ກຸ່ມອາຊຽນຫາລືເຊີນຜູ້ນໍາເກົາຫຼີເໜືອຮ່ວມປະຊຸມ “ວາລະພິເສດ”

48

ຜູ້ນໍາອາຊຽນມີແຜນຫາລື “ຢ່າງຮອບຄອບ” ກ່ຽວກັບຄວາມເປັນໄປໄດ້ໃນການຈັດການປະຊຸມວາລະພິເສດກັບ ທ່ານຄິມ ຈອງ-ອຶນ ຜູ້ນໍາສູງສຸດຂອງເກົາຫຼີເໜືອ ໂດຍໃຊ້ສະຖານທີ່ໃນເມືອງປູຊານຂອງເກົາຫຼີໃຕ້ ໄລຍະທ້າຍປີນີ້.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຊ ປະເທດເກົາຫຼີໃຕ້ ເມື່ອວັນສຸກ ທີ 21 ມິຖຸນາ ໂດຍອ້າງຂໍ້ມູນຈາກແຫຼ່ງຂ່າວ ເຊິ່ງເຜີຍແຜ່ກັບສໍານັກຂ່າວຂອງຍີ່ປຸ່ນຫຼາຍແຫ່ງ ລວມເຖິງກຽວໂດ ແລະ ໜັງສືພິມໄມນິຊິ ວ່າ ນອກເໜືອຈາກການຫາລືກ່ຽວກັບສະຖານະການພາຍໃນພາກພື້ນ ແລະ ຄວາມທ້າທາຍຈາກພາຍນອກ ໂດຍສະເພາະຜົນກະທົບຈາກສົງຄາມການຄ້າ ລະຫວ່າງ ສະຫະລັດ ກັບ ຈີນແລ້ວ ຜູ້ນໍາຈາກ 10 ປະເທດສະມາຊິກສະມາຄົມປະຊາຊາດແຫ່ງ ອາຊີຕາເວັນອອກສຽງໃຕ້ (ອາຊຽນ) ຈະຫາລືກ່ຽວກັບການຈັດການປະຊຸມສຸດຍອດລະດັບຜູ້ນໍາ “ຄັ້ງປະຫວັດສາດ” ກັບ ທ່ານຄິມ ຈອງ-ອຶນ ຜູ້ນໍາສູງສຸດຂອງເກົາຫຼີເໜືອທີ່ເບື້ອງຕົ້ນໄດ້ມີການກໍານົດໄວ້ ລະຫວ່າງ ວັນທີ 25 ເຖິງ 26 ພະຈິກ ນີ້ ທີ່ ເມືອງປູຊານ ທາງພາກໃຕ້ຂອງປະເທດເກົາຫຼີໃຕ້.

ในภาพอาจจะมี หนึ่งคนขึ้นไป และผู้คนกำลังยืน

ນອກຈາກນີ້, ຖ້າເກີດຂຶ້ນແທ້ ການປະຊຸມຄັ້ງນີ້ ຍັງຖືເປັນການປະຊຸມວາລະພິເສດ ເນື່ອງໃນໂອກາດທີ່ປີນີ້ ຄົບຮອບ 30 ປີ ການສະຖາປະນາຄວາມສໍາພັນໃນຖານະຄູ່ເຈລະຈາລະຫວ່າງອາຊຽນ ກັບ ເກົາຫຼີເໜືອດ້ວຍ ຂະນະທີ່ ແຫຼ່ງຂ່າວເຜີຍດ້ວຍວ່າ ຜູ້ນໍາອາຊຽນ ທັງ 10 ປະເທດ ຕ້ອງຫາລືເລື່ອງດັ່ງກ່າວ “ດ້ວຍຄວາມລະມັດລະວັງ ແລະ ຮອບຄອບທີ່ສຸດ” ເນື່ອງຈາກຍັງບໍ່ມີໃຜສາມາດປະເມີນສະຖານະການໄດ້ວ່າ ຜູ້ນໍາໜຸ່ມຂອງເກົາຫຼີເໜືອຈະຕອບຮັບຄໍາເຊີນ ຫຼື ບໍ່ ແຕ່ໃນກໍລະນີທີ່ ທ່ານຄິມ ຕອບຕົກລົງ ແລະ ເຂົ້າຮ່ວມການປະຊຸມດ້ວຍຕົວເອງແທ້ ຈະເປັນການສົ່ງເສີມບົດບາດ ແລະ ພາບລັກຄັ້ງສໍາຄັນໃຫ້ກັບອາຊຽນ ໃນຖານະອົງກອນລະຫວ່າງປະເທດ ທີ່ຮ່ວມມີບົດບາດໃນການແກ້ໄຂສະຖານະການດ້ານ ຄວາມໝັ້ນຄົງທີ່ສໍາຄັນລະດັບໂລກເຊັ່ນນີ້ ເນື່ອງຈາກເປັນປະເດັນທີ່ມີທັງສະຫະລັດ, ຈີນ ແລະ ເກົາຫຼີໃຕ້ ກ່ຽວຂ້ອງດ້ວຍ.