ບົ້ງລະບາດໜັກສາລີດັບເປັນສວນ ໄຊຍະບູລີເສຍຫາຍແລ້ວຫຼາຍກວ່າ 24 ພັນເຮັກຕາ

45

ຝູງບົ້ງສາລີກຳລັງລະບາດໜັກໃນເຂດພາກເໜືອ ຫຼ້າສຸດແຂວງໄຊຍະບູລີ ມີເນື້ອທີ່ເສຍຫາຍແລ້ວ 24 ພັນກວ່າເຮັກຕາ ໃນ 52 ບ້ານ, ຂອງ 10 ເມືອງ ຊາວກະສິກອນ 2,6 ພັນຄອບຄົວໄດ້ຮັບຜົນກະທົບຢ່າງໜັກ, ຂະນະທີ່ພາກລັດຈາກກະຊວງກະສິກໍາ ກໍ່ໄດ້ເລັ່ງເຂົ້າຊ່ວຍເຫຼືອໂດຍໄດ້ນຳຢາກຳຈັດບົ້ງ ແລະ ແນະນຳວິທີສີດພົ່ນຢາເພື່ອກຳຈັດ ການລະບາດບໍ່ໃຫ້ແຜ່ຂະຫຍາຍອອກຕື່ມອີກ.

 

 

ທ່ານ ແສງອາທິດ ລາວເບຼຍຢາທໍ ຫົວໜ້າຂະແໜງປູກຝັງພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ມາຮອດປັດຈຸບັນຝຸງບົ້ງສາລີຍັງສຶບຕໍ່ແຜ່ຂະຫຍາຍອອກເປັນວົງກວ້າງຂຶ້ນເລື້ອຍໆ ກວມເອົາ 10 ເມືອງແລ້ວປະກອບມີເມືອງປາກລາຍ, ເມືອງພຽງ, ໄຊຍະບູລີ, ໄຊສະຖານ, ເມືອງແກ່ນທ້າວ, ບໍ່ແຕນ, ເມືອງເງິນ, ທົ່ງມີໄຊ ແລະ ເມືອງຊຽງຮ່ອນ ເຊິ່ງດັ່ງກ່າວມີເນື້ອທີ່ປູກສາລີ 24.638 ເຮັກຕາ, ມີເນື້ອທີຖືກຜົນກະທົບ 4.478 ເຮັກຕາ, ຄາດຄະເນເນື້ອທີ່ມີຄວາມສ່ຽງເສຍຫາຍ 2.260 ກວ່າເຮັກຕາ, ໃນນີ້ມີ 52 ບ້ານ, ມີ 2.680 ຄອບຄົວ, ປັດຈຸບັນທາງວິຊາການທີ່ກ່ຽວຂ້ອງຍັງສຶບຕໍ່ເກັບກຳຂໍ້ມູນຢູ່ບັນດາບ້ານຕື່ມອີກໆ.

 

 

ການລະບາດຂອງສັດຕູພືດບົ້ງຝູງກິນສາລີແມ່ນເລີ່ມມີການລາຍງາຍໃນວັນທີ 20 ພຶດສະພາ 2019 ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງປາກລາຍໄດ້ລາຍງານໃຫ້ພະແນກກະສິກໍາ ແລະ ປ່າໄມ້ແຂວງຮັບຊາບວ່າໄດ້ເກີດມີການລະບາດຂອງແມງໄມ້ສັດຕູພືດທຳລາຍກັດກິນຕົ້ນສາລີຂອງປະຊາຊົນເມືອງປາກລາຍ, ເຊິ່ງມີເນື້ອທີ່ໄດ້ຮັບຜົນກະທົບທັງໝົດ 2,27 ເຮັກຕາກ່ວາ, ຄາດວ່າມີເນື້ອທີ່ເສຍຫາຍປະມານ 1.739 ເຮັກຕາ ມີ 7 ບ້ານທີ່ໄດ້ຮັບຜົນກະທົບ, ແຕ່ເຂດທີ່ມີຄວາມສ່ຽງດັ່ງກ່າວໄດ້ສີດຢາ ແລະ ສາມາດຄວບຄຸມໄດ້ລະດັບໜຶ່ງ.

 

 

ທ່ານຍັງໃຫ້ຮູ້ຕື່ມອີກວ່າ: ເພື່ອຕອບໂຕ້ການລະບາດຂອງຝູງບົ້ງສາລີໃນຂອບເຂດທົ່ວແຂວງທາງພະແນກກະສິກຳ ແລະ ປ່າໄມ້ ເວົ້າສະເພາະກໍ່ຄືຂະແໜງປູກຝັງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງແນະນຳໃຫ້ຊາວກະສິກອນໃນການປ້ອງກັນ ແລະ ສະກັດກັ້ນແບບເຂດຕະກຳດ້ວຍມືໃນເຂດທີ່ບໍ່ທັນມີການລະບາດຢ່າງຮ້າຍແຮງ, ສຳລັບເຂດທີ່ມີການລະບາດຫຼາຍທີ່ກະທົບເຖິງລະດັບເສດຖະກິດແມ່ນແນະນຳໃຫ້ນຳໃຊ້ສານເຄມີປະເພດແຊນອິມາແມັກ5, ສີດພົ່ນໃນອັດຕາການໃຊ້ 10 ກຼາມ/ ນໍ້າ 20 ລິດ, ສີດພົ່ນໃນຕອນເຊົ້າກ່ອນເວລາ 8:00 ໂມງເຊົ້າ ແລະ ຫຼັງເວລາ 16:00 ໂມງແມ່ນໄດ້ຮັບຜົນ ແລະ ເໝາະສົມກັບບົ້ງຝູງຊະນິດນີ້, ແຕ່ໃນກໍລະນີເຂດທີ່ມີຄວາມເສຍຫາຍ 100% ໄດ້ແນະນໍາໃຫ້ຊາວສວນໄຖດິນຕາກແດດສີດຢາກຳຈັດ, ເພື່ອຕັດວົງຈອນຊີວິດຂອງບົ້ງຝູງສາລີ ແລະ ປູກພືດຄືນໃໝ່.

 

 

ສ່ວນພື້ນທີ່ຍັງບໍ່ທັນປູກສາລີແມ່ນໃຫ້ເລື່ອນການປູກອອກໄປຈົນກວ່າສາມາດຄວບຄຸມສັດຕູພືດດັ່ງກ່າວໄດ້, ສຶບຕໍ່ເຜີຍແຜ່ຜົນຮ້າຍຂອງບົ້ງຝູງສາລີ ແລະ ແນະນຳຄວາມຮູ້ພື້ນຖານກ່ຽວກັບບົ້ງຝູງສາລີ, ພ້ອມການປ້ອງກັນກຳຈັດໃຫ້ຊາວກະສິກອນ, ໂດຍສະເພາະການນຳໃຊ້ສານເຄມີໃຫ້ຖືກກັບສັດຕູພືດ ແລະ ຖືກຕ້ອງຕາມຫຼັກວິຊາການເພື່ອເພີ່ມປະສິດທິພາບໃນການກຳຈັດສັດຕູພືດຫຼີກລ່ຽງການສ້າງຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ.

ແຂວງໄຊຍະບູລີ ມີແຜນການປູກສາລີໃນລະດູຝົນປີນີ້ 40.356 ເຮັກຕາ, ຄາດຄະເນສະມັດຕະພາບສະເລ່ຍ 5,4 ໂຕນຕໍ່ເຮັກຕາ ຜົນຜະລິດທັງໝົດ 217.979 ກ່ວາໂຕນ, ມາຮອດປະຈຸບັນສາມາດປູກສາລີໄດ້ 24.638 ເຮັກຕາກ່ວາ ເທົ່າກັບ 61,05% ຂອງແຜນການປີ, ປັດຈຸບັນພືດຜົນຜະລິດພວມຈະເລີນເຕີມໂຕ, ແຕ່ພັດມີຝູງບົ້ງສາລີແຜ່ລະບາດທຳລາຍກັດກິນຕົ້ນສາລີເຮັດໃຫ້ເສຍຫາຍ ແລະ ມີທ່າອ່ຽງຈະແຜ່ລາມອອກໄປທຸກເມືອງຂອງແຂວງໄຊຍະບູລີ.

 

 

ຂໍ້ມູນ: Media Laos