ເມື່ອປີຜ່ານມາ ສະຖິຕິຜູ້ລີ້ໄພໃນໂລກມີເກືອບ 71 ລ້ານຄົນ

45

ລາຍງານປະຈໍາປີຂອງ ຢູເອັນ ເອັດຈ໌ຊີອາ  ລະບຸວ່າ ຈໍານວນຜູ້ລີ້ໄພທີ່ຂຶ້ນທະບຽນກັບໜ່ວຍງານເກືອບຮອດ 71 ລ້ານຄົນ ເມື່ອປີຜ່ານມາ ສ່ວນໃຫຍ່ຍັງເປັນຊາວຊີເຣຍ ແລະ ການາດາເປັນປະເທດທີ່ຮັບຕັ້ງຖິ່ນຖານໃຫ້ແກ່ຜູ້ລີ້ໄພຫຼາຍທີ່ສຸດ.

ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງເຈນີວາ ປະເທດສະວິດເຊີແລນ ເມື່ອວັນພະຫັດ ທີ 20 ມິຖຸນາ ວ່າ ສໍານັກງານຂ້າຫຼວງໃຫຍ່ຜູ້ລີ້ໄພແຫ່ງສະຫະປະຊາຊາດ (UN HCR: United Nations High Commissioner for Refugees) ເຜີຍແຜ່ລາຍງານປະຈໍາປີກ່ຽວກັບສະຖານະການຜູ້ລີ້ໄພໂລກ ເນື່ອງໃນໂອກາດ “ວັນຜູ້ລີ້ໄພໂລກ” ເຊິ່ງກົງກັບວັນທີ 20 ມິຖຸນາ ຂອງທຸກປີ ວ່າ ຈໍານວນຜູ້ລີ້ໄພທີ່ໄດ້ຂຶ້ນທະບຽນຢ່າງເປັນທາງການກັບ ຢູເອັນ ເອັດຈ໌ຊີອາ ມີປະມານ 70,8 ລ້ານຄົນ ນັບຈົນເຖິງໝົດປີ 2018 ຖືເປັນແນວໂນ້ມທີ່ຈະເພິ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ໜ້າວິຕົກກັງວົນຈາກສະຖິຕິ 68,5 ລ້ານ ຄົນເມື່ອປີ 2017.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, กางเกง และสถานที่กลางแจ้ง

ທັງນີ້ ຈາກສະຖິຕິຜູ້ລີ້ໄພໃນປັດຈຸບັນ ເກືອບ 71 ລ້ານຄົນ ພົບວ່າຫຼາຍກວ່າ 41 ລ້ານຄົນ ຫຼື ຄິດເປັນສັດສ່ວນ 3 ໃນ 5 ເປັນການໄຮ້ທີ່ຢູ່ອາໄສ ແລະ ຕ້ອງລີ້ໄພຢູ່ໃນປະເທດຂອງຕົວເອງ ອັນເນື່ອງມາຈາກພາວະສົງຄາມ ແລະ ໂຣກລະບາດ ໂດຍປະເທດທີ່ຄອງສະຖິຕິທີ່ປະຊາຊົນຕ້ອງປ່ຽນສະຖານະພາບມາເປັນຜູ້ລີໄພຫຼາຍທີ່ສຸດ ຄື ປະຊາຊົນຊາວຊີເຣຍ ຈາກຜົນກະທົບຂອງສົງຄາມ ທີ່ຍືດເຍື້ອມາຕັ້ງແຕ່ປີ 2011 ແລະ ປະເທດໂຄລົມເບຍ ທີ່ເຖິງວ່າລັດຖະບານສາມາດບັນບຸຂໍ້ຕົກລົງສັນຕິພາບກັບກອງກໍາລັງຕິດອາວຸດປະຕິວັດໂຄລົມເບຍ (ຟາຣ໌ກ) ເມື່ອປີ 2016 ແຕ່ກໍ່ຍັງເຫຼືອກະບົດຝ່າຍຊ້າຍອີກຫຼາຍກຸ່ມ ໂດຍສະເພາະ “ອີແອລເອັນ” ເຊິ່ງເປັນກຸ່ມກະບົດກຸ່ມໃຫຍ່ລໍາດັບ 2 ຮອງຈາກຟາຣ໌ກ ແລະ ຍັງປະຕິບັດການຢູ່.

ในภาพอาจจะมี 2 คน, รองเท้า, สนามบาสเก็ตบอล และสถานที่กลางแจ้ง

ໃນສ່ວນຂອງຜູ້ລີ້ໄພທາງເສດຖະກິດຈາກປະເທດເວເນຊຸເອລາ ນັ້ນ ລາຍງານຂອງ ຢູເອັນ ເອດຈ໌ຊີອາ ລະບຸວ່າ ເຖິງການປະເມີນຈໍານວນຜູ້ລີ້ໄພຈາກເວເນຊຸເອລາຫຼາຍກວ່າ 4 ລ້ານຄົນ ທີ່ເດີນທາງອອກນອກປະເທດ ຕັ້ງແຕ່ປີ 2015 ເພື່ອຫຼົບໜີອອກຈາກການຫຼົ້ມສະຫຼາຍທາງເສດຖະກິດ ແລະ ສັງຄົມ ແຕ່ມີປະມານ 5 ແສນຄົນເທົ່ານັ້ນ ທີ່ໄດ້ຂຶ້ນທະບຽນກັບ ຢູເອັນ ເອດຈ໌ຊີອາ.

ในภาพอาจจะมี 1 คน, รองเท้า, ตาราง และสถานที่ในร่ม
ຂະນະທີ່ປະເທດກໍາລັງພັດທະນາຍັງຄົງເປັນກຸ່ມປະເທດທີ່ຕ້ອງແບກຮັບພາລະໃນການໃຫ້ຄວາມຊ່ວຍເຫຼືອດ້ານມະນຸດສະທໍາແກ່ຜູ້ລີ້ໄພ ໂດຍໃນສ່ວນຂອງຜູ້ລີ້ໄພຈາກເວເນຊຸເອລານັ້ນ ສ່ວນຫຼາຍເດີນທາງໄປປະເທດໂຄລົມເບຍ, ບຣາຊິລ, ເປຣູ ແລະ ເອກົວດໍ. ນອກຈາກນັ້ນ, ຜູ້ລິ້ໄພຈາກກຸ່ມປະເທດອາເມຣິກາກາງພະຍາຍາມເດີນທາງຜ່ານປະເທດເມັກຊິໂກ ເພື່ອເຂົ້າສູ່ສະຫະລັດ ແຕ່ການທີ່ລັດຖະບານວໍຊິງຕັນ ເພິ່ມນະໂຍບາຍສະກັດກັ້ນ ສົ່ງຜົນໃຫ້ເມັກຊິໂກຕ້ອງຮັບພາລະໃນເລື່ອງນີ້.

ในภาพอาจจะมี หนึ่งคนขึ้นไป และรองเท้า

ຢ່າງໃດກໍ່ຕາມ ການາດາເປັນປະເທດພັດທະນາແລ້ວທີ່ໃຫ້ຄວາມຊ່ວຍເຫຼືອຕັ້ງຖິ່ນຖານຂອງກຸ່ມຜູ້ລີ້ໄພຫຼາຍທີ່ສຸດ ເມື່ອປີຜ່ານມາ ກວ່າ 28 ພັນຄົນ ຈາກ 25 ປະເທດ ຮອງລົງມາຄື ສະຫະລັດ 22,9 ພັນຄົນ ຈາກຈໍານວນຜູ້ລີ້ໄພປະມານ 92,4 ພັນຄົນ ເຊິ່ງໄດ້ຮັບໂອກາດຈາກຫຼາຍປະເທດ ໃນການຕັ້ງຖິ່ນຖານເມື່ອປີຜ່ານມາ.