ສໍາເລັດການສ້າງວັງສະຫງວນແມ່ນໍ້າຂອງຕອນກາງ 18 ແຫ່ງ

38

ໂຄງການຄຸ້ມຄອງການປະມົງຊຸມຊົນແບບມີສ່ວນຮ່ວມຢູ່ເຂດແມ່ນໍ້າຂອງຕອນກາງ ພາຍຫຼັງດໍາເນີນງານເປັນເວລາ 3 ປີ ສາມາດສ້າງວັງສະຫງວນໄດ້ 18 ແຫ່ງ ເນື້ອທີ່ 103 ກວ່າເຮັກຕາ.

ກອງປະຊຸມປິດໂຄງການຄຸ້ມຄອງການປະມົງຊຸມຊົນແບບມີສ່ວນຮ່ວມຢູ່ເຂດແມ່ນໍ້າຂອງຕອນກາງ ຈັດຂຶ້ນວັນທີ 19 ມິຖຸນາ 2019 ທີ່ເມືອງປາກຊັນ ແຂວງບໍລິຄໍາໄຊ ໂດຍການເປັນປະທານຂອງ ທ່ານ ບຸນທອງ ຊາພັກດີ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ສາຍຄໍາ ກຸນນະວົງ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງບໍລິຄໍາໄຊ, ທ່ານ ນາງ ດາລຸນນີ ໄຊຍະບຸດ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້     ແຂວງຄໍາມ່ວນ, ທ່ານ ຝຣັ່ງຊົວ ເກກັງ ຫົວໜ້າອົງການກອງທຶນອະນຸຮັກທໍາມະຊາດໂລກ ປະຈໍາລາວ, ມີບັນດາຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

ທ່ານ ບົວສະຫວັນ ວຽງສົມບັດ ຜູ້ປະສານງານໂຄງການຄຸ້ມຄອງການປະມົງຊຸມຊົນແບບມີສ່ວນຮ່ວມຢູ່ເຂດແມ່ນໍ້າຂອງຕອນກາງ ກ່າວວ່າ: ຈຸດປະສົງຂອງໂຄງການດັ່ງກ່າວ ກໍເພື່ອປັບປຸງການຄຸ້ມຄອງຊັບພະຍາກອນນໍ້າຈືດທໍາມະຊາດຢູ່ເຂດນໍ້າຂອງ ໂດຍຜ່ານການສ້າງວັງສະຫງວນ, ຄະນະຄຸ້ມຄອງວັງສະຫງວນ ແລະ ໜ່ວຍງານກວດກາການປະມົງຂັ້ນບ້ານ, ສົ່ງເສີມການປັບປຸງຊີວິດການເປັນຢູ່ ແລະ ການພັດທະນາທາງເລືອກໃນການສ້າງລາຍຮັບ ເພື່ອຫຼຸດຜ່ອນການເອື່ອຍອີງຊັບພະຍາກອນທຳມະຊາດ, ປູກຈິດສຳນຶກຂອງຊຸມຊົນ ເພື່ອໃຫ້ມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບຜົນປະໂຫຍດຂອງວັງສະຫງວນ ແລະ ການຄຸ້ມຄອງການປະມົງ ເຊິ່ງໂຄງການນີ້ໄດ້ຈັດຕັ້ງມາແລ້ວຢູ່ 7 ແຂວງທົ່ວປະເທດ ຄື: ແຂວງບໍ່ແກ້ວ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ເຊກອງ ແລະ ອັດຕະປື. ເວົ້າລວມ, ເວົ້າສະເພາະແມ່ນການຈັດຕັ້ງປະຕິບັດພາຍໃນ 2 ແຂວງເປົ້າໝາຍ ແຕ່ປີ 2016 ເປັນຕົ້ນມາ ແມ່ນນໍາໃຊ້ທຶນທັງໝົດ 401.957 ໂດລາສະຫະລັດ ເຊິ່ງຫຼັງຈາກທີ່ໄດ້ຈັດຕັ້ງປະຕິບັດກໍເຮັດໃຫ້ປະຊາຊົນຫັນມາມີສ່ວນຮ່ວມໃນການເອົາໃຈໃສ່ ແລະ ອະນຸຮັກສັດນໍ້າຫຼາຍຂຶ້ນ. ພ້ອມດຽວກັນນີ້, ກໍສາມາດສັງເກດເຫັນໄດ້ຊັດເຈນວ່າປະລິມານປາໃນວັງສະຫງວນເພີ່ມຂຶ້ນ.

ທ່ານ ສຸດໃຈ ຄໍາພູໄຊ ຫົວໜ້າໂຄງການຄຸ້ມຄອງການປະມົງຊຸມຊົນ ແບບມີສ່ວນຮ່ວມຢູ່ເຂດແມ່ນໍ້າຂອງຕອນກາງ ຂຶ້ນລາຍງານຜົນໄດ້ຮັບການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃຫ້ຮູ້ວ່າ: ໂຄງການດັ່ງກ່າວໄດ້ເລີ່ມຕົ້ນປະຕິບັດຢ່າງເປັນທາງການມາຕັ້ງແຕ່ເດືອນສິງຫາ ປີ 2016 ໂດຍແມ່ນກົມລ້ຽງສັດ ແລະ ການປະມົງ ຮ່ວມກັບກອງທຶນອະນຸຮັກທໍາມະຊາດໂລກ ປະຈໍາລາວ ປະສານສົມທົບກັບພະແນກກະສິກໍາ ແລະ ປ່າໄມ້ ແຂວງບໍລິຄຳໄຊ ແລະ ແຂວງຄຳມ່ວນ ຮ່ວມກັນຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການໃຫ້ສຳເລັດ ແລະ ມີປະສິດທິຜົນ. ພາຍຫຼັງດໍາເນີນງານມາເປັນເວລາ 3 ປີ ກໍມີຄວາມຄືບໜ້າຫຼາຍດ້ານ ເປັນຕົ້ນແມ່ນກິດຈະກຳການປັບປຸງການຄຸ້ມຄອງຊັບພະຍາກອນນ້ຳຈືດທຳມະຊາດຢູ່ເຂດນ້ຳຂອງ ໂດຍຜ່ານການສ້າງວັງສະຫງວນ, ປະຕິບັດຕົວຈິງສຳເລັດ 100% ຕາມແຜນງານວາງໄວ້ ແຕ່ມີບາງກິດຈະກຳພົ້ນເດັ່ນສ້າງຕັ້ງໄດ້ລື່ນຄາດໝາຍຢູ່ໃນບົດບັນທຶກ ຄວາມເຂົ້າໃຈໂຄງການ ໂດຍສະເພາະການສ້າງວັງສະຫງວນ – ຄະນະຄຸ້ມຄອງວັງສະຫງວນ ຈາກ 15 ວັງ ມາເປັນ 18 ວັງ, ມີປະຊາຊົນເຂົ້າຮ່ວມ ຈໍານວນ 20 ບ້ານ, 6 ເມືອງ, ໃນ 2 ແຂວງເປົ້າໝາຍ ຄື: ບໍລິຄໍາໄຊ ແລະ ຄໍາມ່ວນ ໃນເນື້ອທີ່ 103,4 ເຮັກຕາ.

[ ຮູບ – ຂ່າວ: ເອຢິບ ]