ເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ພັດທະນາສວນພຶກສາສາດຜາຊ້າງ – ຜາຂີ້ໝິ້ນ

64

ກອງປະຊຸມເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ພັດທະນາສວນພຶກສາສາດຜາຊ້າງ – ຜາຂີ້ໝິ້ນແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 19 ມິຖຸນາ 2019 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງໄຊຍະບູລີ ໂດຍການເປັນປະທານຂອງ ທ່ານ ສົມສະໜຸກ ໄຊຄຳມູນ ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ມີ ທ່ານ ຄຳຜາຍ ແກ້ວບົວ ຮອງເລຂາພັກເມືອງໄຊຍະບູລີ, ມີບັນດາທ່ານຄະນະກຳມະການສວນອຸທິຍານພຶກສາສາດຜາຊ້າງ – ຜາຂີ້ໝິ້ນ, ຕາງໜ້າຈາກພະແນກການ, ກົມກອງ, ຫົວໜ້າຫ້ອງການ, ອົງການອ້ອມຂ້າງເມືອງ, ແຂກຖືກເຊີນ ພ້ອມດ້ວຍນາຍບ້ານເທສະບານ 24 ບ້ານ, ຕະຫຼອດຮອດພະນັກງານ – ວິຊາການຂອງວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ເມືອງເຂົ້າຮ່ວມ.

ທ່ານ ສົມສະໜຸກ ໄຊຄຳມູນ ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງໄຊຍະບູລີ, ໄດ້ໃຫ້ທັດສະນະກ່ຽວກັບສວນພຶກສາສາດໂດຍລວມ ແລະ ພ້ອມທັງເຜີຍແຜ່ຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 285/ຈຂ.ຊຍ ລົງວັນທີ 21 ມີນາ 2019 ວ່າດ້ວຍການຄຸ້ມຄອງ ແລະ ພັດທະນາສວນພຶກສາສາດຜາຊ້າງ – ຜາຂີ້ໝິ້ນ ແຂວງໄຊຍະບູລີ ເຊິ່ງປະກອບມີ 7 ໝວດ, 32 ມາດຕາ, ຂໍ້ຕົກລົງສະບັບນີ້ແມ່ນກຳນົດຫຼັກການ, ລະບຽບການ, ມາດຕະການ, ຂອບເຂດຄວາມຮັບຜິດຊອບກ່ຽວກັບການຄຸ້ມຄອງ, ການພັດທະນາ, ການອະນຸຮັກ, ການປົກປັກຮັກສາ ແລະ ການນຳໃຊ້ເນື້ອທີ່ສວນອຸທິຍານພຶກສາສາດຜາຊ້າງ – ຜາຂີ້ໝິ້ນ ເພື່ອແນໃສ່ແຜນພັດທະນາເສດຖະ ກິດ – ສັງຄົມໃນໄລຍະຍາວ ໂດຍສະເພາະແມ່ນການພັດທະນາວຽກງານການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີຂອງແຂວງໃຫ້ປາກົດຜົນເປັນຈິງ ໃນການປົກປັກຮັກສາປ່າໄມ້, ແຫຼ່ງນ້ຳ, ສັດນ້ຳ – ສັດປ່າ ແລະ ພືດພັນນາໆຊະນິດໃຫ້ຍືນຍົງ, ສ້າງເປັນແຫຼ່ງທ່ອງທ່ຽວຂອງເມືອງ, ຂອງແຂວງ, ເປັນສູນລວມສະຖານທີ່ຄົ້ນຄວ້າ – ວິໄຈຂອງນັກຄົ້ນຄວ້າ, ນັກວິໄຈ, ນັກຮຽນ, ນັກສຶກສາໃນການຊອກຮູ້ຮໍ່າຮຽນ ເພື່ອປົກປັກຮັກສາສວນອຸທິຍານພຶກສາສາດທີ່ເປັນພື້ນທີ່ສະຫງວນໄວ້ໃຫ້ຢູ່ຄົງເດີມ, ຄົງທີ່, ປາສະຈາກການທຳລາຍ ຫຼື ຖືກໃຊ້ໄປໃນທາງທີ່ບໍ່ຖືກຕ້ອງ ເພື່ອຮັກສາຊັບສົມບັດຂອງທຳມະຊາດໄວ້ໃຫ້ຄົນຮຸ່ນຫຼັງໄດ້ເຫັນ, ໄດ້ປົກປັກຮັກສາທຳມະຊາດທີ່ສວຍສົດງົດງາມນີ້ຕະຫຼອດໄປ.

ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດເຫັນແລກປ່ຽນບົດຮຽນ ເພື່ອແກ້ໄຂຈຸດທີ່ຍັງຄົງຄ້າງເພື່ອແນໃສ່ແກ້ໄຂໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ເຮັດໃຫ້ແຜນການດັ່ງກ່າວໃຫ້ໄດ້ຮັບການຈັດຕັ້ງປະຕິບັດຕົວຈິງໃນໄວໆນີ້.

[ ຂ່າວ – ຮູບ: ທອງຈັນ ]