ລະຄອນຄົນລະມ້ວນ ເລື່ອງລາວພໍ່ແມ່-ລູກສາວ ຄວາມຈິງແນວໃດແທ້ຄຳຕອບຢູ່ນຳເຈົ້າໜ້າທີ່

133

ຫຼາຍຄົນທີ່ຕິດຕາມໂລກໂຊຊຽວມີເດຍຄົງຈະເຫັນຂ່າວລູກສາວຕາມຫາພໍ່ແມ່ທີ່ຫາຍຕົວໄປເປັນເດືອນ ເຮັດທຸກວິທີທາງແລ້ວແຕ່ບໍ່ໄດ້ເບາະແສເປັນຫ່ວງຫຼາຍຈິ່ງໂພສລົງໃນໂລກໂຊຊຽວຊ່ວຍອີກໜື່ງແຮງໃນການຕາມຫາ, ລູກສາວໄດ້ໂພສລົງໃນວັນທີ 16 ມິຖຸນາ 2019 ຜ່ານໄປພຽງ 3 ວັນ ປະກົດວ່າຮອດວັນທີ 19 ມິຖຸນາພໍ່ແມ່ທີ່ປະກາດຫານັ້ນໄດ້ປະກົດຕົວໃນຮູບແບບວີດີໂອກ່າວຕໍ່ສັງຄົມວ່າ ທີ່ຕ້ອງໜີອອກຈາກບ້ານຍ້ອນລູກສາວສັ່ງຕຳຫຼວດມາຈັບໂຕຫຼາຍເທື່ອແລ້ວ, ຕອນນີ້ພໍ່ແມ່ປອດໄພດີກຳລັງຮັກສາສຸຂະພາບຢູ່.

 

ໃນຄລິບວີດີໂອການປະກົດໂຕຂອງພໍ່ແມ່ກໍ່ແປກໆໜ້ອຍໜຶ່ງພໍ່ໃສ່ແວ່ນຕາສາຍຕາຄົງບໍ່ດີປານໃດເວລາເວົ້າຈິ່ງມີຄຳຊ້ຳປະມານວ່າມີບົດທີ່ຂຽນແລ້ວມີແຕ່ອ່ານຕາມບົດ,ຫຼັງຈາກນັ້ນຄ່ຳຄືນຂອງວັນດຽວກັນທີ່ເຫັນຄລີບພໍ່ກັບແມ່ ລູກສາວກໍ່ໂພສສະແດງຄວາມດີໃຈ ພ້ອມຊີ້ແຈງເຖິງສາເຫດການໜີອອກຈາກເຮືອນຂອງທັງສອງຍ້ອນບໍ່ຍອມໄປຮັບການປິ່ນປົວ ຈາກການເປັນພະຍາດທາງຈິດ…..ປະມານນີ້.

ແນວໃດກໍ່ຕາມ ເລື່ອງລາວຂອງຄອບຄົວນີ້ນັບເປັນຂ່າວທີ່ກຳລັງດັງແຮງໃນສັງຄົມ ເຊິ່ງເບິ່ງຜິວເຜີນເປັນພຽງເລື່ອງພາຍໃນຄອບຄົວ ແຕ່ໃນການຊີ້ແຈງຂອງລູກສາວນັ້ນມັນໄປພົວພັນກັບຫຼາຍພາກສ່ວນ ທັງນິຕິບຸກຄົນ, ສ່ວນລວມ, ການຈັດຕັ້ງ, ເຈົ້າໜ້າທີ່ຂອງລັດທີ່ກ່ຽວຂ້ອງ ລວມໄປເຖິງແພດໝໍ ກາຍເປັນເລື່ອງສະຫຼັບສັບຊ້ອນ ເກີນກວ່າຄົນພາຍນອກຈະເດົາໄດ້ເຖິງຄວາມເປັນຈິງ ຕົກລົງຈະເຊື່ອໃຜລະຫວ່າງລູກສາວກັບພໍ່ແມ່.

ເລື່ອງນີ້ຄົນພາຍນອກໄທເຮົາເຈົ້າຂ້ອຍບໍ່ອາດຫາຂໍ້ສະຫລຸບໄດ້ ແຕ່ເຊື່ອໝັ້ນວ່າເຈົ້າໜ້າທີ່ບ້ານເມືອງຄົງຕ້ອງໃຫ້ຄຳຕອບແກ່ສັງຄົມວ່າຄວາມຈິງເປັນແນວໃດແທ້.

ຫຼ້າສຸດປະມານ 4 ຊົ່ວໂມງກ່ອນໜ້ານີ້ລູກສາວໄດ້ໂພສລົງໃນເຟບບຸກ Savansone Phatammavong ວ່າ “ຂ້າພະເຈົ້າຂໍແຈ້ງວ່າ ເຈົ້າຫນ້າທີ ແລະ ຍາດພີ່ນ້ອງໄດ້ປຶກສາຫາລືກັນແລ້ວ ວ່າຈະຂໍຫັນຫນ້າເຂົ້າຫາກັນເພື່ອແກ້ໄຂແບບຊ່ອງຫນ້າແບບຄອບຄົວ ແລະ ສາຍຍາດ ເພາະຫລັງຈາກເຫັນຄລິບພໍ່ແມ່ຂອງຂ້າພະເຈົ້າອອກມາແລ້ວ ຂ້າພະເຈົ້າມີຄວາມຫມັ້ນໃຈແລ້ວວ່າ ພວກເພິ່ນປອດໄພ ແລະ ບໍ່ໄດ້ແຍກກັນຢູ່ຕາມທີ່ ຂໍ້ຄວາມເອີ້ນເງິນປະກັນຕົວສົ່ງມາ ຈຸດປະສົງພໍ່ແມ່ ອອກມາເພິ່ນບໍ່ຢາກໃຫ້ຂ້າພະເຈົ້າເປັນຫ່ວງເພິ່ນຫລາຍກວ່ານີ້ ແລະ ບໍ່ຢາກໃຫ້ຄົນບໍ່ດີສວຍໃຊ້ໂອກາດເຮັດແນວຜິດໆ ອີກຕໍ່ໄປ ສ່ວນທາງຂ້າພະເຈົ້າທີ່ໄດ້ໂພສອະທິບາຍເລື່ອງລາວເຖິງເຈດຈະນາດີ ທີ່ຢາກພາພໍ່ແມ່ໄປປິ່ນປົວແທ້ ບໍ່ມີຈຸດປະສົງຫຍັງ ພໍ່ແມ່ປ່ວຍບໍ່ຫມາຍຄວາມວ່າ ພໍ່ແມ່ບໍ່ດີ ປ່ວຍໄດ້ກໍ່ຫາຍໄດ້ ແລະ ຖ້າພໍ່ແມ່ບໍ່ຢາກປິ່ນປົວພວກຂ້າພະເຈົ້າແລະສາຍຍາດກໍ່ຈະບໍ່ລະດົມເພິ່ນອີກແລ້ວ ຂ້າພະເຈົ້າຂໍໃຫ້ພໍ່ແມ່ອະໂຫສິກຳໃນສິ່ງທີພວກຂ້າພະເຈົ້າແລະ ສາຍຍາດ ໄດ້ກະທຳໄປ ພ້ອມທັ່ງຂໍໃຫ້ພໍ່ແມ່ໄດ້ກັບຄືນມາຢູ່ບ້ານເຮືອນຊານຂອງເພິ່ນແບບປົກກະຕິ”

ແມ່ທີ່ກຳລັງເປັນຂ່າວຊື່ ນາງ ສົມພະວຽງ ປະພັດສະລາງ ອາຍຸ 60 ປີ ຢູ່ບ້ານ ແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໄດ້ຫາຍໂຕໄປແຕ່ ວັນທີ 14/5/2019 ເວລາ 12:30 ຕອນທ່ຽງ ເຫັນຄັ້ງສຸດທ້າຍແມ່ນຢູ່ຫນ້າຫ້ອງການບ້ານວັດຈັນ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ,ຊື່ພໍ່ ທ້າວ ຈັນທະຄາດ ປະພັດສະລາງ ອາຍຸ 65 ປີ ຢູ່ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໄດ້ຫາຍໂຕໄປໃນວັນທີ 14/5/2019 ເວລາ 20:10 ຕອນແລງ ເຫັນຄັ້ງສຸດທ້າຍແມ່ນຢູ່ ຄລິນິກ ແຫ່ງນຶ່ງ ທີ່ຂຶ້ນກັບໂຮງຫມໍມະໂຫສົດ ທີບ້ານດົງປະລານ ເມືອງ ສີສັດຕະນາກ ແລະລູກສາວນາງ ສົມພະຈັນ ປະພັດສະລາງ (ລູກຄົນດຽວຂອງພໍ່ແມ່) ອາໄສຢູ່ບ້ານ ແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫລວງ ອາຊີບ ລັດຖະກອນ.