ສປປ ລາວ ຍັງມີເດັກຂາດສານອາຫານຊໍ້າເຮື້ອແບບເຕ້ຍ 33%

0
151

ບົດລາຍງານການວິໄຈຄວາມຂາດເຂີນແບບທັບຊ້ອນ ກ່ຽວກັບການຂາດສານອາຫານຊໍ້າເຮື້ອແບບເຕ້ຍ ຂອງເດັກຕໍ່າກວ່າອາຍຸ 5 ປີ ໃນ ສປປ ລາວ ເຜີຍປີ 2017 ມີ 33% ຂອງເດັກຂາດສານອາຫານຊໍ້າເຮື້ອແບບເຕ້ຍ ສ່ວນໃຫຍ່ຢູ່ຊົນນະບົດ.

ກອງປະຊຸມລາຍງານຜົນວິໄຈ ຫົວຂໍ້ດັ່ງກ່າວຈັດຂຶ້ນໃນວັນທີ 20 ມິຖຸນາ 2019 ທີ່ໂຮງແຮມດອນຈັນພາເລດ ໂດຍການເປັນປະທານຂອງ ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄູ່ຮ່ວມພັດທະນາ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນໄດ້ກ່າວວ່າ: ເຖິງວ່າ ສປປ ລາວ ຈະມີ ຄວາມກ້າວໜ້າໃນການຫຼຸດຜ່ອນອັດຕາສ່ວນຈໍານວນເດັກທີ່ຂາດສານອາຫານຊໍ້າເຮື້ອແບບເຕ້ຍຈາກ 44% ໃນປີ 2011 ມາເປັນ 33% ໃນປີ 2017 ຕາມຜົນສໍາຫຼວດດັດຊະນີໝາຍສັງຄົມລາວ ( LSIS – II)  ຢ່າງໃດກໍຕາມ, ເຖິງຕົວເລກຈະຫຼຸດລົງໃນ 6 ປີຜ່ານມາ ພວກເຮົາຍັງມີສິ່ງທ້າທາຍເນື່ອງຈາກຄວາມແຕກໂຕນລະຫວ່າງການຂາດສານອາຫານຊໍ້າເຮື້ອແບບເຕ້ຍຂອງເດັກນ້ອຍ ເມື່ອສົມທຽບລະຫວ່າງຕົວເມືອງກັບຊົນນະບົດຍັງຫ່າງກັນຫຼາຍ ເປັນບັນຫາທ້າທາຍທີ່ລັດຖະບານຕ້ອງໄດ້ເອົາໃຈໃສ່ເພື່ອແກ້ໄຂບັນຫາດັ່ງກ່າວນີ້. ສະນັ້ນ, ການມີຖານຂໍ້ມູນທີ່ຊັດເຈນຈະເຮັດໃຫ້ພວກເຮົາຮູ້ວ່າຍັງຈຸດໃດແທ້້ທີ່ເປັນສິ່ງທ້າທາຍທີ່ພວກເຮົາຕ້ອງສຸມໃສ່ ອັນນີ້ເປັນສິ່ງທີ່ສໍາຄັນ ແລະ ຈໍາເປັນ. ປະເທດລາວກໍກວ້າງໃຫຍ່ເຖິງພົນລະເມືອງບໍ່ຫຼາຍແຕ່ກໍກະຈາຍກັນຢູ່ ເຮົາຈະໄດ້ຂໍ້ມູນແນວໃດໃນການສ້າງຖານຂໍ້ມູນ ເພື່ອມາກໍານົດເປັນນະໂຍບາຍມາດຕະການຕ່າງໆແກ້ໄຂວຽກງານໂພຊະນາການ ສໍາລັບເດັກນ້ອຍຂາດສານອາຫານຊໍ້າເຮື້ອແບບເຕ້ຍ.

ທ່ານ ລີໂອ ຟາເບີ ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ການຂາດສານອາຫານຊໍ້າເຮື້ອແບບເຕ້ຍໃນໄວເດັກນັ້ນ ແມ່ນມີການກ່ຽວພັນກັບລະດັບຜົນສໍາເລັດທາງດ້ານການສຶກສາທີ່ຕໍ່າກວ່າ ແລະ ຜະລິດຕະພາບທີ່ຫຼຸດລົງໃນບັ້ນຕໍ່ໆໄປຂອງຊີວິດ, ບັນຫານີ້ແມ່ນບັນຫາທີ່ຄວນເອົາໃຈໃສ່ ຖ້າຫາກວ່າ ສປປ ລາວ ຢາກບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໃນປີ 2030, ການປິດຊ່ອງວ່າງດ້ານຊັບພະຍາກອນລະຫວ່າງເດັກຂາດສານອາຫານແບບຊໍ້າເຮື້ອແບບເຕ້ຍ ແລະ ເດັກທີ່ບໍ່ຂາດສານອາຫານແບບຊໍ້າເຮື້ອແບບເຕ້ຍ ໃນ ສປປ ລາວ ຈຶ່ງແມ່ນສິ່ງສໍາຄັນອັນຮີບດ່ວນ ເຊິ່ງລັດຖະບານ ແລະ ຄູ່ຮ່ວມພັດທະນາ ຕ້ອງທົບທວນຄືນນະໂຍບາຍ ແລະ ຍຸດທະສາດໂພຊະນາການທີ່ມີຢູ່ ເພື່ອຮັບປະກັນໃຫ້ແກ່ການແກ້ໄຂບັນຫາດັ່ງກ່າວ.

ທ່ານ ເອຍຟານ ອັກຕາ ຮັກສາການແທນຜູ້ຕາງໜ້າອົງການສະຫະປະຊາຊາດ ສໍາລັບເດັກ ປະຈໍາ ສປປ ລາວ ກ່າວວ່າ: ເພື່ອແກ້ໄຂບັນຫາທຸກຍາກໃນຫຼາຍມິຕິ ແລະ ແກ້ໄຂການຂາດສານອາຫານຊໍ້າເຮື້ອແບບເຕ້ຍ ມີຄວາມຈໍາເປັນຕ້ອງໄດ້ລົງທຶນໃສ່ເດັກນ້ອຍ ແລະ ຄົນໜຸ່ມ. ການລົງທຶນໃສ່ດ້ານມະນຸດແມ່ນການລົງທຶນໃນນະໂຍບາຍໄລຍະຍາວ ເຊິ່ງບໍ່ແມ່ນແຕ່ເພື່ອບັນລຸສິດທິດ້ານມະນຸດສະທໍາຢ່າງດຽວ ແຕ່ມັນຍັງຊ່ວຍແກ້ໄຂບັນຫາຄວາມບໍ່ເທົ່າທຽມການໃຫ້ບຸລິມະສິດວຽກງານການສຶກສາ, ປົກປ້ອງສຸຂະພາບ, ໂພຊະນາການ ແລະ ການປັບປຸງຊີວິດການເປັນຢູ່ຂອງເດັກ ແມ່ນປະກອບສ່ວນໃນການລົງທຶນທີ່ດີທີ່ສຸດ.

[ ຂ່າວ: ແກ້ວ ]

LEAVE A REPLY

Please enter your comment!
Please enter your name here