ກົດໝາຍວ່າດ້ວຍເອກະສານ ຈະຊ່ວຍການຄຸ້ມຄອງນໍາໃຊ້ເປັນເອກະພາບ

0
243

ໃນໄລຍະຜ່ານມາ ການຈັດຕັ້ງປະຕິບັດບັນດານິຕິກຳກ່ຽວກັບວຽກງານຄຸ້ມຄອງ ແລະ ສຳເນົາເອກະສານ ເຫັນວ່າບໍ່ຄົບຖ້ວນ ແລະ ກວມລວມ ທີ່ສໍາຄັນບໍ່ທັນມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ເນື່ອງຈາກບໍ່ທັນມີກົດໝາຍຄຸ້ມຄອງ. ຫຼ້າສຸດໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ເມື່ອວັນທີ 20 ມິຖຸນາ 2019 ສະມາຊິກສະພາແຫ່ງຊາດ ເຫັນດີເປັນເອກະພາບຮັບຮອງກົດໝາຍດັ່ງກ່າວແລ້ວ.

ທ່ານ ຄຳໝັ້ນ ສູນວິເລີດ ລັດຖະມົນຕີກະຊວງພາຍໃນ ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນຂອງຮ່າງກົດໝາຍ ວ່າດ້ວຍເອກະສານ ( ສ້າງໃໝ່ ) ໃຫ້ຮູ້ວ່າ: ການສ້າງ ແລະ ຄຸ້ມຄອງເອກະສານແມ່ນມີຄວາມສໍາຄັນໃຫ້ແກ່ວຽກງານຕ່າງໆຂອງພັກ ແລະ ລັດຖະບານ ຈຶ່ງໄດ້ຖືສໍາຄັນວຽກງານດັ່ງກ່າວດ້ວຍການອອກບັນດານິຕິກໍາຕ່າງໆທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຕ່າງໆ.

ສຳລັບເຫດຜົນ ແລະ ຄວາມຈຳເປັນໃນການສະເໜີສ້າງຮ່າງກົດໝາຍ ວ່າດ້ວຍເອກະສານ ເນື່ອງຈາກໃນປັດຈຸບັນການຈັດຕັ້ງປະຕິບັດບັນດານິຕິກຳ ກ່ຽວກັບວຽກງານຄຸ້ມຄອງ ແລະ ສຳເນົາເອກະສານ ເຫັນວ່າຍັງບໍ່ທັນຄົບຖ້ວນ, ບໍ່ແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງວຽກງານ ແລະ ບໍ່ສອດຄ່ອງກັບສະພາບຂອງການປ່ຽນແປງໃໝ່ຂອງສັງຄົມ ເຖິງແມ່ນວ່າຈະມີດຳລັດ ວ່າດ້ວຍເອກະສານທາງການກໍຕາມ ແຕ່ບໍ່ທັນກວມລວມເອກະສານທົ່ວໄປ, ບໍ່ທັນໄດ້ກຳນົດເອກະສານທັງໝົດທີ່ສ້າງຂຶ້ນ ລວມທັງເອກະສານປະຫວັດສາດຂອງຊາດ. ທັງນີ້, ເພື່ອແນໃສ່ເປັນບ່ອນອີງໃຫ້ແກ່ບັນດາອົງການຈັດຕັ້ງ, ຂັ້ນສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ແລະ ສຳເນົາເອກະສານໃຫ້ມີຄວາມເອກະພາບ ແລະ ເປັນລະບົບ ເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ທ່ານລັດຖະມົນຕີ ກະຊວງພາຍໃນ ກ່າວຕື່ມວ່າ: ຮ່າງກົດໝາຍວ່າດ້ວຍເອກະສານ ປະກອບມີ 10 ພາກ, 16 ໝວດ, 100 ມາດຕາ ຖ້າຮ່າງກົດໝາຍສະບັບນີ້ໄດ້ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການແລ້ວ ຈະເປັນບ່ອນອີງທາງດ້ານນິຕິກຳໃຫ້ແກ່ບັນດາກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ແຕ່ລະຂັ້ນຈັດຕັ້ງປະຕິບັດວຽກງານເອກະສານໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ, ປະກອບສ່ວນໃນການຄຸ້ມຄອງເສດຖະກິດ – ສັງຄົມຂອງປະເທດ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໄດ້ຢ່າງເປັນເຈົ້າການ, ສ້າງຄວາມສະດວກໃຫ້ແກ່ບັນດາກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ແລະ ປະຊາຊົນບັນດາເຜົ່າເຫັນໄດ້ຄວາມສຳຄັນ ແລະ ໃຫ້ການຮ່ວມມືໃນວຽກງານຄຸ້ມຄອງເອກະສານ, ສາມາດຄຸ້ມຄອງເອກະສານທີ່ມີຄຸນຄ່າຂອງຊາດຢ່າງເປັນລະບົບ, ສາມາດທ້ອນໂຮມເອກະສານທີ່ມີຄຸນຄ່າຂອງຊາດ ເພື່ອເຂົ້າມາປົກປັກຮັກສາໃຫ້ມີຄວາມປອດໄພ ແລະ ຕອບສະໜອງຂໍ້ມູນເອກະສານໃຫ້ແກ່ການຄົ້ນຄວ້າຂອງສັງຄົມຢ່າງທັນເວລາ.

ທ່ານ ນາງ ແສງສຸວັນ ຊຸຍພະສິດ ສສຊ ເຂດ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍເອກະສານ ໃສ່ບາງມາດຕາວ່າ: ມາດຕາ 2 ສະເໜີໃຫ້ຂຽນຕື່ມກ່ຽວກັບການລົງລາຍເຊັນໃນເອກະສານ ມັນຈຶ່ງຈະເຮັດໃຫ້ເອກະສານສະບັບໃດໜຶ່ງມີ ຄວາມສົມບູນໄດ້, ໝວດ 2 ສະເໜີກ່ຽວກັບການໃຊ້ນໍ້າມຶກເຊັນເອກະສານໃຫ້ໃຊ້ສີດໍາ ເພື່ອປ້ອງກັນການຄັດລອກລາຍເຊັນທີ່ອາດເກີດຂຶ້ນ, ມາດຕາ 26 ສະເໜີໃຫ້ຕື່ມຂໍ້ມູນກ່ຽວກັບການເຊັນແທນແມ່ນໃຫ້ຂຽນດ້ວຍມື, ມາດຕາ   62 – 63 ສະເໜີໃຫ້ຫ້ອງເກັບມ້ຽນເອກະສານໄວ້ສະເພາະແຕ່ລະຫ້ອງການ.

ທ່ານ ສາຍທອງ ແກ້ວດວງດີ ສສຊ ເຂດ 1 ນະຄອນຫຼວງວຽງຈັນ ກ່າວວ່າ: ກົດໝາຍວ່າດ້ວຍເອກະສານ ມີ 100 ມາດຕາ. ໃນນັ້ນ, ມີ 50 ກວ່າມາດຕາ ເກືອບ 60% ທີ່ເວົ້າກ່ຽວກັບນິຍາມ ແຕ່ເວົ້າກ່ຽວຂ້ອງກັບໜ້າວຽກແທ້ ມີພຽງ  20 – 30% ເຊິ່ງຄິດວ່າຈະຕ້ອງໄດ້ເບິ່ງຄືນເຖິງວຽກຢ່າງລະອຽດ ເພາະວ່າຖ້າມີນິຍາມຫຼາຍເກີນໄປການປະຕິບັດຕົວຈິງກໍຫຍຸ້ງຍາກ ດ້ວຍເຫດນັ້ນຄວນເບິ່ງຄືນອັນໃດຄວນນິຍາມ ຫຼື ບໍ່ ຕາມຄວາມເໝາະສົມ. ດັ່ງນັ້ນ, ຂໍປະກອບຄໍາເຫັນໃສ່ບາງມາດຕາ ໂດຍສະເພາະແມ່ນມາດຕາ 4 ນະໂຍບາຍຂອງລັດ, ມັນມີລັກສະນະກວມລວມເກີນໄປ, ຄວນຂຽນໃຫ້ລະອຽດຂຶ້ນຕື່ມ, ດ້ານເອກະສານທາງດ້ານບໍລິຫານ ໂດຍສະເພາະແມ່ນການບໍລິຫານງານຂັ້ນບ້ານ, ນາຍບ້ານ, ຄວນມີການຂຽນຜົນງານ ຫຼື ປະຫວັດຂອງເຂົາເຈົ້າ ພ້ອມທັງຮັກສາໄວ້ໃນບ້ານນັ້ນໆ. ດັ່ງນັ້ນ, ໃນມາດຕາດັ່ງກ່າວຕ້ອງມີຄວາມລະອຽດຂຶ້ນຕື່ມ, ຄວນມີງົບປະມານ ແລະ ບຸກຄົນຊ່ວຍ ເພື່ອເກັບກໍາຂໍ້ມູນຢ່າງລະອຽດເພື່ອໃຫ້ຄົນຮຸ່ນຫຼັງໄດ້ຮັບຮູ້.

ເຖິງຢ່າງໃດກໍຕາມ, ຜ່ານການປະກອບຄຳເຫັນຢ່າງກົງໄປກົງມາຂອງບັນດາສະມາຊິກສະພາແຫ່ງຊາດ ໃນຕອນທ້າຍບັນດາ ສສຊ ໄດ້ລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍເອກະສານ ດ້ວຍຄະແນນສຽງສ່ວນຫຼາຍ.

[ ຂ່າວ: ສົມລົດ; ຮູບ: ວິລະສັກ ]

LEAVE A REPLY

Please enter your comment!
Please enter your name here