ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍ ກະຈາຍໃນແຕ່ລະພາກ

77

ພະຍາກອນອາກາດປະຈໍາວັນທີ 20 ມິຖຸນາ 2019 ຄວາມກົດດັນຕໍ່າຂອງອາກາດຮ້ອນມີກໍາລັງອ່ອນໄດ້ເຄື່ອນທີ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ມີກໍາລັງປານກາງຍັງພັດປົກຄຸມເປັນສ່ວນໃຫຍ່. ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກຕື່ມອີກ.

 

 

     ພາກເໜືອດ້ານຕາເວັນອອກ: ຈະມີຝົນຕົກ, ຟ້າຮ້ອງໃນລະດັບຄ່ອຍຢູ່ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ຜົ້ງສາລີ ແລະ ຫົວພັນ. ອຖນຫະພູມໃນລະຫວ່າງ 20-32 ອົງສາ.

 

ไม่มีคำอธิบายรูปภาพ

 

     ພາກເໜືອດ້ານຕາເວັນຕົກ: ອາກາດຮ້ອນ, ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ເກືອບທົ່ວໄປ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 22-34 ອົງສາ.

 

 

ไม่มีคำอธิบายรูปภาพ

 

ພາກກາງ: ອາກາດຮ້ອນ ແລະ ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງວຽງຈັນ ແລະ ບໍລິຄຳໄຊ. ອຸນຫະພູມໃນລະຫວ່າງ 24-32 ອົງສາ. ສໍາລັບແຂວງໄຊສົມບູນ ຈະມີຝົນຕົກ, ຟ້າຮ້ອງ ໃນລະດັບຄ່ອຍເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 18-25 ອົງສາ.

 

 

ไม่มีคำอธิบายรูปภาพ

 

ສະເພາະນະຄອນຫຼວງວຽງຈັນ: ມີເຝື້ອປົກຄຸມເປັນສ່ວນຫຼາຍ ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ. ອຖນຫະພູມໃນລະຫວ່າງ 25-33 ອົງສາ.

 

ไม่มีคำอธิบายรูปภาพ

 

ພາກໃຕ້: ມີເຝື້ອປົກຄຸມເປັນສ່ວນຫຼາຍ ແລະ ຈະມີຝົນຕົກ, ຟ້າຮ້ອງ ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນຕື່ມອີກ. ອຸນຫະພູມໃນລະຫວ່າງ 25-34 ອົງສາ. ສໍາລັບເຂດພູພຽງບໍລິເວນ ອາກາດເຢັນ ຈະມີຝົນຕົກ ໃນລະດັບຄ່ອຍເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 15-28 ອົງສາ.

 

ไม่มีคำอธิบายรูปภาพ