ສາລະວັນ ຕັ້ງເປົ້າດຶງດູດການລົງທຶນໃຫ້ໄດ້ 500 ກວ່າຕື້ກີບ

49

ປີນີ້ແຂວງສາລະວັນ ຕັ້ງເປົ້າດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ 500 ກວ່າຕື້ກີບ ຂະນະທີ່ປັດຈຸບັນຢູ່ທີ່ 300 ກວ່າຕື້ກີບ ຄຽງຄູ່ກັບການຈັດຕັ້ງປະຕິບັດໂຄງການອີກ 100 ໂຄງການ ໃຫ້ສຳເລັດພາຍໃນປີນີ້.

ອີງຕາມການລາຍງານຂອງ ທ່ານ ໂພສີ ແກ້ວສີພັນດອນ ຫົວໜ້າພະແນກແຜນການ – ການລົງທຶນແຂວງສາລະວັນ ທີ່ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຄົບຄະນະບໍລິຫານງານພັກແຂວງເປີດກວ້າງ ຄັ້ງທີ 10 ສະໄໝທີ VIII ໃນຕົ້ນເດືອນມິຖຸນາ ປີ 2019 ວ່າ: ໃນສົກປີ 2019 ແຂວງສາລະວັນ ໄດ້ຮັບທຶນທີ່ສະພາຮັບຮອງມີ 243 ໂຄງການ ມີມູນຄ່າ 49,76 ຕື້ກີບ. ໃນນັ້ນ, ມີໂຄງການພື້ນຟູໄພພິບັດມີ 13 ໂຄງການ ມີມູນຄ່າ 7,43 ຕື້ກີບ, ໂຄງການລົງທຶນຂອງລັດປະເພດ I, II, III ແລະ IV ມີ 22 ໂຄງການ ມີມູນຄ່າ 25,94 ຕື້ກີບ ແລະ ໂຄງການລົງທຶນຂອງລັດປະເພດ V ມີ 208 ໂຄງການ ມີມູນຄ່າ 16,37 ຕື້ກີບ. ໃນນັ້ນ, ທຶນປົກກະຕິ 13,8 ຕື້ກີບ, ທຶນພັດທະນາຊົນນະບົດ 2 ຕື້ກວ່າກີບ ແລະ ທຶນຈັດສັນພູມລຳເນົາ 566 ລ້ານກີບ.

ຜ່ານການຈັດຕັ້ງປະຕິບັດການລົງທຶນຂອງລັດໃນ 5 ເດືອນຜ່ານມາຂອງສົກປີ 2019 ສາມາດອະນຸມັດໄດ້ 143 ໂຄງການ ມູນຄ່າ 28 ຕື້ກວ່າກີບ ເທົ່າກັບ 56,64%, ທຶນຊ່ວຍເຫຼືອທາງການ ເພື່ອການພັດທະນາມີທັງໝົດ 31 ໂຄງການ ມີມູນຄ່າ 66,8 ລ້ານໂດລາ. ໃນນັ້ນ, ທຶນຊ່ວຍເຫຼືອລ້າມີ 55,69 ລ້ານໂດລາ, ທຶນຊ່ວຍເຫຼືອເພື່ອການພັດທະນາ 7,4 ລ້ານໂດລາ  ແລະ ທຶນພາຍໃນ 3,7 ລ້ານໂດລາ, ມີແຜນເບີກຈ່າຍໃນປີ 2019 ຈໍານວນ 13,36 ລ້ານໂດລາ, ໃນ 3 ເດືອນປະຕິບັດໄດ້ 9,33 ແສນໂດລາ. ໃນນັ້ນ, ທຶນຊ່ວຍເຫຼືອລ້າ 8,7 ແສນໂດລາ, ທຶນຊ່ວຍເຫຼືອເພື່ອການພັດທະນາ 32,9 ພັນໂດລາ ແລະ ທຶນພາຍໃນ 29,7 ພັນໂດລາ, ສຳລັບທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ໄດ້ອະນຸມັດການລົງທຶນທັງໝົດມີ 369,77 ຕື້ກີບ, ກິດຈະການສຳປະທານມີ 5 ໂຄງການ ມູນຄ່າ 60,98 ຕື້ກີບ, ກິດຈະການທົ່ວໄປມີ 52 ຫົວໜ່ວຍ ມີມູນຄ່າຈົດທະບຽນ 308,79 ຕື້ກີບ. ໃນນັ້ນ, ກິດຈະການສຳປະທານມີ 2 ໂຄງການ ມີມູນຄ່າ 29,88 ຕື້ກີບ ແລະ ກິດຈະການທົ່ວໄປມີ 218,56 ຕື້ກີບ ມີ 2 ບໍລິສັດ.

ສະເພາະວຽກງານການຈັດເກັບລາຍຮັບມາຮອດປັດຈຸບັນສາມາດປະຕິບັດໄດ້ 65,95 ຕື້ກີບ ເທົ່າກັບ 34, 66% ຂອງແຜນການປີ, ດ້ານລາຍຈ່າຍປະຕິບັດລາຍຈ່າຍໄດ້ 166,56 ຕື້ກີບ ເທົ່າກັບ 37,44% ຂອງແຜນການປີ, ມີມູນຄ່າສິນຄ້າສົ່ງອອກ 384,52 ຕື້ກີບ ທຽບໃສ່ແຜນການປະຕິບັດໄດ້ 92% ແລະ ສິນຄ້ານຳເຂົ້າ 33,46 ຕື້ກີບ ທຽບໃສ່ແຜນການປີປະຕິບັດໄດ້ 17,91%.

ທິດທາງຈຸດສຸມ 6 ເດືອນທ້າຍປີ 2019 ສືບຕໍ່ປະຕິບັດໂຄງການລົງທຶນຂອງລັດທີ່ສະພາຮັບຮອງໃນສົກປີ 2019 ມີ 243 ໂຄງການ ມີມູນຄ່າ 49,76 ຕື້ກີບ, ທີ່ຍັງບໍ່ທັນສຳເລັດ 100 ໂຄງການ ມີມູນຄ່າ 21,57 ຕື້ກີບ, ດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດໃຫ້ໄດ້ 514,08 ຕື້ກີບ ພ້ອມທັງສູ້ຊົນການຈັດເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ 124,36 ຕື້ກີບ ແລະ ລາຍຈ່າຍປະມານ 278,31 ຕື້ກີບ ແລະ ສູ້ຊົນຄາດຄະເນມູນຄ່າການສົ່ງອອກຂອງສິນຄ້າໃຫ້ໄດ້ປະມານ 290,88 ຕື້ກີບ, ມູນຄ່າການນຳເຂົ້າປະມານ 142,78 ຕື້ກີບ ເພື່ອເຮັດໃຫ້ບັນດາຄາດໝາຍຂອງແຜນການຕ່າງໆໃນ 6 ເດືອນທ້າຍປີ 2019 ມີຜົນສຳເລັດບັນລຸຕາມແຜນການທີ່ວາງໄວ້ ໂດຍສະເພາະບັນດາທິດທາງຄາດໝາຍ ແລະ ການດຸນດ່ຽງໃຫ້ມີຄວາມຮັບປະກັນເຮັດໃຫ້ທົ່ວແຂວງມີສະຖຽນລະພາບ, ມີຄວາມສະຫງົບຍູ້ແຮງການເຕີບໂຕຂອງເສດຖະກິດ, ການສົ່ງເສີມການລົງທຶນ, ການຜະລິດເປັນສິນຄ້າ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນໃຫ້ເປັນຮູບປະທຳ.

[ ຂ່າວ: ສິດຕາ ເພັດວົງສາ ]