ແອັບເປິລ ຮຽກຮ້ອງລັດຖະບານຂອງໂດນັລ ທຣໍາ ຍົກເລີກແຜນຂຶ້ນພາສີຈີນຮອບໃໝ່

57

ບໍລິສັດແອັບເປິລເຕືອນລັດຖະບານສະຫະລັດຂອງປະທານາທິບໍດີໂດນັລ ທຣໍາ ວ່າ ການຂຶ້ນພາສີຕໍ່ສິນຄ້າຈີນຮອບໃໝ່ ໃນອັດຕາ 25% ຈະສົ່ງຜົນກະທົບຕໍ່ສັກກະຍະພາບດ້ານການແຂ່ງຂັນບໍ່ພຽງແຕ່ສະເພາະກັບແອັບເປິລ ແຕ່ຈະກະທົບເຖິງເສດຖະກິດອາເມຣິກາໂດຍລວມດ້ວຍ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ອາເມຣິກາ ເມື່ອວັນສຸກ ທີ 21 ມິຖຸນາ ວ່າ ບໍລິສັດແອັບເປິລສົ່ງເອກະສານທາງອອນໄລນ໌ ຜ່ານຊ່ອງທາງການຮ້ອງຮຽນ ແລະ ຮັບຂໍ້ສະເໜີຂອງກະຊວງການເງິນສະຫະລັດ ເມື່ອວັນພະຫັດ ທີ່ຮຽກຮ້ອງໃຫ້ລັດຖະບານວໍຊິງຕັນຂອງ ປະທານາທິບໍດີໂດນັລ ທຣໍາ “ຍົກເລີກ” ແນວຄວາມຄິດການຕັ້ງກໍາແພງພາສີ 25% ຄວບຄຸມມູນຄ່າສິນຄ້ານໍາເຂົ້າຈາກຈີນ ອີກ 300.000 ລ້ານໂດລາ (ປະມານ 2,61 ລ້ານຕື້ກີບ) ເນື່ອງຈາກຈະຍິ່ງເປັນການຫຼຸດສັກກະຍະພາບດ້ານການແຂ່ງຂັນຂອງແອັບເປິລໃນຕະຫຼາດຈີນ ແລະ ຕະຫຼາດໂລກ ອີກທັງຍັງຈະສົ່ງຜົນກະທົບຕໍ່ “ການສະໜັບສະໜຸນ” ຂອງບໍລິສັດທີ່ມີຕໍ່ກະຊວງການເງິນສະຫະລັດດ້ວຍ.

ในภาพอาจจะมี หนึ่งคนขึ้นไป และโทรศัพท์

ແອັບເປິລກ່າວດ້ວຍວ່າ ສິນຄ້າຂອງບໍລິສັດທັງສະມາດໂຟນ ແລະ ແທັບເລັດ ຄື ໄອໂຟນ ແລະ ໄອແພັດຕະຫຼອດຈົນຄອມພິວເຕີ ທັງແບບຕັ້ງໂຕ໊ະ ແລະ ພົກພາໃນຕະກູນແມັກ ທີ່ວາງຈໍາໜ່າຍຢູ່ໃນຕະຫຼາດຈີນຈະຍິ່ງໄດ້ຮັບຜົນກະທົບໂດຍກົງຫຼາຍຂຶ້ນອີກ ຖ້າມີການຂຶ້ນພາສີຮອບໃໝ່ ກ່ອນລົງທ້າຍດ້ວຍວ່າ ແອັບເປິລເປັນບໍລິສັດເອກະຊົນທີ່ຈ່າຍພາສີໃຫ້ແກ່ລັດຖະບານກາງຫຼາຍທີ່ສຸດ ແລະ ເຄີຍໄດ້ປະກາດແຜນຍຸດທະສາດເມື່ອທ້າຍປີ ຜ່ານມາແລ້ວ ວ່າຈະຊ່ວຍສົ່ງເສີມເສດຖະກິດຂອງປະເທດ ດ້ວຍການອະນຸມັດທຶນໃນດ້ານນະວັດຕະກໍາ ແລະ ເທັກໂນໂລຢີ ປະມານ 350.000 ລ້ານໂດລາ (3 ລ້ານຕື້ກີບ) ພາຍໃນໄລຍະເວລາ 5 ປີຂ້າງໜ້າ.

ในภาพอาจจะมี 2 คน, ผู้คนกำลังนั่ง, ตาราง และสถานที่ในร่ม

ທັງນີ້ ແອັບເປິລຖືເປັນຜູ້ປະກອບການເອກະຊົນຂະໜາດໃຫຍ່ລາຍຫຼ້າສຸດຂອງສະຫະລັດ ທີ່ໄດ້ອອກມາຮຽກຮ້ອງໃຫ້ລັດຖະບານ ທຣໍາ ຍົກເລີກແຜນການຂຶ້ນພາສີຕໍ່ຈີນຮອບໃໝ່ ເພື່ອຫຼຸດຄວາມສ່ຽງຂອງການສູນເສຍສັກກະຍະພາບດ້ານການແຂ່ງຂັນຂອງສິນຄ້າສະຫະລັດໃນຕະຫຼາດໂລກ ໂດຍຜູ້ນໍາສະຫະລັດກຽມຫາລືກັບປະທານປະເທດສີ ຈິ້ນຜິງ ຂອງຈີນ ນອກຮອບການປະຊຸມສຸດຍອດຜູ້ນໍາກຸ່ມປະເທດເສດຖະກິດຂະໜາດໃຫຍ່ “ຈີ20” ທີ່ເມືອງໂອຊາກ້າ ປະເທດຍີ່ປຸ່ນ ໃນທ້າຍເດືອນນີ້.

ในภาพอาจจะมี หนึ่งคนขึ้นไป