ເລິ່ມຜະລິດໄຟຟ້າປີໜ້າ! ໂຄງການໄຟຟ້າພະລັງນໍ້າຂະໜາດໃຫຍ່ ອັນດັບ 4 ໃນຈີນ

41

ສໍານັກຂ່າວຊິນຫົວຂອງຈີນລາຍງານ ເມື່ອວັນພະຫັດ ທີ 20 ມິຖຸນາ ກ່ຽວກັບ ສະຖານີຜະລິດໄຟຟ້າພະລັງນ້ໍາອູຕົງເຕີ໋ (Wudongde Hydropower Station) ເຊິ່ງຈະຖືເປັນໂຄງການໄຟຟ້າພະລັງນ້ໍາຂະໜາດໃຫຍ່ທີ່ສຸດ ອັນດັບ 4 ຂອງຈີນ ແລະ ອັນດັບ 7 ຂອງໂລກ ເມື່ອກໍ່ສ້າງແລ້ວສໍາເລັດ ຈະມີກໍານົດເລິ່ມຂະບວນການຜະລິດໄຟຟ້າ ໃນເດືອນສິງຫາ ປີ 2020.

ທ່ານຈາງຈ້ຽນຊານ ຫົວໜ້າໂຄງການການກໍ່ສ້າງ ຂອງບໍລິສັດວິສະວະກໍາການກໍ່ສ້າງສາມຜາເກີ໋ ໂຈປ້າ ແຫ່ງປະເທດຈີນ ກ່າວວ່າ ສະຖານີຜະລິດໄຟຟ້າພະລັງນ້ໍາອູຕົງເຕີ໋ ມີຄວາມສູງຂອງເຂື່ອນ 270 ແມັດ ແລະ ກໍາລັງການກັກເກັບນ້ໍາ ທັງໝົດ 7,4 ພັນລ້ານແມັດກ້ອນ.

ในภาพอาจจะมี สถานที่กลางแจ้ง

ສະຖານີຜະລິດໄຟຟ້າພະລັງນ້ໍາແຫ່ງນີ້ ຈະຖືກຕິດຕັ້ງເຄື່ອງຈັກຜະລິດໄຟຟ້າພະລັງນ້ໍາ 12 ໜ່ວຍ ແຕ່ລະໜ່ວຍມີກໍາລັງການຜະລິດ 850.000 ກິໂລວັດ ໂດຍກໍາລັງການຜະລິດຕິດຕັ້ງທັງໝົດຂອງສະຖານີ ຈະສາມາດຜະລິດໄດ້ 10,2 ລ້ານກິໂລວັດ ສ່ວນການຜະລິດໄຟຟ້າລາຍປີ ຄາດວ່າ ຈະຜະລິດໄດ້ 3,89 ໝື່ນລ້ານກິໂລວັດຕໍ່ຊົ່ວໂມງ.

“ປັດຈຸບັນວຽກດ້ານການກໍ່ສ້າງຂອງໂຄງການໄຟຟ້າພະລັງນ້ໍາອູຕົງເຕີ໋ມີຄວາມຄືບໜ້າຢ່າງສະດວກສະບາຍ” ທ່ານຈາງ ກ່າວ ພ້ອມເສີມວ່າ ສະຖານີແຫ່ງນີ້ມີກໍານົດເລິ່ມການກັກເກັບນ້ໍາໃນເດືອນກອນກໍລະກົດ 2020.

ในภาพอาจจะมี ภูเขา, ท้องฟ้า, สถานที่กลางแจ้ง และธรรมชาติ

ສ່ວນເຄື່ອງຈັກຜະລິດໄຟຟ້າໜ່ວຍທໍາອິດຈະເລິ່ມເດີນໜ້າຂະບວນການຜະລິດ ໃນເດືອນສິງຫາ 2020 ແລະ ຫຼັງຈາກນັ້ນ ເຄື່ອງຈັກຜະລິດໄຟຟ້າທັງໝົດຈະເດີນໜ້າຜະລິດ ໃນເດືອນທັນວາ ປີ 2021.

ในภาพอาจจะมี หนึ่งคนขึ้นไป และสถานที่กลางแจ้ง

ສະຖານີຜະລິດໄຟຟ້າພະລັງນ້ໍາອູຕົງເຕີ໋ ເປັນໂຄງການໄຟຟ້າພະລັງນ້ໍາຂະໜາດໃຫຍ່ ຕັ້ງຂວາງແມ່ນ້ໍາຈິນຊາທີ່ເປັນຕອນເທິງຂອງແມ່ນ້ໍາແຍງຊີກຽງ ເຊິ່ງຈະຊ່ວຍສົ່ງເສີມການພັດທະນາເປັນກໍາແພງເສດຖະກິດແມ່ນໍ້າແຍງຊີກຽງ ທີ່ມີຄຸນນະພາບສູງ.