ວິທີປ້ອງກັນ ພະຍາດໄຂ້ເລືອດອອກ ມາໃນຍາມລະດູຝົນ

241

ພະຍາດໄຂ້ເລືອດອອກ, ໄຂ້ຍຸງໄດ້ແຜ່ລະບາດຫຼາຍ ພົບຜູ້ຕິດເຊື້ອ ແລະ ເສຍຊີວິດມາຈຳນວນບໍ່ໜ້ອຍໃນແຕ່ລະປີ ພະຍາດໄຂ້ເລືອດອອກ ແມ່ນໂລກຕິດຕໍ່ ທີ່ອັນຕະລາຍຊະນິດໝື່ງ ເກີດຈາກການແຜ່ເຊື້ອຂອງຍຸງລາຍ. ພະຍາດຊະນິດນີ້ມັກເກີດໃນຊ່ວງລະດູຝົນຢູ່ເຂດທີ່ມີສະພາບແວດລ້ອມທີ່ບໍ່ສະອາດ, ມີບໍ່ນ້ຳຄ້າງຫຼາຍ, ປ່າໄມ້ຕຶບໜາ.
ຕາມການລາຍງານຈາກແພດໝໍຜູ້ຮັບຜິດຊອບກ່ຽວກັບພະຍາດໄຂ້ເລືອດອອກໃຫ້ຮູ້ວ່າ: ກ່ອນໜ້ານີ້ພະຍາດໄຂ້ເລືອດອອກແມ່ນມັກພົບຢູ່ໃນເດັກນ້ອຍ; ແຕ່ວ່າປັດຈຸບັນນີ້, ມີຜູ້ໃຫຍ່ຫຼາຍຄົນທີ່ຕິດເຊື້ອພະຍາດນີ້ ແລະ ມີສະຖິຕິການເສຍຊີວິດສູງ, ປັດຈຸບັນແມ່ນຍັງບໍ່ທັນມີຢາປີ່ນປົວພິເສດ, ແຕ່ວ່າອາການໝັກການປີ່ນປົວແມ່ນພຽງແຕ່ຫຼຸດໄຂ້, ສົ່ງນ້ຳ ແລະ ປ້ອງກັນອາການຊ໋ອກ.

ໄຂ້ເລືອດອອກແບ່ງອອກເປັນ 3 ປະເພດຄື: ໄຂ້ເລືອດອອກທຳມະດາ ( ລະດັບເບົາບາງ), ໄຂ້ເລືອດອອກມີເລືອດໄຫຼ ແລະ ໄຂ້ເລືອດອອກ dengue ( ອາການຊ໋ອກ dengue). ເຊິ່ງ ອາການຂອງໄຂ້ເລືອດອອກທີ່ສາມາດຮູ້ໄດ້ເບື້ອງຕົ້ນແມ່ນ: ມີໄຂ້ສູງ 40,5 ອົງສາ, ປວດຫົວ, ຈາມ, ເປັນຜື່ນ.
ໄຂ້ເລືອດອອກລະດັບທຳມະດາແມ່ນຈະມີໄຂ້ສູງ, ເປັນຜື່ນ, ເຈັບຕົນໂຕແລະຄໍ່, ສ່ວນໄຂ້ເລືອດອອກປະເພດໜັກແມ່ນຈະມີເລືອດໄຫຼອອກ, ຄວາມດັນເລືອດຫຼຸດລົງຢ່າງກະທັນຫັນ( ຊ໋ອກ) ແລະ ເສຍຊີວິດ.
ອາການຂອງໄຂ້ເລືອດອອກໃນເດັກນ້ອຍ ເດັກຈະມີ ໄຂ້ສູງ, ປົກກະຕິຈະເຮັດໃຫ້ພໍ່ແມ່ຫຼົງເຊື່ອວ່າລູກເປັນຫວັດ ຫຼື ຕິດເຊື້ອແບັກຄີເຣຍໃນການຫາຍໃຈ. ນອກຈາກນີ້ແລ້ວອາດຈະພົບອາການແຊກຊ້ອນອື່ນໆຕື່ນອີກ, ທາງທີ່ດີຫາກລູກທ່ານມີອາການໄຂ້ ຄວນໄປປືກສາແພດໝໍ.

ສໍາລັບວິທີປ້ອງກັນ ຫຼື ປົວຂັ້ນຕົ້ນ ສະເພາະໄຂ້ເລືອດອອກລະດັບເບົາ ທ່ານສາມາດປີ່ນປົວຢູ່ເຮືອນກໍໄດ້, ຈົ່ງກີນນ້ຳໃຫ້ຫຼາຍໆ, ກີນຢາຫຼຸດໄຂ້ ຫຼື ບັນເທົາຄວາມເຈັບປວດຕາມຄຳແນະນຳຂອງທ່ານໝໍ. ໃນລະດູຝົນແບບນີ້ ທ່ານຄວນນອນໃນຫ້ອງທີ່ຊຸ່ມຊື່ນ, ສະອາດເພື່ອຫຼີກລ້ຽງບໍ່ໃຫ້ຍຸງເຂົ້າ; ຫຼີກລ້ຽງອອກໄປນອກເວລາໃກ້ຄ້ອຍແລງ, ໃກ້ຄ່ຳ, ກາງຄືນ ເພາະໃນຊ່ວງນີ້ຈະມີຍຸງຫຼາຍ; ນຸ່ງເຄື່ອງໂສ້ງເສື້ອປິດ, ເມື່ອຕ້ອງໄປເຂດທີ່ມີການແຜ່ເຊື້ອ, ທ່ານຕ້ອງໃສ່ເສື້ອແຂນຍາວ, ໂສ້ງຂາຍາວ ທາຢາໄລ່ຍຸງຢູ່ສ່ວນທີ່ບໍ່ມີເຄື່ອງປິດ, ເຊັ່ນວ່າມື, ຕີນ, ໃບໜ້າແລະ ຄໍ ຍຸງທີ່ນຳເຊື້ອໄວລັດໄຂ້ເລືອດອອກ ແມ່ນອາໄສຢູ່ໃນເຮືອນ ແລະນອກເຮືອນ, ພວກມັນມັກອາໄສຢູ່ຕາມບວກນ້ຳຄ້າງ, ເຊັ່ນວ່າ ໂອ, ຖັງ…

ດັ່ງນັ້ນ ທ່ານຄວນເຮັດຄວາມສະອາດບໍລິເວນອ້ອມຂ້າງ ເພື່ອບໍໃຫ້ເປັນບ່ອນເພາະພັນຂອງຍຸງລາຍ, ຄວນປີດແອ່ງນ້ຳໃຫ້ແຈບ, ທຳລາຍອຸປະກອນທີ່ອາດຈະມີນ້ຳຝົນຕົກຄ້າງ ( ຕົວຢ່າງເຊັ່ນ: ກົງລົດເກົ່າ, ຖ້ວຍບ່ວງ, ຊາມເກົ່າ….) ທ່ານສາມາດນຳໃຊ້ສານເຄມີທຳລາຍໄຂ່ຂອງຍຸງ ຫຼືອາດຈະສະເໝີໄປຫ້ອງການສາທາລະນະສຸກເພື່ອມາພົ່ນຢາຂ້າຍຸງໃນເຂດຂອງທ່ານ ໄຂ້ເລືອດອອກເປັນພະຍາດທີ່ອັນຕະລາຍ, ບໍ່ວ່າໃຜກໍ່ສາມາດຕິດຕໍ່ໄດ້, ທຸກຄັ້ງທີ່ມີການແຜ່ລະບາດແມ່ນເຮັດໃຫ້ມີການເສຍຊີວິດ ແລະ ເສຍຄ່າຮັກສາຢ່າງຫຼວງຫຼາຍ.

ສະນັ້ນ ຈົ່ງຄິດສະເໝີວ່າບໍ່ມີຍຸງກະບໍ່ມີໄຂ້ເລືອດອອກ ຈົ່ງພ້ອມກັນຮັກສາຄວາມສະອາດ ໃນສະຖານທີ່ທີ່ເຮົາຢູ່, ທຳລາຍແຫຼ່ງເພາະພັນຂອງຍຸງລາຍ ແລະ ຖ້າມີອາການໃດຜິດປົກກະຕິແມ່ນທ່ານຄວນໄປພົບແພດເພື່ອຈະໄດ້ຫາວິທີປ້ອງກັນໄດ້ທັນເວລາ.