ທົ່ງໄຫຫີນເປັນມໍລະດົກໂລກແຫ່ງທີ 3 ແລ້ວ ຈະສ້າງຈຸດປ່ຽນຫຼາຍຢ່າງໃຫ້ແຂວງຊຽງຂວາງ

87

ເປັນເລື່ອງທີ່ໜ້າຍິນດີສຸດໆສໍາລັບປີ 2019 ທີ່ ອົງການ UNESCO ໄດ້ປະກາດຮັບຮອງໃຫ້ທົ່ງໄຫຫີນເປັນມໍລະດົກໂລກ ແຫ່ງທີ 3 ຂອງລາວ ເມື່ອບໍ່ດົນມານີ້ ແລະ ຈະໄດ້ຖືກຮັບຮອງຢ່າງເປັນທາງການ ໃນໂອກາດກອງປະຊຸມໃຫຍ່ຂອງຄະນະກຳມະການມໍລະດົກໂລກ ຄັ້ງທີ 43 ຂອງອົງການ UNESCO ເຊິ່ງກຳນົດຈະມີຂຶ້ນໃນລະຫວ່າງ ວັນທີ 30 ມິຖຸນາ – 10 ກໍລະກົດ 2019 ຢູ່ທີ່ນະຄອນ Baku ເມືອງຫຼວງຂອງສາທາລະນະລັດອາເຈີບາຍຈານ. ເຊິ່ງການໄດ້ນາມມະຍົດແຫຼ່ງມໍລະດົກໂລກນີ້ຈະສ້າງຈຸດປ່ຽນຫຼາຍຢ່າງໃຫ້ແຂວງຊຽງຂວາງນັບແຕ່ການພັດທະນາພື້ນຖານໂຄງລ່າງຮອດບຸກຄະລາກອນ.

 

 

ແນວໃດກໍ່ຕາມສະມາຊິກສະພາແຫ່ງຊາດລະບຸວ່າ ແຂວງຊຽງຂວາງຍັງບໍ່ມີພື້ນຖານໂຄງລ່າງ ເພື່ອຮອງຮັບ ການທ່ອງທ່ຽວ ພາຍຫຼັງທີ່ອົງການ UNESCO ໄດ້ປະກາດຮັບຮອງໃຫ້ທົ່ງໄຫຫີນເປັນມໍລະດົກໂລກ.

 

 

ທ່ານວິໄລສຸກ ພິມມະສອນ ສະມາຊິກສະພາແຫ່ງຊາດລາວ ຈາກແຂວງຊຽງຂວາງ ໄດ້ມີຄຳເຫັນໃນກອງປະຊຸມສະໄໝສາມັນຄັ້ງທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII 2019 ນີ້ວ່າ ແຂວງຊຽງຂວາງ ຍັງຂາດແຄນພື້ນຖານໂຄງລ່າງເພື່ອຮອງຮັບການທ່ອງທ່ຽວ ທີ່ຄາດໝາຍວ່າ ຈະມີການຂະຫຍາຍຕົວເພີ່ມຂຶ້ນ ພາຍຫຼັງທີ່ອົງການ UNESCO ປະກາດຮັບຮອງໃຫ້ທົ່ງໄຫຫີນໃນແຂວງຊຽງຂວາງ ເປັນມໍລະດົກໂລກທາງປະຫວັດສາດຢ່າງເປັນທາງການ ໂດຍສະເພາະແມ່ນສະໜາມບິນປັດຈຸບັນຍັງເປັນພຽງສະໜາມບິນພາຍໃນຂະໜາດນ້ອຍ ບໍ່ສາມາດຮອງຮັບເຮືອບິນຂະໜາດໃຫຍ່ໄດ້, ຖະໜົນຫົນທາງໄປຫາແຫຼ່ງທ່ອງທ່ຽວຕ່າງໆ ກໍຍັງບໍ່ໄດ້ມາດຕະຖານ ແລະ ໂຮງແຮມ-ເຮືອນພັກ-ຮ້ານອາຫານ-ສະຖານບໍລິການຕ່າງໆ ຍັງບໍ່ພຽງພໍ ເຮັດໃຫ້ມີນັກທ່ອງທ່ຽວຕ່າງຊາດ ເດີນທາງມາແຂວງຊຽງຂວາງ ພຽງ 8 ໝື່ນກວ່າຄົນເທົ່ານັ້ນ ໃນແຕ່ລະປີ ຈຶ່ງນັບວ່າເປັນບັນຫາທີ່ລັດຖະບານລາວ ຈະຕ້ອງເລັ່ງພັດທະນາ ໃຫ້ໄດ້ຢ່າງເປັນຮູບປະທຳ.

 

ຂະນະທີ່ທ່ານ ທອງໃບ ໂພທິສານ ຫົວໜ້າກົມມໍລະດົກ ກະຊວງຖະແຫຼງຂ່າວ-ວັດທະນະທຳ ແລະທ່ອງທ່ຽວ ໄດ້ຖະແຫຼງຢືນຢັນວ່າ ກອງປະຊຸມຄະນະກຳມະການຂອງອົງການ UNESCO ໄດ້ມີມະຕິຕົກລົງ ເພື່ອຮັບຮອງທົ່ງໄຫຫີນເປັນມໍລະດົກໂລກ ແຫ່ງທີ 3 ໃນລາວ ເມື່ອບໍ່ນານມານີ້ໂດຍກຳນົດທີ່ຈະປະກາດຮັບຮອງທົ່ງໄຫຫີນ ແລະ ມອບໜັງສືຮັບຮອງໃຫ້ກັບຄະນະຜູ້ຕາງໜ້າຂອງລັດຖະບານລາວ ຢ່າງເປັນທາງການໃນໂອກາດກອງປະຊຸມໃຫຍ່ຂອງຄະນະກຳມະການມໍລະດົກໂລກ ຄັ້ງທີ 43 ຂອງອົງການ UNESCO ເຊິ່ງກຳນົດຈະມີຂຶ້ນໃນລະຫວ່າງ ວັນທີ 30 ມິຖຸນາ – 10 ກໍລະກົດ 2019 ຢູ່ທີ່ນະຄອນ Baku ເມືອງຫຼວງຂອງສາທາລະນະລັດອາເຈີບາຍຈານ.

 

 

ທັງນີ້ ຄະນະຊ່ຽວຊານຂອງອົງການ UNESCO ໄດ້ເດີນທາງມາເກັບຂໍ້ມູນ ແລະ ກວດກາຄວາມພ້ອມ ໃນດ້ານຕ່າງໆຂອງທົ່ງໄຫຫີນໄດ້ຕາມເງື່ອນໄຂທີ່ອົງການ UNESCO ກຳນົດໃນທຸກດ້ານ ແລະ ເພື່ອເຮັດໃຫ້ສະດວກຕໍ່ການຄຸ້ມຄອງເຂດທົ່ງໄຫຫີນດັ່ງກ່າວ ທາງການລາວ ຈຶ່ງໄດ້ເລືອກເອົາສະເພາະ 11 ເຂດນີ້ ຕັ້ງຢູ່ໃນເຂດເມືອງຄຳ ເມືອງແປກ ເມືອງຜາໄຊ ແລະ ເມືອງພູກູດ ມີໄຫຫີນທີ່ໄດ້ຂຶ້ນທະບຽນໄວ້ທັງໝົດ 999 ໜ່ວຍ.

ສ່ວນທ່ານນາງນວນສີ ສິດທະວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວແຂວງຊຽງຂວາງໄດ້ກ່າວວ່າ ທາງການແຂວງຊຽງຂວາງຈະຈັດງານສະເຫຼີມສະຫຼອງທົ່ງໄຫຫີນຢ່າງຍິ່ງໃຫຍ່ ເມື່ອອົງການ UNESCO ໄດ້ມີມະຕິຮັບຮອງທົ່ງໄຫຫີນ ເປັນມໍລະດົກໂລກຢ່າງເປັນທາງການ.

 

 

ແນ່ນອນວ່າຫຼັງຈາກທີ່ ທົ່ງໄຫຫີນຖືກຮອງຮັບເປັນມໍລະດົກໂລກ ລາວເຮົາກໍຈະມີມໍລະດົກໂລກ 3 ແຫ່ງຄື: ເມືອງຫຼວງພະບາງ ເປັນມໍລະດົກໂລກທາງວັດທະນະທໍາ, ຜາສາດວັດພູແຂວງຈຳປາສັກ ເປັນມໍລະດົກໂລກດ້ານປະຫວັດສາດ ແລະ ທົ່ງໄຫຫີນ ຈັດເປັນມໍລະດົກໂລກ ທາງປະຫວັດສາດ.

ສ່ວນສຽງແຄນລາວນັ້ນ ກໍຖືກຮັບຮອງໃຫ້ເປັນມໍລະດົກໂລກ ທີ່ຈັບຕ້ອງບໍ່ໄດ້ ດ້ານສຽງເພງຂອງມະນຸດຊາດ ແລະ ມອບໃບປະກາດໃຫ້ທາງການລາວ ເມື່ອເດືອນມີນາ 2018 ທີ່ນະຄອນປາຣີ ສ່ວນລຳວົງລາວ ແລະ ລາຍນາກຂອງສິ້ນໄໝລາວນັ້ນ ທາງການລາວ ກໍໄດ້ສະເໜີຕໍ່ອົງການ UNESCO ເພື່ອຮັບຮອງໃຫ້ເປັນມໍລະດົກໂລກ ໃນດ້ານວັດທະນະທຳຂອງມະນຸດຊາດດ້ວຍເຊັ່ນກັນ.

 

 

ຂອບໃຈຂໍ້ມູນຂ່າວຈາກ: AeroLaos