ອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນສະເພາະໜ້າ ໃນໄລຍະໃໝ່ ແລະ ຍາວນານທີ່ພັກ-ລັດ ກໍຄຶການສາ້ງສາ ແລະ ພັດທະນາປະເທດຊາດ ໃຫ້ເຂັ້ມແຂງ, ໂດຍສະເພາະວຽກງານການກວດກູ້ລະເບີດທີ່ບ່ໍທັນແຕກຕົກຄ້າງໃນ ສປປ ລາວໃຫ້ໝົດໄປ. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ໄດ້ຈັດພິທີ ປະກາດການແຕ່ງຕັ້ງຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ແລະ ອໍານວຍການ ໂຄງການເກັບກູ້ລະເບີດແຫ່ງຊາດ(ຄກລ) ຄົນໃຫມ່ ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 14 ມິຖຸນາ 2019 ທີ່ ຫ້ອງປະຊຸມໃຫຍ່ຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ຄຳຂານ ພິນສະຫວັນ ຄະນະປະຈຳ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຮສສ, ມີບັນດາຄະນະກົມ, ຄະນະພະແນກ, ພ້ອມດ້ວຍພະນັກງານຈາກ ຄຊກລ ແລະ ຄກລ, ບັນດາພະນັກງານວິຊາການທີ່ກ່ຽວຂ້ອງອ້ອມຂ້າງກະຊວງ ຮສສ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ພົງທະວີ ໂຄດໂຍທາ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ໄດ້ຂຶ້ນອ່ານຜ່ານ ຂໍ້ຕົກລົງຂອງລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ວ່າດ້ວຍການແຕ່ງຕັ້ງຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ສະບັບເລກທີ 69/ ຮສສ.ຄຊກລ, ລົງວັນທີ 30/05/ 2019 ໂດຍແຕ່ງຕັ້ງທ່ານ ໂຈມແຍງ ແພງທອງສະຫວັດ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ໄປຮັບໜ້າທີ່ໃຫມ່ ຂຶ້ນເປັນຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ຄົນໃຫມ່.
ແລະ ຂໍ້ຕົກລົງຂອງລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ວ່າດ້ວຍການແຕ່ງຕັ້ງ ອຳນວຍການໂຄງການເກັບກູ້ລະເບີດແຫ່ງຊາດ, ສະບັບເລກທີ 68/ ຮສສ.ຄຊກລ, ລົງວັນທີ 30/05/ 2019 ໂດຍແຕ່ງຕັ້ງທ່ານ ບຸນພະມິດ ໂສມວິຈິດ ຮອງຫົວໜ້າຫ້ອງການ ຄຊກລ ໄປຮັບໜ້າທີ່ໃຫມ່ຂຶ້ນເປັນ ອໍານວຍການໂຄງການເກັບກູ້ລະເບີດແຫ່ງຊາດ.
ໃນໂອກາດນີ້ ທ່ານ ຄຳຂານ ພິນສະຫວັນ ຍັງໄດ້ໃຫ້ກຽດໂອ້ລົມ, ເຊິ່ງທ່ານກໍ່ໄດ້ສະແດງຄວາມຊົມເຊີຍ ທັງສອງສະຫາຍ ທີ່ໄດ້ມາຮັບໜ້າທີ່ຕຳແໜງໃໝ່ ່, ໂດຍໄດ້ເນັ້ນໃຫ້ການຊີ້ນຳນຳພາ ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ແລະ ວຽກງານການເກັບກູ້ລະເບີດແຫ່ງຊາດ ໂດຍສະເພາະ ວຽກງານການຮ່ວມຶກັບສາກົນ, ອົງການຈັດຕັ້ງທາງສັງຄົມ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນຕື່ມ.
(ຄຳເມິງ ນັກຂ່າວກະຊວງ ຮສສ ລາຍງານ)
( ກວດແກ້: ເພັດສະໄໝ )