ການາດາ ອອກກົດໝາຍແບນຫູສະຫຼາມ

46

ປະເທດການາດາເປັນປະເທດທໍາອິດ ໃນກຸ່ມ “ຈີ 20” ເຊິ່ງອອກກົດໝາຍຫ້າມການນໍາເຂົ້າ-ສົ່ງອອກ ຈໍາໜ່າຍ ແລະ ບໍລິໂພກຫູສະຫຼາມ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງອັອດຕາວາ ປະເທດການາດາ ເມື່ອວັນພຸດ ທີ 19 ມິຖຸນາ ວ່າ ເວັບໄຊ ແຈ້ງການກ່ຽວກັບຂໍ້ບັງຄັບກົດໝາຍຈາກພາກລັດ ຂອງການາດາ ປະກາດເມື່ອວັນພຸດ ທີ 19 ມິຖຸນາ ຜ່ານມາ ເລື່ອງການແກ້ໄຂເພິ່ມຕື່ມມາດຕາ ຊີ-86 ຂອງກົດໝາຍການປະມົງ ເພື່ອເປັນການພິທັກລະບົບນິເວດທາງທະເລ ທີ່ລວມເຖິງຖິ່ນທີ່ຢູ່ອາໄສ ແລະ ການດໍາລົງຊີວິດຂອງສັດໃນທະເລ ແລະ ການສະໜັບສະໜຸນຄວາມພະຍາຍາມຢ່າງມີເປົ້າໝາຍ ແລະ ມີຄໍາສັ່ງໃຫ້ທຸກພາກສ່ວນໃນການາດາ ບໍ່ໃຫ້ນໍາເຂົ້າ-ສົ່ງອອກ, ຈໍາໜ່ວຍ ແລະ ບໍລິໂພກຄີບສະຫຼາມ ຫຼື ຮ້ອງກັນໂດຍທົ່ວໄປວ່າ ຫູສະຫຼາມ.

ທັງນີ້ ຮ່າງກົດໝາຍໄດ້ຮັບອະນຸມັດຈາກລັດຖະສະພາ ເມື່ອຕົ້ນອາທິດນີ້ ແລະ ຢູ່ລະຫວ່າງການລໍຖ້າຮັບການລົງນາມຈາກຜູ້ສໍາເລັດລາຊະການໃນສົມເດັດພະລາຊິນີເອລິຊາເບັດ ທີ 2 ເຊິ່ງຈະສ້າງປະຫວັດສາດໃຫ້ການາດາເປັນປະເທດທໍາອິດ ໃນກຸ່ມປະເທດເສດຖະກິດຂະໜາດໃຫຍ່ “ຈີ 20” ທີ່ມີກົດໝາຍແບນຫູສະຫຼາມຢ່າງເປັນຮູບປະທໍາ.

ຂະນະທີ່ ຂໍ້ມູນຈາກ “ໂອຊຽນການາດາ” ເຊິ່ງເປັນອົງກອນອິດສະຫຼະ ດ້ານການຮັກສາສິ່ງແວດລ້ອມ ທາງທະເລຂອງການາດາ ລະບຸວ່າ ການາດາເປັນປະເທດຢູ່ນອກທະວີບອາຊີ ທີ່ນໍາເຂົ້າຫູສະຫຼາມຫຼາຍທີ່ສຸດ ໂດຍສະຖິຕິ ເມື່ອປີຜ່ານມາ ມີການນໍາເຂົ້າ 148.241 ກິໂລກຣາມ ຄິດເປັນມູນຄ່າ ສູງເຖິງ 32 ລ້ານໂດລາ ການາດາ (ປະມານ 210 ຕື້ກີບ).