ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ເນັ້ນໃຫ້ໜ່ວຍພັກຫ້ອງການກະຊວງ ອຄ ສ້າງນິຕິກໍາໃໝ່ໃຫ້ພຽງພໍ ຮັບປະກັນວຽກບໍລິຫານໃຫ້ຄ່ອງຕົວ

187

ຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກຫ້ອງການກະຊວງ ອຄ ຂຶ້ນ ເພື່ອຕີລາຄາຄືນຜົນສໍາເລັດໃນໄລຍະ 5 ປີຜ່ານມາ ແລະ ວາງແຜນການ 5 ປີຕໍ່ໜ້າ, ໃນທີ່ປະຊຸມ ສະຫາຍ ນາງ ບານສະຕິ ເທບພະວົງ ຍັງຖືກຄັດເລືອກເປັນເລຂາໜ່ວຍພັກຫ້ອງການ ກະຊວງ ອຄ ອີກສະໄໝ.

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 19 ມິຖຸນາ 2019 ທີ່ຫ້ອງການກະຊວງ ອຄ ໂດຍການເປັນປະທານຂອງ ສະຫາຍ ນາງ ເຂັມມະນີ ພົນເສນາ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ,  ລັດຖະມົນຕີກະຊວງ ອຄ; ມີເລຂາໜ່ວຍພັກ ພ້ອມດ້ວຍສະມາຊິກພັກອ້ອມຂ້າງກະຊວງ ອຄ ເຂົ້າຮ່ວມ.

ສະຫາຍ ນາງ ບານສະຕິ ເທບພະວົງ ເລຂາໜ່ວຍພັກຫ້ອງການກະຊວງ ອຄ ໄດ້ກ່າວວ່າ: ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກຫ້ອງການໃນຄັ້ງນີ້ ສຸດທີ່ມີ ຄວາມໝາຍສໍາຄັນ ເພາະເປັນການຕີລາຄາການຈັດຕັ້ງມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍພັກໃນໄລຍະກວ່າ 4 ປີຜ່ານມາ ແລະ ພ້ອມກັນກໍານົດທິດທາງ ແລະ ແຜນວຽກງານຈຸດສຸມຂອງໜ່ວຍພັກໃນ 5 ປີຕໍ່ໜ້າ.

ປັດຈຸບັນສະມາຊິກໜ່ວຍພັກມີທັງໝົດ 36 ສະຫາຍ ຍິງ 16 ສະຫາຍ, ຄະນະໜ່ວຍພັກໄດ້ໃຫ້ຄວາມສໍາຄັນ ແລະ ຖືເອົາວຽກງານສຶກສາອົບຮົມການເມືອງ – ນໍາພາແນວຄິດເປັນວຽກງານພື້ນຖານ ເພື່ອຕັດສິນຜົນສໍາເລັດຂອງວຽກງານນໍາພາ, ດ້ານວິຊາສະເພາະ ຍົກສູງບົດບາດຂີດຄວາມສາມາດ ແລະ ຄຸນນະພາບໃນການຄຸ້ມຄອງ – ບໍລິຫານວຽກງານຫ້ອງການໃນການເປັນເສນາທິການ, ເປັນຜູ້ປະສານງານ ແລະ ເປັນຜູ້ບໍລິຫານຮັບໃຊ້ວຽກງານການນໍາ ກໍຄືການສ້າງເງື່ອນໄຂເອື້ອອໍານວຍແກ່ການເຄື່ອນໄຫວວຽກງານລວມຂອງກະຊວງ ອຄ ເຊິ່ງສາມາດເຫັນໄດ້ບາງຜົນສໍາເລັດທີ່ພົ້ນເດັ່ນ ເປັນຕົ້ນແມ່ນ: ໄດ້ປັບປຸງກົນໄກ ແລະ ປະຕິບັດລະບອບການສ່ອງແສງລາຍງານວຽກງານປະຈໍາອາທິດ, ປະຈໍາເດືອນຂອງກະຊວງຢ່າງເປັນປົກກະຕິ, ປັບປຸງກົນໄກການປະສານງານ ແລະ ລະບົບການສະໜອງຂໍ້ມູນ – ຂ່າວສານ ເຮັດໃຫ້ການກຽມບົດລາຍງານປະຈໍາເດືອນຂອງກະຊວງ ເພື່ອລາຍງານຕໍ່ກອງປະຊຸມສ່ອງແສງວຽກພົ້ນເດັ່ນອ້ອມຂ້າງລັດຖະບານ ມີເນື້ອໃນກະທັດຮັດຄົບຖ້ວນ ແລະ ຕອບສະໜອງໄດ້ຕາມເປົ້າໝາຍຂອງລັດຖະບານແຕ່ລະໄລຍະ, ສ້າງລະບົບເພື່ອຕິດຕາມ, ກວດກາ ແລະ ປະເມີນການຈັດຕັ້ງປະຕິບັດຄໍາສັ່ງ, ແຈ້ງການ ແລະ ມະຕິຕົກລົງຂອງລັດຖະບານ.

ດ້ານວຽກງານນິຕິກໍາໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການຄົ້ນຄວ້າ, ສ້າງ ແລະ ປັບປຸງກົດໝາຍນິຕິກໍາລຸ່ມກົດໝາຍ ເຊິ່ງສາມາດສ້າງສໍາເລັດ 64 ສະບັບ ( ກົດໝາຍ 3 ສະບັບ, ດໍາລັດ 2 ສະບັບ, ຄໍາສັ່ງ 11 ສະບັບ, ຂໍ້ຕົກລົງ 25 ສະບັບ, ຄໍາແນະນໍາ 6 ສະບັບ ແຈ້ງການ 17 ສະບັບ ). ພ້ອມນີ້, ໄດ້ຄົ້ນຄວ້າປະກອບຄໍາເຫັນຕໍ່ນິຕິກໍາກ່ຽວຂ້ອງຂອງກະຊວງ ແລະ ຂະແໜງການ ລວມ 123 ສະບັບ, ວຽກງານການເງິນ ປັບປຸງລະບົບຄຸ້ມຄອງບໍລິຫານການເງິນໃຫ້ເຂົ້າສູ່ລະບຽບ, ຖືກຕ້ອງຕາມຫຼັກການບັນຊີ ພະຍາຍາມຊຸກຍູ້ການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍໃຫ້ສາມາດຈັດຕັ້ງປະຕິບັດໄປຕາມແຜນການ, ຮັບປະກັນບໍ່ໃຫ້ຈ່າຍນອກແຜນ, ບໍ່ສ້າງໜີ້ສິນຄຸມເຄືອ ຫຼື ແກ່ຍາວການຊໍາລະ ໂດຍບໍ່ມີເຫດຜົນ ແລະ ບັນຫາດ້ານວິຊາສະເພາະອື່ນໆ.

ສໍາລັບແຜນສູ້ຊົນໃນ 5 ປີຕໍ່ໜ້າ ຈະສ້າງໜ່ວຍພັກຫ້ອງການໃຫ້ເປັນໜ່ວຍພັກທີ່ມີຄວາມໜັກແໜ້ນ, ເຂັ້ມແຂງທາງດ້ານການເມືອງແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງມີແບບແຜນໃນການນໍາພາ ແລະ ວິທີເຮັດວຽກທີ່ດີມີລັກສະນະໂປ່ງໃສ, ຕັ້ງໜ້າແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງໃຫ້ນັບມື້ດີຂຶ້ນ.

ໃນກອງປະຊຸມສະມາຊິກໜ່ວຍພັກຫ້ອງການ ຍັງໄດ້ມີການປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຫ້ອງການຊຸດໃໝ່ ເຊິ່ງ ສະຫາຍ ນາງ ບານສະຕິ ເທບພະວົງ ເປັນເລຂາໜ່ວຍພັກ, ສະຫາຍ ນາງ ກິ່ງສະດອນ ເພັດດາວເຮືອງ ເປັນຮອງເລຂາໜ່ວຍພັກ, ສະຫາຍ ບຸນເພັງ ສີບຸນເຮືອງ ເປັນປະທານກວດກາໜ່ວຍພັກ, ສະຫາຍ    ບຸນສີ ດວງສະຫວັນ ແລະ ສະຫາຍ ອະພິສິດ ແສງສຸລິວົງ ເປັນຄະນະໜ່ວຍພັກ.

ສະຫາຍ ນາງ ເຂັມມະນີ ພົນເສນາ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດໜ່ວຍພັກຫ້ອງການກະຊວງທີ່ຍາດມາໄດ້ ເພື່ອສືບຕໍ່ຮັກສາມູນເຊື້ອ ສະຫາຍໄດ້ເນັ້ນໃຫ້ຄະນະໜ່ວຍພັກຈົ່ງໄດ້ພ້ອມກັນເສີມຂະຫຍາຍ ປະຊາທິປະໄຕພາຍໃນໜ່ວຍພັກ ກ້າຕໍາໜິສົ່ງຂ່າວຢ່າງຈິງໃຈ  ແລະ ສ້າງສັນ ພ້ອມທັງໃຫ້ໂອກາດແກ່ສະມາຊິກພັກທຸກສະຫາຍໄດ້ສະແດງຄໍາຄິດເຫັນ ເຮັດຄືແນວນີ້ຈະຊ່ວຍລະດົມມັນສະໝອງຂອງສະມາຊິກພັກທັງໝົດ, ເຮັດໃຫ້ໜ່ວຍພັກມີໂອກາດເຫັນໄດ້ທ່າແຮງບົ່ມຊ້ອນ ສິ່ງສໍາຄັນແມ່ນການມີສ່ວນຮ່ວມຂອງທຸກສະຫາຍໃນການແກ້ໄຂບັນຫາ, ເອົາໃຈໃສ່ກໍ່ສ້າງສະມາຊິກພັກ ແລະ ພະນັກງານຢ່າງມີແບບແຜນວິທະຍາສາດ ແລະ ເປັນລະບົບ. ໃນນີ້, ຕ້ອງກໍາໃຫ້ໄດ້ປະຫວັດການສຶກສາ, ການເຮັດວຽກງານຂອງສະມາຊິກພັກ – ພະນັກງານຕົນ ແລ້ວສ້າງແຜນກໍ່ສ້າງພັດທະນາຕາມຫຼັກການສັບຊ້ອນບຸກຄົນທີ່ມີຄຸນສົມບັດ ແລະ ຄວາມສາມາດສອດຄ່ອງກັບຕໍາແໜ່ງງານ, ໃຫ້ຖືສໍາຄັນການປະຕິບັດວິຊາສະເພາະ ຕ້ອງຢູ່ໃນກອບນິຕິກໍາທີ່ມີ ແລະ ຕ້ອງສ້າງນິຕິກໍາໃຫ້ພຽງພໍ ເພື່ອຜັນຂະຫຍາຍແນວທາງນະໂຍບາຍໃຫ້ເກີດປະສິດທິຜົນເປັນຮູບປະທໍາ. ພ້ອມດຽວກັນນັ້ນ, ໃຫ້ເອົາໃຈໃສ່ຄຸ້ມຄອງຊັບສິນຂອງກະຊວງ, ການບໍລິຫານງົບປະມານ ແລະ ການຈັດຊື້ຈັດຈ້າງ ເຊິ່ງເປັນວຽກທີ່ຕິດພັນກັບການໃຫ້ບໍລິການຮັບໃຊ້ ແລະ ອໍານວຍຄວາມສະດວກແກ່ການເຄື່ອນໄຫວວິຊາສະເພາະຂອງຄະນະນໍາ ແລະ ບັນດາກົມວິຊາການໃຫ້ສາມາດເຄື່ອນໄຫວຕາມພາລະບົດບາດຂອງຂະແໜງ ອຄ.

[ ຂ່າວ: ພຸດຕີ້; ຮູບ: ສຸກສະຫວັນ ]