ມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວທຸກຍາກ

98

ແຂວງຊຽງຂວາງ ມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວທຸກຍາກຢູ່ກຸ່ມຄັງວຽງ ເມືອງໝອກ ແຂວງຊຽງຂວາງ ໃນຕອນແລງວັນທີ 18 ມິຖຸນາ 2019 ຢູ່ທີ່ສະໂມສອນກຸ່ມບ້ານຄັງວຽງ ໂດຍການກ່າວມອບຂອງ ທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງຊຽງຂວາງ, ກ່າວຮັບໂດຍ ທ່ານ ພັນເອກ ບຸນຕາ ສິນນະວົງ ຫົວໜ້າຈຸດສຸມຄັງວຽງ, ທ່ານ ບຸນເລື່ອນ ວັນນາຮັກ ເຈົ້າເມືອງໝອກ, ມີພະນັກງານລົງກໍ່ສ້າງຮາກຖານ, ອຳນາດການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.

ເຄື່ອງທີ່ແຂວງນຳມາມອບຄັ້ງນີ້ມີ: ອຸປະກອນຕິດຕັ້ງໄຟຟ້າ, ອຸປະກອນຫ້ອງນ້ຳ, ອຸປະກອນຮັບໃຊ້ຄົວເຮືອນ, ອຸປະກອນຮັບໃຊ້ການຜະລິດ, ເຄື່ອງນຸ່ງຫົ່ມ ແລະ ເຂົ້າ ລວມມູນຄ່າ 15 ລ້ານກວ່າກີບ, ພະແນກແຮງງານ ແລະ ສະຫວັດດີການສັງຄົມມອບເຄື່ອງມີ: ເຂົ້າສານ 4,72 ໂຕນ, ເຄື່ອງນຸ່ງຫົ່ມ, ໝີ່, ປ໋ອງປາ ລວມມູນຄ່າ 31 ລ້ານກວ່າກີບ ລວມມູນຄ່າທັງໝົດ 46 ລ້ານກວ່າກີບ.

ໃນພິທີໄດ້ຮັບຟັງການລາຍງານຈາກ ທ່ານ ແກ້ວອຸດອນ ສໍບົວລະພາ ເລຂາພັກກຸ່ມບ້ານຄັງວຽງ ໃນການຊີ້ນຳ – ນຳພາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ໄລຍະຜ່ານມາ ມີຫຼາຍໜ້າວຽກທີ່ພົ້ນເດັ່ນເປັນຕົ້ນແມ່ນຊີວິດການເປັນຢູ່, ເສດຖະກິດຂອງປະຊາຊົນດີຂຶ້ນ ເຮັດໃຫ້ກຸ່ມບ້ານຄັງວຽງພັດທະນາດີຂຶ້ນເລື້ອຍໆ.

ໂອກາດນີ້ທ່ານຮອງເຈົ້າແຂວງຊຽງ ຂວາງ ໄດ້ສະແດງຄວາມຊົມເຊີຍຕໍ່ການຫັນປ່ຽນຂອງປະຊາຊົນຢ່າງຕັ້ງໜ້າໃນການປູກຝັງ – ລ້ຽງສັດ ສ້າງເສດຖະກິດຄອບຄົວໃຫ້ເຂັ້ມແຂງ, ທຸກພາກສ່ວນຕ້ອງໄດ້ຊຸກຍູ້ສົ່ງເສີມປະຊາຊົນປູກຂີ້ໝິ້ນ ເພື່ອຂາຍປ້ອນໂຮງງານ, ລ້ຽງສັດ – ປູກຝັງຢ່າງເປັນຂະບວນຟົດຟື້ນ, ມີສະຕິຕໍ່ກົນອຸບາຍຂອງກຸ່ມຄົນທີ່ບໍ່ຫວັງດີ, ຫ້າມຕັດໄມ້, ບຸກລຸກປ່າສະຫງວນ, ຈັບຈອງດິນຊະຊາຍ, ຮັກສາປ່າຍອດນ້ຳ, ສຶກສາອົບຮົມການເມືອງແນວຄິດໃຫ້ເປັນເອກະພາບກັບແນວທາງນະໂຍບາຍ, ກຳແໜ້ນແນວຄິດປະຊາຊົນ, ນຳພາປະຊາຊົນສ້າງເສດຖະກິດ, ຮັກສາ ຄວາມສະຫງົບ, ກຳແໜ້ນຄົນເຂົ້າ – ອອກບ້ານ, ປັບປຸງການຈັດຕັ້ງໃຫ້ເຂັ້ມແຂງ, ຕ້ອງປະເມີນມາດຖານເງື່ອນໄຂບ້ານພັດທະນາໃນແຕ່ລະດ້ານ ເອົາໃຈໃສ່ປະສານງານກົມກຽວໃຫ້ແໜ້ນແຟ້ນໃນແຕ່ລະຂັ້ນ ເພື່ອຄວາມສະດວກ ແລະ ຮັບຮູ້ໃນການຈັດຕັ້ງປະຕິບັດຊີ້ນຳ – ນຳພາສູ້ຊົນສ້າງກຸ່ມບ້ານຄັງວຽງ ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ

( ຂ່າວ: ບຸນມີ ແສງທຸມມີ )