເບື້ອງຕົ້ນພົບຜູ້ເສຍຊີວິດແລ້ວ 3 ຄົນ ແລະ ບາດເຈັບສາຫັດ 1 ຄົນ ສາເຫດຂອງໄຟໄໝ້ຍັງບໍ່ຮູ້ຊັດເຈນ ເຊິ່ງຢູ່ລະຫວ່າງການສອບສວນ ໂດຍມີໄອຍະການເຂົ້າມາຮ່ວມສອບສວນດ້ວຍ.

ຮອງອໍານວຍການ ຟຼໍແຣງ ລອຍຕິເອ ຂອງໜ່ວຍດັບເພີງປາຣີສ ກ່າວວ່າ ຕົວອາຄານສ້າງມາຕັ້ງແຕ່ປີ 1970 ແລະ ຢູ່ລະຫວ່າງການສ້ອມແປງປັບປຸງດ້ານໜ້າ ເຮັດໃຫ້ປະຕິບັດການຊ່ວຍເຫຼືອເປັນໄປຢ່າງຍາກລໍາບາກ ສ່ວນໄຟໄໝ້ໃນຕົວອາຄານກໍ່ຮ້ອນຫຼາຍ ມີຜູ້ບາດເຈັບເພາະສູບຄວັນເຂົ້າໄປ 27 ຄົນ.