ງານ ລາວທັອບທຣີ ເອັກໂປ 2019 ມີສິນຄ້າຊັ້ນນຳຈາກ 12 ປະເທດ

46

ງານວາງສະແດງສິນຄ້າລະດັບສາກົນ ທີ່ລວມ 3 ງານໃນທີ່ດຽວກັນ ປະກອບດ້ວຍອຸດສາຫະກຳອາຄານ ແລະ ການກໍ່ສ້າງ, ການບົວລະບັດຮັກສານ້ຳ ແລະ ການສະໜອງສິນຄ້າ ພ້ອມທັງງານວາງສະແດງສິນຄ້າກ່ຽວກັບອາຫານ ແລະ ເຄື່ອງດື່ມອັນດັບ 1 ໃຫຍ່ທີ່ສຸດໃນ ສປປ ລາວ ຈັດຂຶ້ນວັນທີ 20 – 22 ມິຖຸນາ 2019 ທີ່ຫໍປະຊຸມແຫ່ງຊາດ ໂດຍການເຂົ້າຮ່ວມເປີດງານຂອງ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ພອນໄຊ ສຸດທິພົງ ປະທານສະມາຄົມສະຖາປະນິກ ແລະ ວິສະວະກອນກໍ່ສ້າງລາວ ພ້ອມດ້ວຍຫ້າງຮ້ານ ຫຼາຍກວ່າ 150 ບໍລິສັດ ແລະ ຍີ່ຫໍ້ຊັ້ນນຳນາໆຊາດຈາກ 12 ປະເທດເຂົ້າຮ່ວມຢ່າງຄຶກຄື້ນ.

ທ່ານ ພອນໄຊ ສຸດທິພົງ ປະທານສະມາຄົມສະຖາປະນິກ ແລະ ວິສະວະກອນກໍ່ສ້າງລາວ ກ່າວວ່າ: ງານວາງສະແດງ Lao TOP 3 EXPO 2019 ເຊິ່ງຈັດໂດຍສະມາຄົມສະຖາປະນິກ ແລະ ວິສະວະກອນກໍ່ສ້າງລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວເປັນການລວມເອົາສິນຄ້າຍີ່ຫໍ້ຊັ້ນນຳຈາກ 12 ປະເທດ ລວມປະມານ 150 ບໍລິສັດ ເປັນຕົ້ນສິນຄ້າຈາກ ຈີນ,       ອິຕາລີ, ເຢຍລະມັນ, ຍີ່ປຸ່ນ, ເກົາຫຼີ, ມາເລເຊຍ, ໄທ ແລະ ສິງກະໂປ ໂດຍສິນຄ້າສ່ວນໃຫຍ່ຈະເປັນເຕັກໂນໂລຊີໃໝ່ທາງດ້ານອຸດສາຫະກຳອາຄານ ແລະ ການກໍ່ສ້າງ, ການບົວລະບັດນ້ຳ, ໄຟຟ້າ, ເຄື່ອງປັບອາກາດ, ອາຫານ ແລະ ເຄື່ອງດື່ມ ຄາດວ່າຈະມີເງິນໝູນວຽນຫຼາຍຮ້ອຍລ້ານ.

ພະນັກງານຝ່າຍຂາຍ ບໍລິສັດ ທໍ່ນ້ຳລາວ ກ່າວວ່າ: ງານດັ່ງກ່າວແມ່ນມີຄວາມສຳຄັນຫຼາຍສຳລັບຂະແໜງກໍ່ສ້າງ ເພື່ອໃຫ້ລູກຄ້າສາມາດເລືອກຊື້ໄດ້ຕາມໃຈມັກກັບສິນຄ້າທີ່ນຳມາຈາກຫຼາຍປະເທດທົ່ວໂລກ ພາຍໃນ 3 ວັນ ຄາດວ່າຈະມີຜູ້ເຂົ້າຊົມຫຼາຍແສນຄົນ ແລະ ໃນນັ້ນຜະລິດຕະພັນຈາກ ບໍລິສັດ ທໍ່ນ້ຳລາວ ຈະໄດ້ຮັບຄວາມນິຍົມຈາກລູກຄ້າໃນລະດັບດີພໍສົມຄວນ.

ພາຍໃນງານນອກຈາກຈະໄດ້ພົບກັບສິນຄ້າໃໝ່ຫຼາກຫຼາຍທີ່ມາຈາກຫຼາຍປະເທດແລ້ວ ຍັງເປັນການເປີດໂອກາດໃຫ້ຜູ້ປະກອບການສົນທະນາແບ່ງປັນປະສົບການ, ຄົ້ນຫາຄູ່ຮ່ວມທຸລະກິດ ແລະ ໄດ້ຮັບຮູ້ກ່ຽວກັບເຕັກໂນໂລຊີທີ່ເປັນທີ່ຮູ້ຈັກໃນປັດຈຸບັນ. ຈາກນັ້ນ, ກໍຈະໄດ້ປຶກສາຫາລືກ່ຽວກັບໂອກາດ, ສິ່ງທ້າທາຍ ແລະ ການແກ້ໄຂບັນຫາທາງດ້ານອຸດສາຫະກຳອາຄານ, ການກໍ່ສ້າງ, ການຜະລິດ ແລະ ບຳບັດຮັກສານ້ຳ. ທັງນີ້, ໃນງານຍັງມີການຄັດເລືືອກ ແລະ ມອບລາງວັນກໍ່ສ້າງ ແລະ ອະສັງຫາດີເດັ່ນ ທີ່ເປັນແບບຢ່າງໃນການກໍ່ສ້າງ, ການອອກແບບ ແລະ ອາຄານສີຂຽວ.

[ ຂ່າວ: ສຸລິນ; ຮູບ: ວິລະສັກ ]