ທ່ານ ທອງສິງ ໄຊຍະສຸກ ຂຶ້ນເປັນເຈົ້າເມືອງໆປາກແຊງຜູ້ໃໝ່

87

ວັນທີ 21ມິຖຸນາ ນີ້ ອົງການປົກຄອງເມືອງປາກແຊງ ແຂວງຫຼວງພະບາງ, ໄດ້ຈັດພິທີມອບຮັບໜ້າທີ່ເລຂາພັກເມືອງ-ເຈົ້າເມືອງ ລະຫວ່າງຜູ້ເກົ່າກັບຜູ້ໃໝ່ຂຶ້ນທີ່ສະໂມສອນຂອງເມືອງ ໂດຍການເຂົ້າຮ່ວມຂອງທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍການນຳຂອງແຂວງ, ເມືອງ, ອົງການປົກຄອງບ້ານ ແລະ ພະນັກງານເຂົ້າຮ່ວມ.

 

 

 

ໃນພິທີ ທ່ານ ມອນໄຊ ລາວມົວຊົງ ກຳມະການປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງຫຼວງພະບາງ ວ່າດ້ວຍການໂຍກຍ້າຍ ທ່ານ ຈັນສຸກ ພັນໂດລັກ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງປາກແຊງ ໄປຮັບໜ້າທີ່ໃໝ່ຢູ່ນະຄອນຫຼວງພະບາງ ແລະ ແຕ່ງຕັ້ງ ທ່ານ ທອງສິງ ໄຊຍະສຸກ ຮອງເລຂາພັກເມືອງປາກແຊງຂຶ້ນຮັກສາການເລຂາພັກເມືອງ-ເຈົ້າເມືອງ, ຈາກນັ້ນ ທ່ານຄຳຂັນຈັນທະວີສຸກໄດ້ຂື້ນມອບມະຕິຕົກລົງໃຫ້ທັງສອງທ່ານພ້ອມທັງມີຄຳເຫັນໂອ້ລົມຕື່ມອີກ.