ສຄອຊ ຈັດງານພົບປະການລົງທຶນຈຸນລະວິສາຫະກິດຂະໜາດນ້ອຍ ແລະ ກາງ

43

ງານພົບປະການລົງທຶນຈຸນລະວິສາຫະກິດຂະໜາດນ້ອຍ ແລະ ກາງ ( MSME ) ຈັດໂດຍສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ        ( ສຄອຊ ) ຮ່ວມກັບອົງການແຮງງານສາກົນ ( ILO ) ຈຸດປະສົງກໍເພື່ອປະເມີນຄືນຜົນການຈັດຕັ້ງປະຕິບັດການໃຫ້ບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງໃນໄລຍະຜ່ານມາ ລວມທັງສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການໃນການວາງແຜນທຸລະກິດ, ການເລີ່ມຕົ້ນທຸລະກິດ ແລະ ການເຂົ້າຫາແຫຼ່ງທຶນ.

ຂະນະທີ່, ການຝຶກອົບຮົມໄລຍະຜ່ານມາທົ່ວ 8 ແຂວງໃນລາວ ມີຫົວໜ່ວຍທຸລະກິດເຂົ້າຮ່ວມແລ້ວ 500 ກວ່າບໍລິສັດ. ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກ່າວເປີດພິທີວ່າ: ຈຸດປະສົງຂອງການພົບປະໃນຄັ້ງນີ້ ເປັນການເປີດໂອກາດໃຫ້ກັບຜູ້ປະກອບການໄດ້ປຶກສາຫາລືກັບສະຖາບັນການເງິນຕ່າງໆເພື່ອໃຫ້ເຂົ້າຫາແຫຼ່ງທຶນໄດ້ງ່າຍ ເຊິ່ງໃນໂອກາດຕໍ່ໄປລັດຖະບານໄດ້ມີທຶນເພື່ອສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ ຈໍານວນ 200 ຕື້ກີບ ເພື່ອເຮັດແນວໃດຊ່ວຍໃຫ້ທຸລະກິດມີການເຕີບໃຫຍ່ຂະຫຍາຍຕົວຕໍ່ເນື່ອງ.

ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາອຸດສາຫະກຳ ແລະ ການຄ້າ ແຫ່ງຊາດລາວ ກ່າວຕື່ມວ່າ: ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ ເປັນສູນໜຶ່ງທີ່ໄດ້ຮັບການສະໜັບສະໜູນຈາກອົງການຈັດຕັ້ງສາກົນ ເພື່ອຊ່ວຍເຫຼືອ ແລະ ສ້າງໃຫ້ກັບຜູ້ປະກອບການດໍາເນີນທຸລະກິດໃນຂະແໜງການຕ່າງໆ.

ທ່ານ ພົງສະຫວັນ ພົມກອງ ຫົວໜ້າຫ້ອງການການເງິນສາກົນ ( IFC ) ກ່າວຕື່ມວ່າ: ທຸລະກິດຂະໜາດນ້ອຍ ແລະ ກາງ ຍັງເປັນທຸລະກິດທີ່ກວມເອົາ 90% ຂອງທຸລະກິດທີ່ມີຢູ່ໃນປັດຈຸບັນ, ແຕ່ການປະກອບສ່ວນມີພຽງແຕ່ 16% ເທົ່ານັ້ນ, ແຕ່ຂ່າວດີກໍຄືເຮົາມີໂອກາດທີ່ຈະເຕີບໂຕ ໂດຍສະເພາະແມ່ການເຂົ້າຫາແຫຼ່ງທຶນ ແລະ ການຕັດຮອນຂອດຂັ້ນທີ່ເປັນອຸປະສັກໃນການດໍາເນີນທຸລະກິດ.

ງານພົບປະດັ່ງກ່າວຈັດຂຶ້ນໃນຕອນບ່າຍວັນທີ 20 ມິຖຸນາ 2019 ຜ່ານມາ ທີ່ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ເຊິ່ງມີວິທະຍາກອນຊ່ຽວຊານຈາກຫຼາຍພາກສ່ວນເຂົ້າຮ່ວມແລກປ່ຽນ ແລະ ສະເໜີບັນຫາທີ່ພົບພໍ້ຜ່ານມາ ເພື່ອສະເໜີໃຫ້ກັບພາກລັດຮັບຮູ້ ແລະ ຫາວິທີແກ້ໄຂຮ່ວມກັນ.

[ ຂ່າວ: ສົມສະຫວິນ, ຮູບ: ສອນໄຊ ]