ປະທານປະເທດສີ ຈິ້ນຜິງ ຫວັງເຫັນ ຄິມ ຈອງ-ອຶນ ຈະເຈລະຈາກັບ ທຣໍາ ຕໍ່

69

ປະທານປະເທດສີ ຈິ້ນຜິງ ຂອງຈີນຄາດຫວັງວ່າ ຜູ້ນໍາເກົາຫຼີເໜືອ ຈະຮ່ວມເຈລະຈາກັບຜູ້ນໍາສະຫະລັດ ຕໍ່ ແລະ ມີຄວາມຄືບໜ້າ ແລະ ຈີນຕ້ອງການທີ່ຈະສະແດງບົດບາດສ້າງສັນເພື່ອປົດນິວເຄຣຍເຂດມະຫາສະໝຸດເກົາຫຼີ.

ສໍານັກຂ່າວຣອຍເຕີລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນພະຫັດ ທີ 20 ມິຖຸນາ ວ່າ ປະທານປະເທດສີ ຈິ້ນຜິງ ນໍາຄະນະເດີນທາງຢ້ຽມຢາມປະເທດເກົາຫຼີເໜືອ ເພື່ອຫາທາງເສີມສ້າງຄວາມເຂັ້ມແຂງໃຫ້ກັບປະເທດເກົາຫຼີເໜືອເພື່ອນບ້ານຂອງຈີນ ເຊິ່ງຖືກນານາຊາດຂວໍ້າບາດອັນເນື່ອງມາຈາກໂຄງການນິວເຄຣຍ ແລະ ຂີປະນາວຸດຂອງເກົາຫຼີເໜືອ ໜຶ່ງອາທິດກ່ອນທີ່ຜູ້ນໍາຈີນຈະໄດ້ພົບກັບປະທານາທິບໍດີໂດນັລ ທຣໍາ ຂອງອາເມຣິກາ ໃນການປະຊຸມສຸດຍອດ ຈີ20 ທີ່ເມືອງໂອຊາກ້າ ປະເທດຍີ່ປຸ່ນ ໃນອາທິດໜ້າ ເລື່ອງສົງຄາມການຄ້າລະຫວ່າງສອງປະເທດມະຫາອໍານາດ.

ในภาพอาจจะมี 3 คน, ผู้คนกำลังยืน และชุดสูท

ປະທານປະເທດສີ ຈິ້ນຜິງ ນໍາຄະນະເຊິ່ງລວມເຖິງ ຄະນະເຮັດວຽກດ້ານນະໂຍບາຍເສດຖະກິດຂອງຈີນມາຢ້ຽມຢາມເກົາຫຼີເໜືອ 2 ວັນ ນັບເປັນຜູ້ນໍາຈີນຄົນທໍາອິດໃນຮອບ 14 ປີ ທີ່ໄດ້ໄປຢ້ຽມຢາມເກົາຫຼີເໜືອ ແລະ ອາດນໍາມາດຕະການສະໜັບສະໜຸນໃໝ່ໆມາຊ່ວຍເຫຼືອດ້ານເສດຖະກິດໃຫ້ກັບເກົາຫຼີເໜືອ.

ในภาพอาจจะมี 2 คน, คนที่ยิ้ม, ผู้คนกำลังยืน, รถยนต์ และสถานที่กลางแจ้ง

ໂທລະທັດຂອງຈີນລາຍງານວ່າ ທ່ານຄິມ ຈອງ-ອຶນ ຜູ້ນໍາສູງສຸດຂອງເກົາຫຼີເໜືອ ແລະ ທ່ານນາງຣີ ໂຊ ຈູ ພັນລະຍາ ໃຫ້ການຕ້ອນຮັບທ່ານສີ ຈິ້ນຜິງ ແລະ ພັນລະຍາທີ່ສະໜາມບິນດ້ວຍ.

ในภาพอาจจะมี 4 คน, คนที่ยิ้ม, ผู้คนกำลังยืน, งานแต่งงาน และสถานที่กลางแจ้ง

ສື່ຂອງທາງການຈີນລາຍງານດ້ວຍວ່າ ຫຼັງຫາລືກັນທີ່ນະຄອນຫຼວງພຽງຢາງແລ້ວ ທ່ານສີ ໄດ້ບອກກັບ ທ່ານຄິມ ຈອງ-ອຶນ ວ່າ ຕົນຍັງຫວັງທີ່ຈະເຫັນເກົາຫຼີເໜືອ ກັບ ສະຫະລັດ ໄດ້ເຈລະຈາກັນຕໍ່ໄປ ແລະ ເກີດຄວາມຄືບໜ້າ ຄວາມສໍາພັນລະຫວ່າງ ຈີນ ກັບ ເກົາຫຼີເໜືອ ຈະບໍ່ມີວັນສັ່ນຄອນ ອັນເນື່ອງມາຈາກການປ່ຽນແປງຂອງສະຖານະການໂລກ ເຊິ່ງຈີນກໍ່ຕ້ອງການທີ່ຈະສະແດງບົດບາດຢ່າງສ້າງສັນໃນເລື່ອງການປົດນິວເຄຣຍເທິງເຂດມະຫາສະໝຸດເກົາຫຼີ.