ຊົມເຊີຍ! ເມືອງ ປາກລາຍ ເດັດຂາດສັ່ງຢຸດບໍລິການຮ້ານກິນດື່ມ ໃນໄລຍະສອບເສັງ

149

ພາກລັດຈິງຈັງດັດປັບນິໄສໄວໜຸ່ມລາວໃຫ້ກ້າວເປັນບຸກຄະລາກອນທີ່ດີມີຄຸນນະພາບ ຈິ່ງສັ່ງໃຫ້ປິດຮ້ານບັນເທິງລະຫວ່າງທີ່ກຳລັງສອບເສັງ ເພື່ອປ້ອງກັນການເຂົ້າໄປດື່ມນ້ຳເມົາສ້າງພາບພົດທີ່ບໍ່ດີໃຫ້ກັບສັງຄົມໃນໄລຍະນີ້ ເຊິ່ງກ່ອນໜ້ານີ້ ເມືອງສິງ ແຂວງຫຼວງນໍ້າທາ ກໍ່ອອກມາສັ່ງປິດຮ້ານກິນດື່ມ ແລະ ຮ້ານບັນເທິງຕ່າງໃນໄລຍະໃນໄລຍະສອບເສັງຈົບຊັ້ນມັດທະຍົມທັງ ມ 4 ແລະ ມ 7, ຫຼ້າສຸດນີ້ແມ່ນເມືອງປາກລາຍແຂວງໄຊຍະບູລີ.

 

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

 

ໃນວັນທີ 19 ມິຖຸນາ 2019 ຫ້ອງວ່າການ ເມືອງປາກລາຍ ແຂວງໄຊຍະບູລີ ກໍ່ໄດ້ອອກມາແຈ້ງການເປັນເມືອງທີ 2 ຖັດຈາກເມືອງສິງ ແຂວງຫຼວງນ້ຳທາ ໂດຍແຈ້ງວ່າ: ເພື່ອຮັບປະກັນໃຫ້ທົ່ວເມືອງມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍຫຼີກລ່ຽງບັນຫາ ແລະ ປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນໃນໄລຍະການສອບເສັງຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍທົ່ວເມືອງ.

 

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

 

ດັ່ງນັ້ນ, ຫົວໜ້າຫ້ອງວ່າການເມືອງປາກລາຍ ຈຶ່ງແຈ້ງມາຍັງທ່ານນາຍບ້ານ ນາສະຫວ່າງ, ສີສະຫວ່າງ, ຫ້ວຍຊາຍຄຳ, ຫ້ວຍລາຍນ້ອຍ, ນາສັກ, ຕາກແດດ, ເມືອງວາ, ບວມເລົາ-ຜາແກ້ວ, ນໍ້າຊິ້ງ,​ສຸວັນນະພູມ , ບ້ານກາງ, ຫາດດ້າຍ ແລະ ເຈົ້າຂອງກິດຈະການຮ້ານກິນດື່ມ, ສະຖານທີ່ບັນເທິງຕ່າງໆ ໃນທົ່ວເມືອງຊາບທົ່ວເຖິງກັນດັ່ງນີ້:

 

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน และฝูงชน

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

 

ເລີ່ມແຕ່ເວລາ 16:00 ໂມງ ຂອງວັນທີ 20 ມິຖຸນາ 2019 ເປັນຕົ້ນໄປແມ່ນໃຫ້ຮ້ານກິນດື່ມ, ສະຖານທີ່ບັນເທິງຕ່າງໆຢຸດເຊົາບໍລິການຊົ່ວຄາວ ຈົນຮອດເວລາ 8:00 ໂມງ (ຕອນເຊົ້າ) ຂອງວັນທີ 21 ມິຖຸນາ 2019 ຈຶ່ງເປີດບໍລິການຕາມປົກກະຕິ ແລະ ວັນທີ 26 ມິຖຸນາ 2019 ເວລາ 16:00 ໂມງ ແມ່ນໃຫ້ຮ້ານກິນດື່ມ, ສະຖານທີ່ບັນເທິງຕ່າງໆຢຸດເຊົາບໍລິການຊົ່ວຄາວ ຈົນຮອດເວລາ 8:00 ໂມງ (ຕອນເຊົ້າ) ຂອງວັນທີ 27 ມິຖຸນາ 2019 ຈຶ່ງສືບຕໍ່ເປີດບໍລິການຕາມປົກກະຕິ.

ในภาพอาจจะมี หนึ่งคนขึ้นไป, ฝูงชน และสถานที่ในร่ม

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

 

ມອບໃຫ້ເຈົ້າໜ້າທີ່ ປກສ ເມືອງ ປະສານສົມທົບກັບຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ, ອົງການປົກຄອງບ້ານທີ່ກ່ຽວຂ້ອງ ພ້ອມກັນລົງກວດກາຢ່າງຕັ້ງໜ້າ ກໍລະນີຫາກພົບເຫັນມີການຝ່າຝືນແມ່ນໃຫ້ດຳເນີນຕາມລະບຽບກົດໝາຍຢ່າງເຂັ້ມງວດ.