5 ເດືອນເກັບໄດ້ 170 ຕື້ກວ່າກີບ ພາສີແຂວງຄໍາມ່ວນ

119

ການຈັດເກັບລາຍຮັບຂອງຂະແໜງພາສີແຂວງຄຳມ່ວນແມ່ນເປັນໄປຕາມຄາດໝາຍທີ່ວາງໄວ້ ໄລຍະ 5 ເດືອນ ປະຕິບັດໄດ້ແລ້ວ 170,27 ຕື້ກີບ, ທຽບໃສ່ແຜນການປີເທົ່າກັບ 42,82% ໃນຕົວເລກໝົດປີ ຈຳນວນ 397,7 ຕື້ກີບ ແລະ ຄາດຄະເນ 6 ເດືອນຕົ້ນປີ 2019 ຈະໃຫ້ບັນລຸ 50% ຂອງແຜນການປີ.

 

ທ່ານ ສີສະຫວາດ ໄຊຍະວົງ ຄະນະກອງຄຸ້ມຄອງພາສີ VI, ຫົວໜ້າກອງກວດກາພາສີແຂວງຄຳມ່ວນ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນເກັບລາຍຮັບຂອງຂະແໜງພາສີແຂວງຄຳມ່ວນ ແມ່ນໄດ້ຖືເອົາວຽກງານສຶກສາອົບຮົມທາງດ້ານການເມືອງ-ແນວຄິດໃຫ້ພະນັກງານເອົາໃຈໃສ່ເຮັດ ໜ້າທີ່ຕາມພາລະບົດບາດ ແລະ ຕາມການມອບໝາຍ ເພື່ອໃຫ້ການ ຈັດເກັບລາຍຮັບບັນລຸຕາມແຜນການທີ່ວາງໄວ້.

ເຊິ່ງການເກັບລາຍຮັບເຂົ້າງົບປະມານໃນປີ 2019 ຂະແໜງພາສີແຂວງໄດ້ຮັບການມອບໝາຍທັງໝົດ ຈຳນວນ 397,7 ຕື້ກີບ ທຽບໃສ່ປີຜ່ານມາເພີ່ມຂຶ້ນເກືອບ 1 ເທົ່າຕົວ. ຜ່ານການຈັດຕັ້ງປະຕິບັດໃນ 5 ເດືອນຜ່ານມາ ປະຕິບັດໄດ້ 170,27% ເທົ່າກັບ 42,82% ຂອງແຜນປີ ແລະ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເທົ່າກັບ 108,18%.

 

 

ໃນນັ້ນ, ດ່ານຂົວມິດຕະພາບ 3 ປະຕິບັດໄດ້ 114,71 ຕື້ກີບ ເທົ່າກັບ 45,40% ຂອງແຜນການປີ, ດ່ານນາເພົ້າ 48,68 ຕື້ກີບ ເທົ່າກັບ 37,45% ແລະ ກອງກວດກາພາສີແຂວງ 6,87 ຕື້ກີບ ເທົ່າກັບ 45,81% ຂອງແຜນການປີ ເຊິ່ງລາຍຮັບສ່ວນໃຫຍ່ໄດ້ຈາກການນໍາເຂົ້ານໍ້າມັນເຊື້ອໄຟ, ຄ່າບໍລິການຜ່ານແດນ (ນຳເຂົ້າເພື່ອສົ່ງອອກ) ຄ່າທຳນຽມຕ່າງໆ, ການແກ້ໄຂພາຫະນະທີ່ນຳເຂົ້າບໍ່ຖືກຕ້ອງ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ອື່ນໆ.

 

ในภาพอาจจะมี รถยนต์ และสถานที่กลางแจ้ง

ພາບປະກອບຂ່າວ

 

ເພື່ອໃຫ້ບັນລຸຕາມຕົວເລກທີ່ໄດ້ຮັບມອບໝາຍ ໃນ 6 ເດືອນທີ່ຍັງເຫຼືອແມ່ນຈະສືບຕໍ່ເພີ່ມທະວີວຽກງານຕ້ານ ແລະ ສະກັດກັ້ນການລັກລອບ ສິນຄ້າໜີພາສີໃນທຸກຮູບແບບ, ຕິດຕາມຄຸ້ມຄອງການເຄື່ອນຍ້າຍສິນຄ້າພາຍໃນແຂວງ ແລະ ມາຈາກຕ່າງແຂວງ, ການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍ ແລະ ທຸລະກິດໄມ້ ລວມເຖິງການແກ້ໄຂລົດລັກລອບ ນຳເຂົ້າ, ລົດທີ່ອອກທະບຽນຊົ່ວຄາວ ແລະ ປ້າຍລັດທີ່ຍັງຄ້າງເສຍພາສີໃນທົ່ວແຂວງ. ທ່ານ ສີສະຫວາດ ໄຊຍະວົງ ກ່າວ

 

ພາບປະກອບຂ່າວ

 

 

ຂໍ້ມູນ: Khammouane News