ອາກອນເມືອງຈັນທະບູລີ ຈັດກິດຈະກໍາເສຍຄ່າທໍານຽມທາງ ປະຈໍາປີ 2019 ຢູ່ສວນເຈົ້າອານຸວົງ

106

ສ່ວຍສາອາກອນເມືອງຈັນທະບູລີ ໄດ້ຈັດກິດຈະກໍາ ( ຕັ້ງຮ້ານເຄື່ອນທີ່ ) ຢູ່ແຄມຂອງສວນເຈົ້າອານຸວົງ ບ້ານວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເພື່ອປະຊາສໍາພັນໃຫ້ມວນຊົນທີ່ມາອອກກໍາລັງກາຍ ຫຼື ມາທ່ຽວຕະຫຼາດກາງຄືນຢູ່ສວນເຈົ້າອານຸວົງ ໄດ້ຖືໂອກາດນີ້ເສຍຄ່າທໍານຽມທາງ ປະຈໍາປີ 2019 ພ້ອມຮັບສະຕິກເກີ້ຕິດລົດພ້ອມ, ຜ່ານການເປີດບໍລິການມື້ທໍາອິດເຫັນວ່າມວນຊົນໃຫ້ຄວາມສົນໃຈເຂົ້າມາເສຍຄ່າທໍານຽມທາງເປັນຈຳນວນຫຼວງຫຼາຍ.

ທ່ານ ວິໃນ ທິບດາລາ ຫົວໜ້າສ່ວຍສາອາກອນ ເມືອງຈັນທະບູລີ ໃຫ້ສໍາພາດວ່າ: ຈຸດປະສົງຂອງການຕັ້ງບູ໊ດ ເພື່ອເສຍຄ່າທໍານຽມທາງປີ 2019 ໃນຄັ້ງນີ້ ກໍເພື່ອບໍລິການປະຊາຊົນແບບເຖິງທີ່ ໄລຍະຜ່ານມາເຖິງວ່າພວກເຮົາມີຈຸດບໍລິການຢູ່ຫ້ອງການສ່ວຍສາອາກອນປະຈໍາເມືອງ ແລະ ຈຸດບໍລິການຂອງທະນາຄານການຄ້າຕ່າງປະເທດ ຢູ່ທຸກໜ່ວຍບໍລິການກໍຕາມ ແຕ່ຍັງບໍ່ທັນເຂົ້າເຖິງປະຊາຊົນຢ່າງແທ້ຈິງ. ສະນັ້ນ, ອີງຕາມການຊີ້ນໍາຂອງກະຊວງການເງິນ ກໍຄືກົມສ່ວຍສາອາກອນ ພວກເຮົາໄດ້ເຄື່ອນໄຫວວຽກຈຸດສຸມ ໂດຍສະເພາະແມ່ນວາງແຜນລົງຢູ່ໃນ 30 ບ້ານ ທົ່ວເມືອງຈັນທະບູລີ.

ກ່ອນໜ້ານັ້ນ, ພວກເຮົາກໍໄດ້ມີການເຮັດທົດລອງຢູ່ຕາມຖະໜົນຫົນທາງ ເຊິ່ງຮ່ວມກັບເຈົ້າໜ້າທີ່ຕຳຫຼວດຈະລາຈອນການກວດກາເສຍຄ່າທໍານຽມທາງຢູ່ບາງເສັ້ນທາງກໍຖືວ່າໄດ້ຮັບຜົນດີ, ຖັດຈາກນັ້ນ ກໍໄດ້ມາທົດລອງຢູ່ບ້ານທົ່ງຕູມ ຜ່ານການຖອດຖອນບົດຮຽນກໍເຫັນວ່າການບໍລິການເສຍຄ່າທາງໃນຕອນກາງເວັນບໍ່ໄດ້ຮັບຜົນດີ ເນື່ອງຈາກພະນັກງານ, ທະຫານ, ຕຳຫຼວດ, ຊາວຄ້າຂາຍ ແລະ ປະຊາຊົນແມ່ນໄປວຽກຂອງໃຜລາວ ຈຶ່ງເຮັດໃຫ້ບໍ່ໄດ້ຮັບຜົນດີເທົ່າທີ່ຄວນ.

ທ່ານອະທິບາຍຕື່ມວ່າ: ສໍາລັບໃນຕອນແລງວັນພຸດ ທີ 19 ມິຖຸນາ 2019 ຜ່ານມາ ທີມງານພວກເຮົາກໍໄດ້ລົງມາທີ່ບ້ານວັດຈັນ ໂດຍກໍານົດເອົາສວນເຈົ້າອານຸວົງ ເປັນຈຸດບໍລິການເນື່ອງຈາກເປັນຈຸດຊຸມຊົນທີ່ໜາແໜ້ນໃນທຸກໆຕອນແລງ ເຮັດໃຫ້ມີມວນຊົນມາອອກກໍາລັງກາຍ ຫຼື ມາທ່ຽວຕະຫຼາດກາງຄືນຫຼາຍໃນແຕ່ລະມື້ໄດ້ແວ່ມາເສຍຄ່າທໍານຽມທາງ ປະຈໍາປີ 2019. ຈາກການສັງເກດໃນມື້ທໍາອິດເຫັນວ່າມີຄວາມຄຶກຄື້ນເປັນພິເສດ ເພາະໄດ້ມີການປະຊາສໍາພັນໃນຫຼາຍຊ່ອງທາງ ເພື່ອໃຫ້ຜູ້ທີ່ຍັງບໍ່ທັນໄດ້ເສຍຄ່າທໍານຽມທາງໄດ້ເຂົ້າມາສອບຖາມຂໍ້ມູນ ຫຼື ຕື່ນຕົວເສຍຄ່າທາງປະເພດລົດຕ່າງໆ ເຊິ່ງກິດຈະກໍາດັ່ງກ່າວພວກເຮົາຈະສືບຕໍ່ເຮັດໄປເລື້ອຍໆຢ່າງໜ້ອຍໃຫ້ຄົບ 30 ບ້ານ ແລະ ເຂດຊຸມຊົນຕ່າງໆຢູ່ໃນເມືອງຈັນທະບູລີ. ສໍາລັບການຕັ້ງບູ໊ດບໍລິການຢູ່ສວນເຈົ້າອານຸວົງນີ້ ແມ່ນເລີ່ມແຕ່ເວລາ 16:00 ໂມງ ຫາ 20:00 ໂມງ.

ໃນຕອນທ້າຍ, ຫົວໜ້າສ່ວຍສາອາກອນເມືອງຈັນທະບູລີ ຍັງໄດ້ຝາກເຖິງພໍ່ແມ່ປະຊາຊົນທີ່ໃຊ້ລົດ – ໃຊ້ຖະໜົນທີ່ຍັງບໍ່ທັນໄດ້ເສຍຄ່າທໍານຽມທາງ ປະຈໍາປີ 2019 ໃຫ້ຮີບຮ້ອນມາລົງທະບຽນເສຍ ເນື່ອງຈາກຈະໝົດກໍານົດໃນວັນທີ 30 ມິຖຸນາທີ່ຈະມາເຖິງນີ້ ແລະ ໃນເດືອນກໍລະກົດ ເຈົ້າໜ້າທີ່ສ່ວຍສາອາກອນຈະໄດ້ຮ່ວມກັບເຈົ້າໜ້າທີ່ຕຳຫຼວດຈະລາຈອນເຂັ້ມງວດໃນການຕັ້ງດ່ານຈຸດກວດກາລົດທີ່ແລ່ນຕາມເສັ້ນທາງຕ່າງໆພາຍໃນເມືອງ.

[ ຂ່າວ – ຮູບ: ສົມສະຫວິນ ]