ຮຽນຕໍ່ທີ່ ສສ ຫວຽດນາມ ແລະ ສປ ຈີນ ຮ່ວມສອບເສັງທີ່ຫຼວງພະບາງ

91

ອີກບໍ່ພໍເທົ່າໃດ ບັ້ນການສອບເສັງຈົບຊັ້ນມັດທະຍົມຕອນປາຍ (ມ7) ກໍ່ໄດ້ເປີດສາກຂຶ້ນໃນທົ່ວປະເທດ ເຊື່ອແນ່ວ່ານ້ອງໆທີ່ມີເປົ້າໝາຍຢາກໄປຮຽນຕໍ່ຈະຈົດຈໍ່ກັບການເບິ່ງບົດຮຽນ ເພື່ອກຽມສອບເສັງຈົບຊັ້ນໃນຄັ້ງນີ້ ແລະ ກໍ່ຄົງມີຫຼາຍໆນ້ອງຕ່າງມີຄວາມຫວັງຢາກຮຽນຕໍ່ໃນສາຂາອາຊີບຕ່າງໆທີ່ຕົນເອງມັກ ໃນລະດັບວິທະຍາໄລທັງພາຍໃນ ແລະ ຕ່າງປະເທດຢູ່ແມ່ນບໍ? ມື້ນີ້, ໂອກາດດີໆສຳລັບນ້ອງໆມາເຖິງແລ້ວ ໂດຍສະເພາະນ້ອງໆນັກຮຽນຈາກແຂວງຫຼວງພະບາງ ເນື່ອງຈາກພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ ໄດ້ປະກາດເລື່ອງການສອບເສັງຄັດເລືອກເອົານັກຮຽນຈົບຊັ້ນ (ມ7) ທົ່ວແຂວງຫຼວງພະບາງ ເພື່ອໄປຮຽນຕໍ່ວິຊາຊີບລະດັບຕ່າງໆ ທີ່ ສສ ຫວຽດນາມ ແລະ ສປ ຈີນ ປະຈຳປີ 2019.

 

ເປັນພຽງພາບປະກອບຂ່າວ

 

ພະແນກສຶກສາທິການ ແລະ ກິລາແຂວງ ຂໍປະກາດມາຍັງນ້ອງໆນັກຮຽນທີ່ຈົບຊັ້ນມໍ7 ທົ່ວແຂວງ ຊາບທົ່ວເຖິງກັນວ່າ: ທາງພະແນກສຶກສາທິການ ແລະ ກິລາແຂວງ ຈະໄດ້ຈັດການສອບເສັງຄັດເລືອກເອົານັກຮຽນຈົບຊັ້ນ ມ7 ທົ່ວແຂວງຫຼວງພະບາງ ເພື່ອໄປຮຽນຕໍ່ວິຊາຊີບລະດັບຕ່າງໆ ທີ່ ສສ ຫວຽດນາມ ແລະ ສປ ຈີນ ປະຈຳປີ 2019.

 

ເປັນພຽງພາບປະກອບຂ່າວ

 

ສຳລັບວິຊາສອບເສັງປະກອບມີ 04 ວິຊາຄື: ວິຊາພາສາລາວ, ຄະນິດສາດ, ເຄມີສາດ ແລະ ປະຫວັດສາດ ເຊິ່ງຈະໄດ້ສອບເສັງໃນວັນທີ 12 ກໍລະກົດ 2019 ເວລາ 8:00 ໂມງ ທີ່ໂຮງຮຽນມັດທະຍົມສົມບູນ ສັນຕິພາບ.

 

ເປັນພຽງພາບປະກອບຂ່າວ

 

ສ່ວນການເປີດຊື້-ຂາຍ ຄຳຮ້ອງແມ່ນຈະເລີ່ມແຕ່ວັນທີ 27 ມິຖຸນາ ຫາ ວັນທີ 11 ກໍລະກົດ 2019 ໃນລາຄາ 45.000 ກີບ/ຊຸດ. ສໍາລັບເອກະສານຕິດຄັດມາມີ ໃບເຂົ້າຫ້ອງສອບເສັງ, ຮູບຂະໜາດ 3X4  ຈໍານວນ 2 ໃບ, ສະເພາະນັກຮຽນທີ່ຈົບປີ 2018 ຕ້ອງເອົາໃບປະກາສະນິຍະບັດ ແລະ ໃບຄະແນນຈົບ ມ7 ມາພ້ອມ.