ອະນຸມັດດ່ວນ! ລັດຖະບານຈີນ ໃຫ້ງົບ 126 ຕື້ກີບ ຊ່ວຍພື້ນທີ່ປະສົບໄພແຜ່ນດິນໄຫວເສສວນ

48

ສໍານັກຂ່າວຊິນຫົວ ລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນພຸດ ທີ 19 ມິຖຸນາ ວ່າ ກະຊວງການເງິນ ແລະ ກະຊວງບໍລິຫານຈັດການເຫດສຸກເສີນຂອງຈີນ ລະບຸ ເມື່ອວັນພຸດ ທີ 19 ມິຖຸນາ ວ່າ ລັດຖະບານໄດ້ມີການຈັດສັນງົບປະມານ 100 ລ້ານຢວນ (ປະມານ 126,9 ຕື້ກີບ) ໃຫ້ກັບປະຕິບັດການກູ້ໄພທີ່ມົນທົນເສສວນທີ່ໄດ້ເກີດເຫດແຜ່ນດິນໄຫວ ຂະໜາດ 6,0 ແມັກນິຈູດ ເມື່ອວັນທີ 18 ມິຖຸນາ ຜ່ານມາ.

ในภาพอาจจะมี 1 คน, กำลังยืน และสถานที่กลางแจ้ง

ພ້ອມກັນນີ້, ລັດຖະບານຈີນຍັງໄດ້ຈັດສົ່ງເຕັ້ນ 5 ພັນຫຼັງ, ຕຽງສະໜາມ 10 ພັນໜ່ວຍ ແລະ ຜ້ານວມສໍາລັບຮອງເປັນບ່ອນນອນ 20 ພັນຜືນ ໄປເຖິງພື້ນທີ່ປະສົບໄພຮຽບຮ້ອຍແລ້ວ.

ในภาพอาจจะมี หนึ่งคนขึ้นไป และผู้คนกำลังนั่ง

ຈາກລາຍງານຫຼ້າສຸດ ເມື່ອເວລາ 16:00 ໂມງ ຂອງວັນພຸດ ທີ 19 ມິຖຸນາ ວ່າ ມີຜູ້ໄດ້ຮັບຜົນກະທົບຈາກເຫດໄພທໍາມະຊາດດັ່ງກ່າວ 243.880 ຄົນ ເສຍຊີວິດແລ້ວ 13 ຄົນ ແລະ ໄດ້ຮັບບາດເຈັບ 220 ຄົນ ປະຊາຊົນຫຼາຍກວ່າ 52 ພັນ ຄົນ ໄດ້ຮັບການອົບພະຍົບອອກຈາກພື້ນທີ່ເກີດເຫດແລ້ວ. ນອກຈາກນີ້, ຍັງມີບ້ານເຮືອນທີ່ຫັກເພເສຍຫາຍຢ່າງໜັກ ລວມ 20.000 ຫຼັງ.

ในภาพอาจจะมี สถานที่กลางแจ้ง