ຫາດຊາຍຟອງ ພົບຜູ້ຕິດເຊື້ອໄຂ້ຍຸງ 116 ກໍລະນີ

35

ໄລຍະ 6 ເດືອນຕົ້ນປີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ພົບຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 100 ກວ່າກໍລະນີ ແຕ່ຍັງບໍ່ມີຜູ້ເສຍຊີວິດ. ຂະນະທີ່ໃນຂອບເຂດທົ່ວປະເທດຕົວເລກທະລຸ 4 ພັນກວ່າກໍລະນີ ເສຍຊີວິດແລ້ວ 14 ຄົນ.

ຫ້ອງການສາທາລະນະສຸກເມືອງຫາດຊາຍຟອງ ຈັດກອງປະຊຸມປຶກສາຫາລືກຽມຄວາມພ້ອມວຽກງານປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ໃນວັນທີ 20 ມິຖຸນາ 2019 ໂດຍການເປັນປະທານຂອງ ທ່ານ ສຸກສະຫວັນ ບຸດຕະວົງ ຮອງເຈົ້າເມືອງ  ຫາດຊາຍຟອງ ທັງເປັນປະທານກຳມາທິການສົ່ງເສີມສຸຂະພາບຂັ້ນເມືອງ, ທ່ານ ດຣ. ບຸນນະໄລ ສີຫາກຸນ ຫົວໜ້າຫ້ອງການສາທາລະນະສຸກ ເມືອງຫາດຊາຍຟອງ, ທ່ານ ບຸນມາ ຈັນທະວົງ ຜູ້ອໍານວຍການວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ ພ້ອມດ້ວຍອໍານາດການປົກຄອງຂັ້ນບ້ານ, ອາສາສະໝັກບ້ານ       ( ອສບ ) ຈາກ 25 ບ້ານ, ບັນດາວິຊາການສາທາລະນະສຸກເມືອງ ແລະ ໂຮງໝໍນ້ອຍ ເຂົ້າຮ່ວມກວ່າ 50 ທ່ານ.

ທ່ານ ດຣ. ບຸນນະໄລ ສີຫາກຸນ ຫົວໜ້າຫ້ອງການສາທາລະນະສຸກ ເມືອງຫາດຊາຍຟອງ ໄດ້ກ່າວວ່າ: ການຈັດກອງປະຊຸມປຶກສາຫາລືໃນຄັ້ງນີ້ ກໍເພື່ອປ້ອງກັນພະຍາດໄຂ້ຍຸງລາຍບໍ່ໃຫ້ລະບາດອອກສູ່ວົງກວ້າງ ເນື່ອງຈາກປີນີ້ແມ່ນມີການລະບາດຫຼາຍນັບແຕ່ຕົ້ນປີ ເມື່ອທຽບໃສ່ປີ 2018 ແລະ ເພື່ອເປັນການແລກປ່ຽນຄວາມຄິດຈາກ ອສບ ແຕ່ລະບ້ານ ມາສະເໜີຄໍາຄິດເຫັນໃນການແກ້ໄຂບັນຫາດັ່ງກ່າວຮ່ວມກັນເພີ່ມຂຶ້ນອີກ ໂດຍໃຫ້ຮູ້ສາເຫດການເກີດພະຍາດໃນຊຸມຊົນ, ການຮ່ວມມືກັບອໍານາດການປົກຄອງ, ການຄວບຄຸມພະຍາດລະບາດ ແລະ ການຫັນປ່ຽນໃຫ້ຊຸມຊົນໄດ້ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ 5 ປ.

ປີນີ້ນອກຈາກບັນຫາໄຂ້ຍຸງລາຍແລ້ວ ທາງສາທາລະນະສຸກເຮົາຍັງພົບກັບອາການເບື່ອເຫັດເພີ່ມຂຶ້ນນໍາ ເຊິ່ງບັນຫາເຫຼົ່ານີ້ທາງສາທາລະນະສຸກເມືອງແມ່ນໄດ້ເນັ້ນໃສ່ການເຜີຍແຜ່ຂໍ້ມູນ – ຂ່າວສານປັດໄຈການເກີດພະຍາດໄຂ້ຍຸງລາຍໃຫ້ບ້ານ ແລະ ອສບ ໄດ້ເຜີຍແຜ່ລົງຊຸມຊົນ ເປັນຕົ້ນແມ່ນໂຄສະນາຜ່ານໂທລະໂຄ່ງ, ຕິດໂປສເຕີ, ພົ່ນຢາທໍາລາຍຍຸງໂຕແກ່ ແລະ ມອບຢາຂ້າໜອນນໍ້າໃຫ້ແຕ່ລະບ້ານ.

ທ່ານ ດຣ. ຄໍາໃໝ່ ຮອງສະຫວັນ ຫົວໜ້າໜ່ວຍງານສົ່ງເສີມສຸຂະພາບ ແລະ ວຽກງານລະບາດ ເມືອງຫາດຊາຍຟອງ ຍັງໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີນີ້ ເມືອງຫາດຊາຍຟອງ ມີຈໍານວນຜູ້ຕິດເຊື້ອໄຂ້ຍຸງລາຍ 116 ກໍລະນີ ແຕ່ຍັງບໍ່ມີຜູ້ເສຍຊີວິດ. ໃນນັ້ນ, ເຂດບ້ານດົງຄໍາຊ້າງ ມີຈໍານວນຜູ້ຕິດເຊື້ອຫຼາຍທີ່ສຸດ 35 ກໍລະນີ ເມື່ອທຽບໃສ່ຕົວເລກຜູ້ຕິດເຊື້ອໄຂ້ຍຸງລາຍໃນ 6 ເດືອນຕົ້ນປີ 2018 ມີພຽງ 22 ກໍລະນີ, ຕົວເລກຜູ້ຕິດເຊື້ອຢູ່ນະຄອນຫຼວງ ທັງໝົດ 1.076 ກໍລະນີ ເສຍຊີວິດ 6 ຄົນ. ໃນນັ້ນ, ເມືອງໄຊທານີ ມີຈໍານວນ 382 ກໍລະນີ ເສຍຊີວິດ 2 ຄົນ, ເມືອງໄຊເສດຖາ 216 ກໍລະນີ, ເມືອງສີໂຄດຕະບອງ 146 ກໍລະນີ, ເມືອງສີສັດຕະນາກ 118 ກໍລະນີ ເສຍຊີວິດ 2 ຄົນ, ເມືອງຫາດຊາຍຟອງ 116 ກໍລະນີ, ເມືອງຈັນທະບູລີ 86 ກໍລະນີ, ເມືອງສັງທອງ 75 ກໍລະນີ ເສຍຊີວິດ 1 ຄົນ, ເມືອງນາຊາຍທອງ 62 ກໍລະນີ ເສຍຊີວິດ 1 ຄົນ ແລະ ເມືອງປາກງື່ມ 26 ກໍລະນີ.

ຕົ້ນເດືອນມິຖຸນາຜ່ານມາ ໜັງສືພິມຂ່າວສານປະເທດລາວ ໄດ້ລາຍງານຂ່າວໂດຍອີງໃສ່ສູນວິເຄາະລະບາດວິທະຍາ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ໄລຍະ 6 ເດືອນຕົ້ນປີນີ້ ທົ່ວປະເທດມີຜູ້ຕິດເຊື້ອໄຂ້ຍຸງລາຍ ກວ່າ 4.520 ກໍລະນີ ແລະ ເສຍຊີວິດແລ້ວ 14 ຄົນ. ໃນນີ້, ແຂວງທີ່ຕິດເຊື້ອຫຼາຍກວ່າໝູ່ແມ່ນ: ຈຳປາສັກ ມີ 1.549 ກໍລະນີ ເສຍຊີວິດ 3 ຄົນ, ສະຫວັນນະເຂດ 719 ກໍລະນີ ເສຍຊີວິດ 3 ຄົນ, ອັດຕະປື 466 ກໍລະນີ, ຫຼວງນ້ຳທາ 266 ກໍລະນີ, ຄຳມ່ວນ 234 ກໍລະນີ, ສາລະວັນ 244 ກໍລະນີ ເສຍຊີວິດ 2 ຄົນ, ບໍລິຄຳໄຊ 135 ກໍລະນີ ເສຍຊີວິດ 1 ຄົນ, ຖັດລົງມາແມ່ນແຂວງເຊກອງ, ວຽງຈັນ, ຫຼວງພະບາງ, ໄຊຍະບູລີ, ບໍ່ແກ້ວ, ຊຽງ ຂວາງ, ອຸດົມໄຊ, ໄຊສົມບູນ, ຜົ້ງສາລີ ແລະ ແຂວງຫົວພັນ.

[ ຂ່າວ: ທິບອຸສາ ]