ງາມຫິນຍ້ອຍ ຕາດພັກຊອຍວອຍ ບ້ານນາຄັນທຸງ ເມືອງໄຊທານີ

138

ໜຶ່ງສະຖານທີ່ ເໝາະກັບມືhພັກຜ່ອນດີໆ ກັບຄອບຄົວ ໝູ່ເພື່ອນ ຫຼື ຄົນທີ່ທ່ານຮັກ ທ່ານບໍ່ຄວນພາດເລີຍ ກັບສະຖານທີ່ແຫ່ງນີ້ ນໍ້າຕົກຕາດພັກຊອຍວອຍ ບ້ານນາຄັນທຸງ ເມືອງໄຊທານີ ແຂວງ ນະຄອນຫລວງວຽງຈັນ

ທີ່ນັ້ນທ່ານຈະໄດ້ເຫັນ ສໍາພັດກັບບັນຍາກາດນໍ້າຕົກທີ່ເປັນນໍ້າຫິນຍ້ອຍງາມເປັນສາຍ, ທໍາມະຊາດທີ່ສວຍງາມເໝາະແກ່ການໄປຫຼິ້ນ ພັກຜ່ອນ, ກິນເຂົ້າປ່າ ລວມທັງຈຸດຊົມວິວ, ຈຸດຖ່າຍຮູບງາມໆ ໂດຍສະເພາະໄລຍະຝົນນີ້ເດີ້ ຈະມີນໍ້າໃຫ້ທ່ານຫຼິ້ນ ແລະ ເຫັນຫຼາຍຈຸດ ບອກເລີຍ ຕ້ອງໄປໃຫ້ໄດ້ …

ໃນນັ້ນ ນອກຈາກຈະມີ ຕາດຊອຍວອຍແລ້ວ ຍັງມີສະຖານທີ່ສັກສິດ ໄວ້ໃຫ້ເຮົາເຄົາລົບບູຊານັ້ນກໍຄື ວັດ “ວັດປະເຊວົງ” ຕັ້ງທີ່ ບ້ານນາຄັນທຸ່ງ ເມືອງໄຊຖານີ ກໍາແພງນະຄອນຫລວງວຽງຈັນ.

ຫ່າງຈາກເທສະບານນະຄອນຫຼວງປະມານ 50 ກິໂລແມັດ. ເດີນທາງຕາມເສັ້ນທາງໄປທ່າງອນ – ບ້ານເກີນ ແຍກຂວາທາງຕັດອອກໄປເມືອງປາກງື່ມປະມານ 23 ກິໂລ.

ເຊິ່ງ ແຕ່ລະປີໄດ້ມີການປັບປຸງ ພັດທະນາຢູ່ຕະຫຼອດ ຫຼັງຈາກທີ່ ເປີດເປັນແຫຼ່ງທ່ອງທ່ຽວຕັ້ງແຕ່ວັນທີ 28 ກັນຍາ 2015 ເປັນຕົ້ນມາ ໂດຍການລະດົມທຶນຂອງຊາວບ້ານເຂດໃກ້ຄຽງເພື່ອພັດທະນາເຂດດັ່ງກ່າວ(ບໍ່ໄດ້ລົງທືນໂດຍນັກທຸລະກິດ ພຽງແຕ່ຊາວບ້ານຮ່ວມສັດທາສ້າງຂຶ້ນ)