ຄຳມ່ວນຄາດ ສົກນີ້ຈະມີ 300 ກວ່ານ້ອງ ທີ່ຈະບັນລຸຄະແນນ 7 ຂຶ້ນໄປທຸກວິຊາ

91

ຫຍັບມໍ່ເຂົ້າມາແລ້ວ ສຳລັບການສອບເສັງຈົບຊັ້ນມັດທະຍົມຕອນປາຍ (ມ7) ເຊິ່ງນ້ອງໆທີ່ກຳລັງກຽມຈົບ ຕ່າງກໍ່ເອົາໃຈໃສ່ຄົ້ນຄວ້າບົດຮຽນ ເພື່ອສອບເສັງໃຫ້ໄດ້ຄະແນນດີທຸກວິຊາ. ຂະນະສົກນີ້ແຂວງຄຳມ່ວນຄາດວ່າຈະມີ 300 ກວ່ານ້ອງ ຈະສາມາດບັນລຸຄະແນນ 7 ຂຶ້ນໄປທຸກວິຊາ.

ເປັນພຽງພາບປະກອບຂ່າວ

 

ໃນວັນທີ 20 ມິຖຸນາ 2019 ຜ່ານມາຢູ່ພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນໄດ້ຈັດກອງປະຊຸມເພື່ອກະກຽມຄວາມພ້ອມໃນດ້ານຕ່າງໆ ໃນການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ7) ເປັນກຽດເຂົ້າຮ່ວມມີ ທ່ານ ຄໍາສີ ອຸດທິວົງ ຮອງເຈົ້າແຂວງໆຄໍາມ່ວນ, ທັງເປັນຜູ້ຊີ້ນຳ ແລະ ຕັດສິນຜົນການສອບເສັງສາຍສາມັນສຶກສາ, ທ່ານ ນັນຕະໄຊ ອິນທະສອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາຄະນະສູນສອບເສັງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

 

ໃນກອງປະຊຸມໄດ້ຜ່ານຂໍ້ຕົກລົງ ແລະ ກົດລະບຽບການສອບເສັງໃຫ້ແກ່ບັນດາຄະນະກຳມະການສູນສອບເສັງໄດ້ຮັບຮູ້ ເພື່ອຄວາມເປັນເອກະພາບ ແນໃສ່ຮັບປະກັນຄວາມພ້ອມໃນດ້ານຕ່າງໆໃຫ້ການສອບເສັງປີນີ້ໄດ້ທັງຄຸນນະພາບ, ປະລິມານ, ຖືກຕ້ອງຕາມລະບຽບຫຼັກການຂອງກະຊວງສຶກສາທິການ ແລະ ກິລາວາງອອກ.

ເຊິ່ງການສອບເສັງຈົບຊັ້ນມໍ7 ທົ່ວປະເທດແມ່ນຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 25 – 26 ມິຖຸນາ 2019 ນີ້ ປະກອບມີ 4 ວິຊາຄື: ພາສາລາວ-ວັນນະຄະດີ, ເຄມີສາດ, ຄະນິດສາດ ແລະ ວິຊາປະຫວັດສາດ.

 

 

ໂອກາດດຽວກັນນີ້, ທ່ານ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໃນນາມຄະນະກຳມະການຊີ້ນຳການສອບເສັງຈົບຊັ້ນສາຍສາມັນໄດ້ກ່າວໃຫ້ຮູ້ວ່າ: ການສອບເສັງຈົບຊັ້ນມໍ7 ປັດຈຸບັນແມ່ນໄດ້ມີຄວາມພ້ອມ 100% ເປັນຕົ້ນແມ່ນຂໍ້ມູນຕ່າງໆກ່ຽວກັບການສອບເສັງ, ນັກສອບເສັງຜູ້ທີ່ມີໜ້າສອບເສັງ, ຄະແນນປະຈຳປີຂອງນັກຮຽນແຕ່ລະຄົນແມ່ນຖືກຕ້ອງຕາມເງື່ອນໄຂ ໂດຍໄດ້ແບ່ງຈຳນວນຂອງນັກສອບເສັງເປັນຫ້ອງພ້ອມທັງລົງກວດກາສະພາບສະຖານທີ່ຂອງໂຮງຮຽນທີ່ຈະໄດ້ຈັດເປັນສູນສອບເສັງ, ດ້ານຄວາມພ້ອມຂອງຫ້ອງຮຽນ, ໂຕະ, ຕັ່ງຕ່າງໆ ການຈັດຕັ້ງປະຕິບັດຫຼັກສູດໂຄງການ, ຕະຫຼອດຮອດຜູ້ທີ່ກ່ຽວຂ້ອງກັບນັກສອບ.

 

ເປັນພຽງພາບປະກອບຂ່າວ

 

ສະເພາະປີນີ້ທົ່ວແຂວງມີນັກສອບເສັງທັງໝົດ 3.760 ຄົນ, ຍິງ 1.855 ຄົນ. ແບ່ງອອກເປັນ 16 ສູນສອບເສັງ, ມີຫ້ອງສອບເສັງ 182 ຫ້ອງ, ມີໂຮງຮຽນທີ່ມີຊັ້ນມໍ7 ເຂົ້າຮ່ວມສອບເສັງ 61 ແຫ່ງ. ໃນນີ້ຄາດຄະເນຜົນການສອບເສັງແມ່ນ 99%, ສໍາລັບປີຜ່ານມາມີນັກຮຽນທີ່ເສັງໄດ້ຄະແນນ 5 ຂຶ້ນເມືອ 46,44%, ຄາດປີນີ້ໃຫ້ໄດ້ 50%, ສ່ວນນັກຮຽນເກັ່ງສອບໄດ້ຄະແນນ 7 ຂຶ້ນໄປທຸກວິຊາປີຜ່ານມາໄດ້ 257 ຄົນ, ຍິງ 167, ຄາດປີນີ້ໃຫ້ໄດ້ປະມານ 300 ກວ່າຄົນ ຫຼື ໃນເງື່ອນໄຂດີກວ່ານີ້. ສຳລັບປີຜ່ານມາແຂວງຄຳມ່ວນມີນັກຮຽນເກັ່ງສອບໄດ້ຄະແນນດີເລີດໄດ້ຮັບໃບປະກາສະນີຍະບັດແດງ ຈຳນວນ 2 ຄົນ, ສະນັ້ນປີນີ້ແມ່ນຄາດໃຫ້ໄດ້ 3 ຄົນຂຶ້ນໄປ.

 

ເປັນພຽງພາບປະກອບຂ່າວ

 

ຕໍ່ກັບສະພາບການດັ່ງກ່າວນີ້ໃນນາມຄະນະຮັບຜິດຊອບການສອບເສັງຈົບຊັ້ນສາຍສາມັນແຂວງຄຳມ່ວນ ຢາກຮຽກຮ້ອງມາຍັງທຸກພາກສ່ວນໃຫ້ມີສ່ວນຮ່ວມນຳກັນ, ນັກສອບເສັງກໍ່ຕ້ອງມີຄວາມຕື່ນຕົວເຂົ້າມາຮ່ວມສອບເສັງໃຫ້ທັນໂມງ, ທັນເວລາ, ປະຕິບັດລະບຽບການສອບເສັງໃຫ້ເຂັ້ມງວດ, ຜູ້ປົກຄອງກໍ່ຕ້ອງອຳນວຍຄວາມສະດວກໃຫ້ແກ່ລູກຫຼານ ເພື່ອເຮັດແນວໃດເຮັດໃຫ້ບັ້ນສອບເສັງຄັ້ງນີ້ບັນລຸຕາມຄາດໝາຍທີ່ວາງໄວ້.

 

ເປັນພຽງພາບປະກອບຂ່າວ

 

 

ຂໍ້ມູນ: Khammouane News