ເຫດໂຮງງານໄມ້ຂີດໄຟໄໝ້ ໃນອິນໂດເນເຊຍ ເສຍຊີວິດ 30 ຄົນ

45

ໄຟໄໝ້ບ້ານແຫ່ງໜຶ່ງທີ່ເຮັດເປັນໂຮງງານຜະລິດໄມ້ຂີດໄຟ ເທິງເກາະສຸມາຕຣາ ທາງພາກຕາເວັນຕົກຂອງປະເທດອິນໂດເນເຊຍ ເມືອວັນສຸກ ມີຜູ້ເສຍຊີວິດຢ່າງໜ້ອຍ 30 ຄົນ ລວມເຖິງເດັກນ້ອຍ 3 ຄົນ.

ສໍານັກຂ່າວເອເອັຟພີ ແລະ ເອພີລາຍງານຈາກນະຄອນຫຼວງຈາກາຕ້າ ປະເທດອິນໂດເນເຊຍ ເມື່ອວັນສຸກ ທີ 21 ມິຖຸນາ ວ່າ ພາບຖ່າຍຈາກສະຖານທີ່ເກີດເຫດສະແດງໃຫ້ເຫັນສົບຜູ້ເສຍຊີວິດໃນສະພາບໄໝ້ຈົນໝົດນອນທັບກັນເທິງພື້ນບ້ານທີ່ດັດແປງເປັນໂຮງງານຜະລິດໄມ້ຂີດໄຟ ໃນເມືອງບິນໃຈ ແຂວງສຸມາຕຣາເໜືອ ຫ່າງຈາກເມືອງເມດານ ເມືອງເອກຂອງແຂວງ ໄປທາງທິດຕາເວັນຕົກ ປະມານ 70 ກິໂລແມັດ ຫຼັງຈາກຄວບຄຸມໄຟໄດ້ແລ້ວພົບຜູ້ເສຍຊີວິດໃນທີ່ເກີດເຫດ 30 ຄົນ ລວມເຖິງເດັກນ້ອຍ 3 ຄົນ.

ในภาพอาจจะมี 2 คน, ผู้คนกำลังยืน และสถานที่กลางแจ้ง

ທ່ານໄຮອາດິລ ຣູບິສ ຜູ້ອໍານວຍການສໍານັກງານບໍລິຫານຈັດການໄພພິບັດ ແຂວງສຸມາຕຣາເໜືອ ກ່າວວ່າ ເບື້ອງຕົ້ນຍັງບໍ່ຮູ້ສາເຫດຂອງເຫດການຄັ້ງນີ້ ເຊິ່ງເລິ່ມເກີດເຫດເມື່ອຊ່ວງຫຼັງທ່ຽງຂອງວັນສຸກ ເຈົ້າໜ້າທີ່ກໍາລັງສອບຖາມ ຂະນະທີ່ ທ່ານບູດີ ຊຸລກິຟຼິ ເພື່ອນບ້ານເຜີຍວ່າ ໄດ້ຍິນສຽງດັງຄ້າຍລະເບີດ ກ່ອນຈະເກີດໄຟລຸກໄໝ້ຢ່າງວ່ອງໄວ.

ในภาพอาจจะมี สถานที่กลางแจ้ง

ທາງດ້ານເຈົ້າຂອງບ້ານ ເປັນຍິງຊະລາຊື່ນາງຣອສ ເປີດເຜີຍຕໍ່ນັກຂ່າວວ່າ ຕົນໄດ້ໃຫ້ເຊົ່າບ້ານຫຼັງນີ້ ເມື່ອ 4 ປີກ່ອນ ແກ່ຊາຍນັກທຸລະກິດຄົນໜຶ່ງຈາກເມືອງເມດານ ເຊິ່ງຜູ້ເຊົ່ານໍາໃຊ້ເຮືອນຫຼັງນີ້ມາປັບແປງເປັນໂຮງງານຜະລິດໄມ້ຂີດໄຟ ສ່ວນ ທ່ານອີວານ ຊະຢາຮາຣີ ເຈົ້າໜ້າທີ່ໜ່ວຍກູ້ໄພທ້ອງຖິ່ນ ເຜີຍວ່າ ເດັກທີ່ເສຍຊີວິດ 3 ຄົນ ຮູ້ວ່າເປັນລູກຂອງພໍ່ແມ່ທີ່ເປັນແຮງງານພາມາຢູ່ບ່ອນເຮັດວຽກນໍາ.

ในภาพอาจจะมี ผู้คนกำลังนั่ง และสถานที่กลางแจ้ง

ในภาพอาจจะมี 3 คน