Avenger: Endgame ຈະກັບມາສາຍໃໝ່ ພ້ອມເພິ່ມສາກໃໝ່ເຂົ້າໄປອີກ

179

ຫຼ້າສຸດ ເຄວິນ ໄຟກີ ປະທານຂອງ Marvel Studios ໄດ້ອອກມາຢືນຢັນໂດຍການໃຫ້ສໍາພາດກັບ comicbook.com ວ່າ ຈະນໍາຮູບເງົາ Avengers: Endgame ກັບມາສາຍໃໝ່ ໂດຍນໍາເອົາສາກທີ່ຕັດອອກໃນຮອບທົດລອງສາຍກັບມາໃສ່ຄືນ ແລະ ກໍ່ມີສາກໃໝ່ໆທີ່ຈະເພິ່ມເຂົ້າມາໃສ່ອີກ ແຕ່ກໍ່ບໍ່ແນ່ໃຈວ່າ ໂຮງຮູບເງົາໃນປະເທດລາວເຮົາຈະນໍາເຂົ້າມາສາຍໃໝ່ ຫຼື ບໍ່.

ในภาพอาจจะมี 9 คน, ข้อความ

ໄຟກີ ໄດ້ໃຫ້ສໍາພາດວ່າ ພວກເຮົາກໍາລັງຢູ່ລະຫວ່າງການຕັດຕໍ່ເພິ່ມສາກໃໝ່ໆເຂົ້າໄປໃສ່ໃນຮູບເງົາຈາກເວີຊັ່ນທໍາອິດທີ່ໄດ້ອອກສາຍໄປກ່ອນໜ້ານີ້ ແຕ່ຂ້ອຍເອງກໍ່ຍັງບໍ່ຮູ້ວ່າຈະປະກາດສາຍຮອບໃໝ່ມື້ໃດ ແລະ ຍັງບໍ່ຮູ້ວ່າມັນມີຄວາມຍາວເທົ່າໃດ ແຕ່ແນ່ນອນພວກເຮົາກໍາລັງດໍາເນີນເລື່ອງນີ້ ໃນທ້າຍອາທິດໜ້າ.

ในภาพอาจจะมี 2 คน, ข้อความ

ແນ່ນອນວ່າ ຫຼັງຈາກທີ່ມີຂ່າວນີ້ອອກມາ ກໍ່ເຮັດໃຫ້ຫຼາຍຄົນສົງໄສວ່າ ເຖິງວ່າຮູບເງົາ Avengers: Endgame ທີ່ສ້າງລາຍໄດ້ຢ່າງມະຫາສານ ໃນໄລຍະທີ່ຜ່ານມາ ແລະ ຫຼາຍຄົນກໍ່ລຸ້ນວ່າຈະເຮັດລາຍໄດ້ຈາກທົ່ວໂລກແຊງໜ້າແຊັມເກົ່າ ເຊັ່ນຮູບເງົາ Avatar ໄປໄດ້ ຫຼື ບໍ່ ໃນເວລານີ້ ລາຍໄດ້ກໍ່ບຽດໃກ້ເຂົ້າມາຫຼາຍແລ້ວ.

ในภาพอาจจะมี 6 คน, กลางคืน

ເຊິ່ງການທີ່ຈະເອົາຮູບເງົາເວີຊັ່ນໃໝ່ເຂົ້າມາສາຍນີ້ ກໍ່ເພື່ອກະຕຸ້ນເມັດເງິນໃຫ້ກັບຮູບເງົາໄດ້ກັບມາຄຶກຄັກອີກຄັ້ງ ເພື່ອແຊງໜ້າ ຮູບເງົາ Avatar ຫຼື ບໍ່ ເຊິ່ງໃນປັດຈຸບັນນີ້ Avengers: Endgame ເກັບລາຍໄດ້ຢູ່ 2.743 ລ້ານໂດລາ ຂະນະ ທີ່ Avatar ເຮັດລາຍໄດ້ໄວ້ 2.788 ລ້ານໂດລາ.