ຮອງນາຍົກ ເນັ້ນ ອັດຕະປື ເລັ່ງຟື້ນຟູເຂດປະສົບໄພ ພ້ອມຊຸກຍູ້ປະຊາຊົນເຮັດການຜະລິດ

79

ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມຄະນະໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງສະໜາມໄຊ ແຂວງອັດຕະປື ໃນວັນທີ 18 ມິຖຸນາ 2019 ໃຫ້ກຽດຕ້ອນຮັບ ແລະ ຕິດຕາມຄະນະ ໂດຍທ່ານ ອຸ່ນຫຼ້າ ໄຊຍະສິດ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງເມືອງ, ບັນດາຫ້ອງການອ້ອມຂ້າງເມືອງ, ພະນັກງານ, ທະຫານ, ຕໍາຫຼວດ ພ້ອມດ້ວຍປະຊາຊົນໃຫ້ການຕ້ອນຮັບ.

ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ແມ່ນໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຄະນະພັກ – ອໍານາດການປົກຄອງເມືອງສະໜາມໄຊ ໃນການກະກຽມສ້າງຂະບວນການດໍາເນີນກອງປະຊຸມໃຫຍ່ 2 ຂັ້ນ; ລາຍງານກ່ຽວກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ແຕ່ລະຂັ້ນ ກໍຄືການຈັດຕັ້ງປະຕິບັດແຜນພັດທະນະເສດຖະກິດ – ສັງຄົມຂອງເມືອງ ແລະ ຮັບຟັງລາຍງານກ່ຽວກັບສະພາບການຟື້ນຟູ ແລະ ການຊ່ວຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນຜູ້ປະສົບໄພຈາກເຫດການເຂື່ອນ D ຂອງໂຄງການເຂື່ອນໄຟຟ້າເຊປຽນ – ເຊນໍ້ານ້ອຍ ແຕກພັງ ໂດຍສະເພາະແມ່ນວຽກງານຈັດສັນທີ່ຢູ່ອາໄສໃຫ້ແກ່ປະຊາຊົນ ໂດຍໄດ້ແບ່ງອອກເປັນ 3 ໄລຍະຄື: ໄລຍະທີ 1 ແມ່ນໄລຍະສຸກເສີນ ເຊິ່ງໄດ້ກອບກູ້ເອົາປະຊາຊົນຜູ້ປະສົບໄພໄປເຕົ້າໂຮມກັນ ມີທັງໝົດ 11 ຈຸດພັກເຊົາ ( ໃນນີ້ພາຍໃນແຂວງແມ່ນ 9 ຈຸດ ), ໄລຍະທີ 2 ແມ່ນການຈັດສັນທີ່ພັກຊົ່ວຄາວ ເຊິ່ງມີເຮືອນເຫຼັກ ແລະ ເຮືອນສໍາເລັດຮູບໃນ 5 ສູນ ( ສູນຫາດຍາວ ບ້ານໃໝ່133 ຄອບຄົວ; ສູນດົງບາກ ບ້ານໃໝ່ 68 ຄອບຄົວ, ບ້ານທ່າຫີນມີ 221 ຄອບຄົວ ແລະ ຄຸ້ມໂຄກກ່ອງ 50 ຄອບຄົວ; ສູນດອນບົກ ບ້ານທ່າແສງຈັນ 126 ຄອບຄົວ; ສູນຕະມໍຢອດ ບ້ານທີນລາດ 176 ຄອບຄົວ ແລະ ບ້ານຕະມໍຢອດ 45 ຄອບຄົວ; ສູນປິນດົງ ບ້ານສະໝອງໃຕ້ ມີ 90 ຄອບຄົວ ); ໄລຍະທີ 3 ແມ່ນການຈັດສັນທີ່ຢູ່ອາໄສຖາວອນ ເຊິ່ງມີເຮືອນ 5 ປະເພດ, ມີ 841 ຫຼັງ, ໄດ້ຈັດສັນດິນປຸກສ້າງໃຫ້ແຕ່ລະຄອບຄົວ 20×40 ແມັດ ແລະ ຈັດສັນເນື້ອທີ່ທໍາການຜະລິດ 2.140 ເຮັກຕາ ( ປັດຈຸບັນບຸກເບີກໄດ້ແລ້ວ 1.741 ເຮັກຕາ ) ໂດຍໄດ້ແບ່ງຕາມແຮງງານສົມບູນຕົວຈິງຂອງແຕ່ລະຄອບຄົວ. ນອກຈາກນັ້ນ, ຍັງມີວຽກງານກໍ່ສ້າງພື້ນຖານໂຄງລ່າງ ເປັນຕົ້ນແມ່ນ: ຂົວ, ທາງ, ໂຮງຮຽນ, ໂຮງໝໍ, ສຸກສາລາ, ຫ້ອງການບ້ານ ພ້ອມສະໜອງເບ້ຍໄມ້ກິນໝາກ ແລະ ແນວພັນເຂົ້າໃຫ້ປະຊາຊົນ.

ໃນຕອນບ່າຍຂອງມື້ດຽວກັນ, ທ່ານ   ບຸນທອງ ຈິດມະນີ ພ້ອມຄະນະ ໄດ້ເຮັດວຽກຮ່ວມກັບຄະນະພັກ – ຄະນະນໍາ, ອົງການປົກຄອງແຂວງອັດຕະປື ໂດຍທ່ານຮອງເຈົ້າແຂວງ ໄດ້ລາຍງານສະພາບລວມການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງຮອບດ້ານ ໃນໄລຍະ 3 ເດືອນຕົ້ນປີ ໂດຍສະເພາະແມ່ນການຈັດເກັບລາຍຮັບງົບປະມານໄດ້ທັງໝົດ 15,75 ຕື້ກີບ ເທົ່າກັບ 12,88% ຂອງແຜນການປີ, ລາຍຮັບພາຍໃນແຂວງປະຕິບັດໄດ້ 11,58 ຕື້ກີບ ເທົ່າກັບ 13,73% ຂອງແຜນການປີ ມູນຄ່າການນໍາເຂົ້າ – ສົ່ງອອກ ປະຕິບັດໄດ້ 26,45 ລ້ານໂດລາ ເທົ່າກັບ 22,07% ຂອງແຜນການ. ນອກຈາກນັ້ນ, ຍັງໄດ້ຮັບຟັງລາຍງານກ່ຽວກັບການກະກຽມກອງປະຊຸມໃຫຍ່ 3 ຂັ້ນ ຂອງອົງຄະນະພັກແຕ່ລະຂັ້ນ ເຊິ່ງໄດ້ຈັດຕັ້ງເຊື່ອມຊຶມບັນດານິຕິກໍາກໍ່ສ້າງພັກ – ພະນັກງານໃຫ້ຄະນະພັກຮາກຖານ, ໜ່ວຍພັກຮາກຖານ ພ້ອມແຕ່ງຕັ້ງຄະນະຊີ້ນໍາເພື່ອຊີ້ນໍາ – ນໍາພາເປັນເອກະພາບ ແລະ ໄປລວງດຽວກັນ, ປັດຈຸບັນບັນດາຮາກຖານພັກອ້ອມຂ້າງແຂວງ ນັບທັງທະຫານ – ຕໍາຫຼວດມີທັງໝົດ 146 ຮາກຖານ ໄດ້ສໍາເລັດກອງປະຊຸມໃຫຍ່ແລ້ວ ຈໍານວນ 47 ຮາກຖານ ເທົ່າກັບ 32,19% ເຊິ່ງໃນຕໍ່ໜ້າຄະນະພັກ – ຄະນະນໍາແຂວງຈະໄດ້ສືບຕໍ່ຊີ້   ນໍາ – ນໍາພາ ແລະ ຊຸກຍູ້ການກະກຽມດໍາເນີນກອງປະຊຸມໃຫຍ່ຮາກຖານພັກອ້ອມຂ້າງແຂວງ, ອ້ອມຂ້າງເມືອງໃຫ້ສໍາເລັດພາຍໃນປີ 2019.

ໂອກາດນີ້, ທ່ານ ບຸນທອງ ຈິດມະນີ ໄດ້ໃຫ້ກຽດໂອ້ລົມ ແລະ ມີທິດຊີ້ນຳຕໍ່ຄະນະ ພັກ – ຄະນະນໍາຂອງແຂວງ, ເມືອງ ຕະຫຼອດຮອດພໍ່ແມ່ປະຊາຊົນ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ, ຄະນະນຳແຂວງ, ເມືອງ ທີ່ໄດ້ມີຄວາມຕັດສິນໃຈສູງໃນການຊີ້ນຳ – ນຳພາວຽກງານຮອບດ້ານ ໂດຍສະເພາະແມ່ນຈັດຕັ້ງປະຕິບັດການຟື້ນຟູສະພາບການເປັນຢູ່ຂອງປະຊາຊົນຜູ້ໄດ້ຮັບຜົນກະທົບ ແລະ ຟື້ນຟູສະພາບແວດລ້ອມ – ສັງຄົມ ພາຍຫຼັງຄູກັນນ້ຳ ຂອງໂຄງການເຄື່ອນໄຟຟ້າເຊປຽນ – ເຊນໍ້ານ້ອຍແຕກພັງ ແລະ ໄດ້ເນັ້ນໃຫ້ຄະນະພັກ, ອົງການປົກຄອງແຕ່ລະຂັ້ນຈົ່ງພ້ອມກັນສືບຕໍ່ນຳພາ – ຊີ້ນຳການຈັດສັນພື້ນທີ່ທໍາການຜະລິດໃຫ້ແກ່ປະຊາຊົນ, ປຸກລະດົມໃຫ້ປະຊາຊົນຫັນມາປູກພືດເປັນສິນຄ້າ ເພື່ອສ້າງລາຍຮັບໃຫ້ຄອບຄົວ, ສຸມໃສ່ການແກ້ໄຂ ຄວາມທຸກຍາກຂອງປະຊາຊົນໄປຄຽງຄູ່ກັບວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ເພື່ອເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ຮຽກຮ້ອງໃຫ້ຄະນະພັກ, ສະມາຊິກພັກ, ພະນັກງານ – ລັດຖະກອນຈົ່ງຕັ້ງໜ້າຈັດຕັ້ງປະຕິບັດວຽກງານຕາມໜ້າທີ່ຄວາມຮັບຜິດຊອບຂອງຕົນດ້ວຍຈັນຍາບັນ, ມີສະຕິຕໍ່ການຈັດຕັ້ງ, ເປັນເຈົ້າການເຄົາລົບ ແລະ ປະຕິບັດມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ທັງສູ້ຊົນຈັດຕັ້ງປະຕິບັດວຽກງານ 3 ສ້າງ ໃຫ້ປາກົດຜົນເປັນຈິງ. ພ້ອມກັນນັ້ນ, ກໍໃຫ້ສືບຕໍ່ກະກຽມການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງອົງຄະນະພັກແຕ່ລະຂັ້ນໃຫ້ຖ່ວງທັນຕາມເວລາທີ່ໄດ້ກໍານົດໄວ້.