ມອບຮັບຕຳແໜ່ງປະທານສານຢ່າງເປັນທາງການ

130

ຍ້ອນເຫັນໄດ້ເຖິງຄວາມຈຳເປັນ, ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ສະພາແຫ່ງຊາດຈິ່ງມີມະຕິຮັບຮອງເອົາການແຕ່ງຕັ້ງ ປະທານສານປະຊາຊົນສຸງສຸດຄົນໃໝ່ ເພື່ອມາສືບນຳພາວຽກງານສານໃນຕໍ່ໄປໃຫ້ໄດ້ຮັບຜະສິດທິຜົນສູງຂຶ້ນ.

ໂດຍອີງຕາມຄຳສັ່ງເລກທີ 068/ກມສພ ລົງວັນທີ 23 ເມສາ 2019 ຂອງກົມການເມືອງສູນກາງພັກ ວ່າດ້ວຍການໂຍກຍ້າຍການນຳຂັ້ນສູງ; ອີງຕາມ ມະຕິຕົກລົງຂອງຄະນະປະຈຳສະພາແຫ່ງຊາດເລກທີ 84/ຄປຈ ລົງວັນທີ 23 ພຶດສະພາ 2019 ວ່າດ້ວຍການໂຍກຍ້າຍປະທານສານປະຊາຊົນສູງສຸດ ແຫ່ງສປປ ລາວ ໄປຮັບຫນ້າທີ່ໃຫມ່ ແລະ ອີງຕາມມະຕິກອງປະຊຸມສະພາແຫ່ງຊາດເລກທີ 03/ສພຊ ລົງວັນທີ 7 ມິຖຸນາ 2019 ວ່າການເລືອກຕັ້ງປະທານສານປະຊາຊົນສູງສຸດ.

ໃນເຊົ້າມື້ນີ້ 21 ມິຖຸນາ 2019 ທີ່ສໍານັກງານປະຊາຊົນສູງສຸດ ໄດ້ມີພິທີມອບຮັບໜ້າທີ່ ຂອງປະທານສານປະຊາຊົນສູງສຸດ ຜູ້ເກົ່າ ແລະ ຜູ້ໃໝ່ ລະຫວ່າງ ທ່ານ ຄໍາພາ ແສງດາຣາ ປະທານສານປະຊາຊົນສຸງສຸດ ແລະ ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງໆວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄໍາພາ ແສງດາລາ
ທ່ານ ຄໍາພັນ ສິດທິດໍາພາ

ໃນໂອກາດນີ້, ທ່ານ ຄໍາພາ ແສງດາຣາ ປະທານສານປະຊາຊົນສູງສຸດ ຜູ້ໃໝ່ ໄດ້ປະຕິຍານຕົນເອງວ່າ: ຈະຈົ່ງຮັກພັກດີ ສັດຊື້ບໍລິສຸດ ຕໍ່ພັກ-ລັດທະບານ ຕໍ່ບັນດາທ່ານຜູ້ນໍາ ຕໍ່ປະເທດຊາດ ແລະ ປະຊາຊົນ ພ້ອມແລ້ວທີ່ຈະເຮັດທຸກສິ່ງທຸກຢ່າງ ສຸມປະຕິບັດໜ້າທີ່ ອັນມີກຽດສູງສົ່ງນີ້ ດ້ວຍຄວາມຮັບຜິດຊອບສູງດ້ວຍຄວາມກະຕືລືລົ້ນ ຮັບໃຊ້ປະຊາຊົນຢ່າງສຸດອົກສຸດໃຈ.

ຈະເອົາໃຈໃສ່ປະຕິບັດໜ້າທີ່ຕາມລັດທະທໍາມະນູນ, ກົດໝາຍ ມະຕິຕ່າງໆ ຂອງສານປະຊາຊົນສູງສຸດ ຂອງພັກລັດມອບໝາຍຢ່າງຖີ່ຖ້ວນ ບໍ່ສວຍໃຊ້ໜ້າທີ່ຕໍາແໜ່ງ ໃນທາງທີ່ບໍ່ຖືກຕ້ອງ, ພ້ອມແກ້ໄຂຄະດີ ພາວະວິໄສ ຢ່າງຖືກຕ້ອງທ່ຽງທໍາ ຍຸດຕິທໍາ ໂປ່ງໃສ, ຈະຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງທຸກດ້ານ ເພື່ອຍົກສູງດ້ານທິດສະດີການເມືອງ ຮຽນຮູ້ຄຸນສົມບັດສະນທໍາປະຕິບັດຂອງບັນດາທ່ານຜູ້ນໍາ ຄວາມຮູ້ຄວາມສາມາດ ບົດຮຽນ ປະສົບການ ໃຫ້ດີຍິ່ງຂຶ້ນ.

ຈະສຸມໃສ່ຮ່ວມກັບບັນດາສະຫາຍໃນຄະນະພັກ ຄະນະນໍາ ຂອງບັນດາສານປະຊາຊົນສູງສຸດ, ສານປະຊາຊົນທ້ອງຖິ່ນ ຂອບເຂດທົ່ວປະເທດສາມັກຄີກັນແໜ້ນແຟ້ນໃນການຈັດຕັ້ງປະຕິບັດຕາມມະຕິກອງປະຊຸມຕ່າງໆ ໃຫ້ປະກົດຜົນເປັນຈິງ.